14:30 | 17/12/2018

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນ ຫລວງພະບາງ

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນ ຫລວງພະບາງ

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4.(ພາບ: ສົມຫວັງ)

ກອງປະຊຸມຄັ້ງນີ້, ດຳເນີນພາຍໃຕ້ຄໍາຂວັນ “ເພີ່ມທະວີການເປັນຄູ່ຮ່ວມມື ເພື່ອຄວາມສົມບູນພູນສຸກຮ່ວມກັນ” (Enhancing Partnership for Shared Prosperity), ໂດຍໄດ້ປຶກສາຫາລືກັນ ໃນຫລາຍບັນຫາ ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດ ບັນດາໂຄງການເຫັນຜົນໄວ ຈໍານວນ 45 ໂຄງການ ເຊິ່ງປັດຈຸບັນສາມາດ ປະຕິບັດສໍາເລັດແລ້ວ 25 ໂຄງການ, ກໍາລັງປະຕິບັດຢູ່ 8 ໂຄງການ ແລະ ຍັງລໍຖ້າການຈັດຕັ້ງປະຕິບັດອີກ 13 ໂຄງການ; ບັນດາໂຄງການພາຍໃຕ້ ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 132 ໂຄງການ, ຈັດຕັ້ງປະຕິບັດແລ້ວ 24 ໂຄງການ, ກໍາລັງຈັດຕັ້ງປະຕິບັດຢູ່ 98 ໂຄງການ ແລະ ຍັງລໍຖ້າອີກ 4 ໂຄງການ. ໃນນັ້ນ, ມີໂຄງການທີ່ໄດ້ຮັບ ການຈັດຕັ້ງປະຕິບັດຢູ່ ສປປ ລາວ 18 ໂຄງການ (ໂຄງການເຫັນຜົນໄວ 5 ໂຄງການ ແລະ ພາຍໃຕ້ກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງອີກ 13 ໂຄງການ), ໄດ້ທົບທວນຄືນ ກ່ຽວກັບການຈັດຕັັ້ງປະຕິບັດ ແຜນງານ 5 ປີ 2018 – 2022 ໃນໄລຍະ 1 ປີຜ່ານມາ ເຊິ່ງແຜນງານ 5 ປີດັ່ງກ່າວ ໄດ້ຖືກຮັບຮອງເອົາ ຢູ່ກອງປະຊຸມຜູ້ນຳ ແມ່​ນ້ຳ​ຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ທີ່ ປະເທດ ກຳປູເຈຍ ໃນຕົ້ນປີ 2018 ແລະ ວາງທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ມີການຮັບຮອງເອົາ ບົດຖະແຫລງຂ່າວ ຮ່ວມກອງປະຊຸມ ລວມທັງບົດລາຍງານ ການຈັດຕັ້ງປະຕິບັດ ບັນດາໂຄງການ ໃນແຜນງານ 5 ປີ 2018-2022.

ກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 4 ໄຂຂຶ້ນຢ່າງເປັນທາງການ ທີ່ນະຄອນ ຫລວງພະບາງ

ທ່ານ ສະ​ເຫລີມ​ໄຊ ກົມ​ມະ​ສິດ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສ​ປ​ປ ລາວ.(ພາບ: ສົມຫວັງ)

ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 2016 ເຊິ່ງຖືເປັນຂອບການຮ່ວມມື ລະຫວ່າງ ສປ ຈີນ ແລະ ບັນດາປະເທດແມ່ນໍ້າຂອງ ກໍຄື ສປປ ລາວ, ຫວຽດນາມ, ກຳປູ ເຈຍ, ມຽນມາ ແລະ ໄທ; ໂດຍມີຈຸດປະສົງ ເພື່ອຮ່ວມມືກັນພັດທະນາ ເສດຖະກິດ ແລະ ສັງຄົມ ໂດຍແນໃສ່ຫລຸດຜ່ອນ ຄວາມແຕກໂຕນທາງ ດ້ານການພັດທະນາ ໃນພາກພື້ນນີ້ ເຊິ່ງມີກົນໄກການຮ່ວມມື ແຕ່ລະ ດັບໜ່ວຍງານວິຊາການໃນ 5 ຂົງເຂດບູລິມະສິດ ໄປຈົນເຖິງລະດັບ ກອງປະຊຸມຜູ້ນໍາຂັ້ນສູງ, ເຊິ່ງກອງປະຊຸມ ລະດັບລັດຖະມົນຕີ ຕ່າງປະເທດ ແມ່ນຖືກຈັດຂຶ້ນໃນທຸກໆປີ ໂດຍການເປັນ ປະທານ ໝູນວຽນຂອງປະເທດແມ່ນໍ້າຂອງ ແລະ ສປ ຈີນ.

ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ຕ່າງປະເທດຄັ້ງທີ 4 ໃນປີ 2018 ແລະ ຈະສືບຕໍ່ເປັນປະທານ ກອງປະຊຸມຜູ້ນໍາແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3 ໃນປີ 2020.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-936.html

In bài biết