13:59 | 18/04/2019

ປວງຊົນລາວທັງຊາດພ້ອມກັນສະເຫຼີມສະຫຼອງປີໃໝ່ຢ່າງຄຶກຄື້ນ

ປວງຊົນລາວທັງຊາດພ້ອມກັນສະເຫຼີມສະຫຼອງປີໃໝ່ຢ່າງຄຶກຄື້ນ

ປວງຊົນລາວທັງຊາດພ້ອມກັນສະເຫຼີມສະຫຼອງປີໃໝ່ຢ່າງຄຶກຄື້ນ

ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໄດ້ ຮ່ວມໃຈກັນສະເຫຼີມສະຫຼອງ ບຸນປີໃໝ່ລາວ ພສ 2562, ຊຶ່ງປີນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ເມສາ 2019 ຢ່າງເບີກບານມ່ວນຊື່ນໂດຍສະເພາະຢູ່ຕາມຕົວເມືອງ ໃຫຍ່ໆ ໄດ້ຈັດກິດຈະກຳບຸນປະເພນີຫຼາຍຢ່າງ ຊຶ່ງຮັກສາ ໄດ້ວັດທະນະທຳ-ຮີດຄອງປະເພນີອັນດີງາມທີ່ສືບທອດກັນມາແຕ່ບູຮານນະການ. ສຳລັບຢູ່ແຂວງອຸດົມໄຊໃນວັນທີ 13 ເມສາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ແລະ ພັນລະຍາ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານມະ ຫະສົງການສືບສານປະເພນີ ເດືອນ 6 ຕົກປີໃໝ່ ບຸນບັ້ງໄຟ ປະສານໃຈພັດທະນາ (ງານສະເຫຼີມສະ ຫຼອງ ບຸນປີໃໝ່ລາວ ພສ 2562) ທີ່ສະໜາມກິລາແຂວງ, ໂດຍມີທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງໆອຸດົມໄຊ ພ້ອມດ້ວຍແຂກຖືກເຊີນ ຈາກສູນກາງ ແລະ ປະເທດໃກ້ຄຽງ, ຕະຫຼອດປະຊາຊົນຊາວແຂວງອຸດົມໄຊ ແລະ ສື່ມວນຊົນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ ໃຫ້ຮູ້ວ່າ: ເພື່ອເປັນການອະນຸລັກຮັກສາ ວັດທະນະທໍາ, ຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງທ້ອງຖິ່ນໃຫ້ຍືນຍົງ ຢູ່ຄູ່ຄົນລາວຕະຫຼອດໄປ; ເພື່ອນໍາເອົາວັດທະນະທໍາຮີດຄອງປະເພນີຂອງບັນດາເຜົ່າ ປະ ກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມ ການທ່ອງທ່ຽວ ແລະ ການພົວພັນຮ່ວມມື ເຊື່ອມໂຍງ, ແລກປ່ຽນວັດທະນະທໍາ ຮີດຄອງປະເພນີກັບພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ປະເທດເພື່ອນມິດໃກ້ຄຽງ, ທັງເປັນການສະເຫຼີມສະຫຼອງ ປີທ່ອງທ່ຽວ ລາວ-ຈີນ ປີ 2019; ນອກນັ້ນ ກໍຍັງເປັນການດຶງດູດນັກທ່ອງທ່ຽວ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແລະ ລົງທຶນ ຢູ່ແຂວງອຸດົມໄຊ ໃຫ້ນັບມື້ຫຼາຍຂຶ້ນ, ນຳເອົາຊື່ສຽງ ອັນດີ ແລະ ຜົນງານອັນພົ້ນເດັ່ນ ຂອງແຂວງອຸດົມໄຊ ໃຫ້ເປັນທີ່ຮູ້ຈັກກັນກວ້າງຂວາງກວ່າເກົ່າ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດເປີດພິທີຢ່າງເປັນທາງການ ດ້ວຍການລັ່ນຄ້ອງເກົ້າບາດ.

ຫຼັງຈາກນັ້ນ ກໍໄດ້ທ່ຽວຊົມບັນດາກິດຈະກຳ, ການວາງສະແດງ ແລະ ຈຳໜ່າຍສິນຄ້າ ຂອງປະຊາຊົນ ແລະ ຜູ້ປະກອບການທຸລະກິດ, ພ້ອມກັນນັ້ນ ກໍໄດ້ເຂົ້າຮ່ວມຮັບປະທານອາຫານພື້ນບ້ານ ທີ່ໄດ້ຈັດຂຶ້ນພາຍໃນງານຄັ້ງນີ້ ທີ່ເອີ້ນວ່າ: ເທດສະການອາຫານ ພື້ນບ້ານຂອງແຂວງອຸດົມໄຊ ທີ່ບັນດາຮ້ານອາຫານທີ່ມີຊື່ສຽງພາຍໃນແຂວງ ໄດ້ພ້ອມກັນຈັດມາໃຫ້ຜູ້ເຂົ້າຮ່ວມງານດັ່ງກ່າວ ໄດ້ຊີມ ແລະ ຮັບປະທານ. ສຳລັບຢູ່ນະຄອນຫຼວງວຽງຈັນ ກໍໄດ້ຈັດຫຼາຍກິດຈະກໍາ, ເປັນຕົ້ນ ໄດ້ນໍາເອົາພະພຸດ ທະຮູບສຸວັນນະສາທານທໍາ ມິກະຣາດ (ພະເຈົ້າອົງຄໍາ) ຊຶ່ງປະດິດສະຖານຢູ່ວັດທາດ ຫຼວງ ລົງມາໃຫ້ການນໍາ ແລະ ປະຊາຊົນ ຫົດສົງຢູ່ບໍລິເວນ ກົມມະລຽນພະທາດຫຼວງໃນວັນທີ 14-16 ເມສາ ນໍາໂດຍ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍມວນຊົນຊາວນະຄອນຫຼວງວຽງຈັນ ໄດ້ເຂົ້າ ຮ່ວມຫົດສົງ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-973.html

In bài biết