ນາຍົກລັດຖະມົນຕີ ທ່ານ ທອງລຸນ ສີສຸລິດ ພົບປະໂອ້ລົມ ການນຳຫລັກແຫລ່ງແຂວງເຊກອງ
![]() |
ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ໂຮງຮຽນມັດທະຍົມຊົນເຜົ່າ ແຂວງ ເຊກອງ.
ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງ ການລາຍງານຫຍໍ້ ສະພາບ ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງປະຈຳປີ 2018 ເຫັນວ່າ ທົ່ວແຂວງ ສືບຕໍ່ມີຄວາມສະຫງົບ ທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະ ຫຍາຍຕົວ 8,3%, ລາຍຮັບສະເລ່ຍຕໍ່ຫົວຄົນ 1.623 ໂດລາ/ຄົນ/ປີ; ການເກັບລາຍຮັບເຂົ້າງົບປະມານ ຮອດປະຈຸບັນ ປະຕິບັດໄດ້ 93% ຂອງແຜນການ; ຄອບຄົວທຸກຍາກ ຍັງເຫລືອ 8,7%; ອັດຕາເຂົ້າຮຽນສຸດທິ ຊັ້ນປະຖົມ ກວມ 97%, ມັດທະ ຍົມຕົ້ນ ກວມ 84,7%, ມັດທະ ຍົມຕອນປາຍ ກວມ 56,8% ແລະ ອື່ນໆ.
![]() |
ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ພໍ່ແມ່ປະຊາຊົນສ້າງ ເສດຖະກິດ ຢູ່ ແຂວງ ເຊກອງ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຄະນະພັກ, ຄະ ນະນຳ ແລະ ພາກສ່ວນທີ່ກ່ຽວ ຂ້ອງຂອງແຂວງ ໂດຍໄດ້ຍົກໃຫ້ເຫັນ ສະພາບການພັດທະນາເສດຖະກິດ-ສັງຄົມ ທີ່ສຳຄັນຂອງຊາດ; ການພົວ ພັນຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດຈຳນວນໜຶ່ງ; ສະພາບການ ທີ່ເກີດຂຶ້ນຢູ່ໃນພາກພື້ນ ແລະ ສາກົນ ທີ່ພົ້ນເດັ່ນ; ມູນເຊື້ອອັນດີງາມ ຂອງປະຊາຊົນບັນດາເຜົ່າຊາວແຂວງເຊກອງ ແລະ ອື່ນໆ. ອັນສຳຄັນ, ທ່ານໄດ້ມີຄຳເຫັນຊີ້ນຳ ແກ່ການນຳຂອງແຂວງ ໃຫ້ສືບຕໍ່ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ໃຫ້ເລິກເຊິ່ງເຖິງຖອງ ແລະ ເປັນປົກກະຕິຕໍ່ເນື່ອງ; ສຸມໃສ່ປະຕິບັດວຽກງານແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ, ເຮັດໃຫ້ປະຊາຊົນ ຮູ້ຈັກວິທີທຳມາຫາກິນ, ມີຢູ່ມີກິນ, ຮູ້ຄ້າ-ຮູ້ຂາຍ, ຮູ້ລົງທຶນ, ຮູ້ທຳການຜະລິດແບບໃໝ່ ທີ່ທັນສະໄໝ ເຊິ່ງການແກ້ໄຂຄວາມທຸກຍາກນັ້ນ ແມ່ນໃຫ້ເນັ້ນໃສ່ຄຸນນະ ພາບ ແລະ ຄວາມຍືນຍົງ ເປັນສິ່ງສຳຄັນ (ບໍ່ໃຫ້ແລ່ນນຳຕົວເລກພຽງດ້ານດຽວ); ເອົາໃຈໃສ່ດຶງດູດການລົງທຶນ ໃຫ້ຫລາຍກວ່າເກົ່າ ໂດຍຄຽງຄູ່ໄປດ້ວຍຄຸນນະ ພາບ ແລະ ມີປະສິດທິຜົນສູງ (ຕ່າງຝ່າຍຕ່າງມີຜົນປະໂຫຍດ ຕະຫລອດຮອດປະຊາຊົນ ກໍ່ໃຫ້ມີຜົນປະໂຫຍດ); ສືບຕໍ່ຮັກສາມູນເຊື້ອອັນດີງາມຂອງຊາດ, ຂອງເຜົ່າ ກໍ່ຄື ມູນເຊື້ອພິລະອາດຫານ, ດຸໝັ່ນຂະຫຍັນພຽນ, ສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງປະຊາຊົນຊາວແຂວງເຊກອງ ໃຫ້ກວ້າງຂວາງ ແລະ ຍືນຍົງຕະຫລອດໄປ. ທັງໝົດນັ້ນ, ກໍ່ເພື່ອສ້າງເງື່ອນໄຂເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາແຂວງເຊກອງ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ກ້າວໜ້າຢ່າງບໍ່ຢຸດຢັ້ງ.
![]() |
ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມ ພໍ່ແມ່ປະຊາຊົນສ້າງ ເສດຖະກິດ ຢູ່ ແຂວງ ເຊກອງ.
ໃນມື້ດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ຍັງໄດ້ໄປພົບປະໂອ້ລົມ ຄູອາຈານ ແລະ ນັກຮຽນ-ນັກສຶກສາ ທີ່ໂຮງຮຽນເຕັກນິກວິຊາຊີບປະສົມຂອງແຂວງ ແລະ ໂຮງຮຽນສາມັນກິນ-ນອນຊົນເຜົ່າຂອງແຂວງ. ນອກຈາກນັ້ນ, ຍັງໄດ້ໄປຢ້ຽມຢາມໂຄງການປູກອ້ອຍ ແລະ ຜະລິດນໍ້າຕານ ລວມທັງ ຟາມລ້ຽງງົວ ຂອງບໍລິສັດ ແມ່ນໍ້າຂອງຮ່ວມທຸລະກິດ ຈຳກັດ ທີ່ບ້ານຕິ້ວ, ເມືອງລະມາມ ຕື່ມອີກ. ໃນນັ້ນ, ການໄປຢ້ຽມຢາມໂຮງຮຽນແຕ່ລະບ່ອນ, ທ່ານນາຍົກລັດຖະ ມົນຕີ ໄດ້ມອບເຄື່ອງໃຊ້ຫ້ອງການ (ຄອມພິວເຕີ, ເຄື່ອງພິມເອກະສານ ແລະ ອື່ນໆ ຈຳນວນ 2 ຊຸດ) ພ້ອມດ້ວຍເງິນສົດ ຈໍານວນ 20 ລ້ານກີບ.
ພາບ ແລະ ຂ່າວ: ກົມປະຊາສຳພັນ ສນຍ
(ແຫຼ່ງຂໍ້ມູນ: ຂປລ)