ຄິວລົດສາຍເໜືອ ພ້ອມທຸກດ້ານຮອງຮັບຜູ້ໂດຍສານໄລຍະບຸນປີໃໝ່ລາວ
![]() |
ຄິວລົດສາຍເໜືອ ພ້ອມທຸກດ້ານຮອງຮັບຜູ້ໂດຍສານໄລຍະບຸນປີໃໝ່ລາວ
ສະຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະ ຕ່າງປະເທດ ກຽມພ້ອມທຸກດ້ານເພື່ອຮອງຮັບຜູ້ໂດຍສານ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2662 ໂດຍສະເພາະ ໄດ້ເພີ່ມຈຳນວນລົດໂດຍສານແຕ່ລະສາຍທາງຂຶ້ນເທົ່າຕົວ ກວດກາເຕັກນິກລົດ ແລະ ໂຊເຟີທີ່ຊຳນານທາງເພື່ອຕອບສະໜອງລົດໃຫ້ພຽງພໍແກ່ຜູ້ໂດຍສານ ແລະ ບໍ່ໃຫ້ມີຄົນຜູ້ໂດຍສານຕົກຄ້າງ.
ທ່ານນາງ ຈິດປະສົງ ຫຼວງເດດມີໄຊ ຜູ້ອຳນວຍການສະຖານີຂົນສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດ ໃຫ້ສຳພາດວັນທີ 9 ເມສາ 2019 ວ່າ: ເພື່ອເປັນການອຳນວຍຄວາມສະດວກໃຫ້ຜູ້ໂດຍສານພາຍໃນ ແລະ ຕ່າງປະເທດ ທີ່ຈະເດີນທາງກັບບ້ານ ຫຼື ໄປທ່ອງທ່ຽວຢູ່ແຂວງຕ່າງໆຢ່າງພຽງພໍ ແລະ ທັນກັບຄວາມຕ້ອງການໃນໄລຍະປີໃໝ່ລາວ ສະຖານີຂົນສົ່ງໂດຍສານສາຍເໜືອ ພາຍໃນ ແລະ ຕ່າງປະເທດໄດ້ຮ່ວມກັບບັນດາບໍລິສັດທີ່ມານຳໃຊ້ສະຖານີສາຍເໜືອ ໄດ້ກຽມພ້ອມຂົນສົ່ງຜູ້ໂດຍສານ ດ້ວຍການເພີ່ມຈຳນວນຖ້ຽວລົດທຸກສາຍທາງເທົ່າຕົວ ໂດຍບໍ່ຂຶ້ນລາຄາແຕ່ໃດໆ ພ້ອມທັງໄດ້ມີການກວດເຊັກລົດໂດຍສານທຸກຄັນ ແລະ ມີໂຊເຟີລົດທີ່ຊຳນານທາງເປັນຢ່າງດີ ສະນັ້ນ ຜູ້ໂດຍສານທີ່ມີຈຸດປະສົງທີ່ຈະເດີນທາງໄປແຂວງຕ່າງໆ ຂໍຮຽກຮ້ອງໃຫ້ມາຊື້ປີ້ ແລະ ຂຶ້ນລົດຢູ່ສະຖານີ ເພື່ອຮັບປະກັນການຂຶ້ນລົດຜິດ ໄດ້ນັ່ງຕັ່ງເສີມ ແລະ ອື່ນໆ.
ໂອກາດດຽວກັນນີ້ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຍັງໄດ້ຮ່ວມກັບສະຖານີຂົນສົ່ງໂດຍສານສາຍເໜືອພາຍໃນ ແລະ ຕ່າງປະເທດ ຈັດເຜີຍແຜ່ກົດລະບຽບຈະລາຈອນ ແລະ ຫຼັກການຂັບຂີ່ປອດໄພໃນໄລຍະປີໃໝ່ລາວ ໃຫ້ບັນດາຜູ້ປະກອບການຂົນສົ່ງໂດຍສານ ແລະ ໂຊເຟີລົດ ຢູ່ສະຖານີຂົນສົ່ງດັ່ງກ່າວ ເພື່ອເຮັດໃຫ້ການຈະລາຈອນຕາມທາງຫຼວງ ໃນຂອບເຂດທົ່ວປະເທດ ມີຄວາມເປັນລະບຽບຮຽບຮ້ອຍ ມີຄວາມປອດໄພ ແລະ ຫຼຸດຜ່ອນການເກີດອຸບັດເຫດທີ່ອາດຈະເກີດຂຶ້ນ.
(ແຫຼ່ງຂໍ້ມູນ: vientianemai.net)