15:18 | 08/04/2019

ເຈົ້າ​ນະ​ຄອນ​ໄກ​ສອນ ພົມ​ວິ​ຫານ ພ້ອມ​ດ້ວຍ​ຜູ້​ກ່ຽວ​ຂ້ອງ ລົງ​ສຳ​ຫຼວດ​ເສັ້​ນ​ທາງ​ຕັດ​ໃຫມ່​ແຕ່​ບ້ານ​ໂນນ​ອຸ​ດົມ​ຫາ​ບ້ານ​ແກ້ງ​ຫີນ​ສູງ

ເຈົ້າ​ນະ​ຄອນ​ໄກ​ສອນ ພົມ​ວິ​ຫານ ພ້ອມ​ດ້ວຍ​ຜູ້​ກ່ຽວ​ຂ້ອງ ລົງ​ສຳ​ຫຼວດ​ເສັ້​ນ​ທາງ​ຕັດ​ໃຫມ່​ແຕ່​ບ້ານ​ໂນນ​ອຸ​ດົມ​ຫາ​ບ້ານ​ແກ້ງ​ຫີນ​ສູງ

ທ່ານ ບຸນຍູ້ ທຳມະວົງ ເຈົ້ານະຄອນໄກສອນ ພົມວິຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງ, ອຳນາດການປົກຄອງ ບ້ານ ແລະທ່ານ ໜູຝາດ ທິຣະວົງ ປະທານບໍລິສັດໜູຄຳກໍ່ສ້າງ ຈຳກັດ.

ທາງເສັ້ນນີ້ ມີຄວາມຍາວ ທັງໝົດ 5 ກິໂລແມັດ, ກວ້າງ 7 ແມັດ, ມີຂົວຂະໜາດ 24 ແມັດ 1 ແຫ່ງ. ໄລຍະທຳອິດທາງເສັ້ນດັ່ງກ່າວແມ່ນໄດ້ໃຊ້ ທຶນຈຳນວນ 27 ລ້ານ, ໃນການບຸກເບີກເສັ້ນທາງ, ມາໄລຍະທີສອງແມ່ນຈະໄດ້ມີການຕັດໃຫ້ເປັນຮູບທາງ ພ້ອມທັງມີການມ້າງຂົວເບເລຢູ່ເສັ້ນທາງແຄມຂອງ (ເຂດຜັກຂະ) ມາປະກອບໃໝ່, ເຊິ່ງມີຄວາມຍາວຂອງຂົວ 24 ແມັດ ເຊິ່ງ ເປັນທຶນສົມທົບລະຫວ່າງປະ ຊາຊົນ ແລະ ນະຄອນໄກສອນ ພົມວິຫານ, ໂດຍແມ່ນບໍລິສັດ ໜູຄຳກໍ່ສ້າງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າ 110 ກວ່າລ້ານກີບ, ໃນນັ້ນທຶນຂອງ ປະຊາຊົນທັງ 2 ບ້ານປະກອບ ສ່ວນ 20 ລ້ານກີບ, ເຫືຼອນັ້ນ 90 ກວ່າລ້ານກີບ ແມ່ນທຶນຂອງ ນະຄອນໄກສອນ ພົມວິຫານ.

ທັງນີ້ກໍ່ຍ້ອນຄວາມສາມັກ ຄີ ຈາກການປຸກລະດົມພໍ່ແມ່ນ ປະຊາຊົນໃນ ການສົມທົບທຶນ ກໍ່ສ້າງ ແລະບໍລິສັດຮັບເໝົາກໍ່ ໄດ້ຕັດສິນໃຈຊ່ວຍເຫຼືອໃນການ ກໍ່ສ້າງຄັ້ງນີ້ເຮັດໃຫ້ເສັ້ນທາງດັ່ງ ກ່າວໄດ້ຮັບການຈັດຕັ້ງປະຕິບັດ./.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

Link: https://huunghivietlao.thoidai.com.vn/detail-article-957.html

In bài biết