16:10 | 01/06/2018

ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ

ໄຊຊະນະ ພາກເໜືອລາວ - ແມ່ນສັນຍາລັກແຫ່ງຄວາມສາມັກຄີ, ຕໍ່ສູ້ ຂອງ ຫວຽດ-ລາວ

ພົນ​ເອກ ຫວໍ໋​ຫງວຽນ​ຢາບ ແລະ ສົມ​ເດັດ​ ສຸ​ພາ​ນຸ​ວົງ ຮ່ວມ​ກັບ​ບັນ​ດາ​ ສະ​ຫາຍ ໃນ​ກອງ​ບັນ​ຊາ​ການ ປຶກ​ສາ​ຫາ​ລຶ ແຜນ​ການ​ເປີດ​ບັ້ນ​ຮົບ ພາກ​ເໜືອ​ລາວ ປີ 1953 (ພາບ: : btlsqsvn.org.vn)

ສ້າງ​ຄວາມ​ໄດ​ປຽບ ໂດຍ​ການປະ​ສານ​ຍຸດ​ທະ​ວິ​ທີ ລະຫວ່າງ ກາ​ນປະຕິວັດສອງຊາດ

ໃນຕົ້ນປີ 1953, ໃນການວິເຄາະທິດທາງ ການ​ຕໍ່​ສູ້ຍຸດທະສາດ ເພື່ອເພີ່ມ​ທະ​ວີ ໄຊຊະນະ ຂອງ ບັ້ນ​ຮົບ ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລະ​ດູ​ໜາວ 1952, ຜູ່​ບັນ​ຊາ​ການ​ທະ​ຫານ​ສູງ​ສຸດ ໄດ້​ຢັ້ງ​ຢື​ນ​ວ່າ: " ພາກ​ເໜືອ​ຂອງ​ລາວ ເປັນ​ທີ່​ໝັ້ນ​ສຳ​ຄັນ ກ​ຂອງ​ຍຸດ​ທະ​ສາດ , ທັງ​ເໝາະ​ສົມ​ກັບ ຄວາມ​ສາ​ມາດ​ໃນ​ການ​ຕໍ່​ສູ້​ຂອງ​ພວກ​ເຮົາ…ທັງ​ເປີດ​ເປັນ​ທີ່​ໝັ້ນ​ໃຫ້​ຝ່າຍ​ລາວ​ອ້າຍ​ນ້ອງ, ສ້າງ​ຄວາມ​ໄດ້​ປຽບ​ອັນ​ໃໝ່​ໃຫ້​ກຳ​ລັງ​ປະ​ສົມ​ ຫວຽດ​-ລາວ ຕໍ່​ສູ້" ແລະ ສະເຫນີໃຫ້ ພັກແຮງງານສູນກາງຂອງຫວຽດນາມ ປະສານສົມທົບກັບກອງທັບ ປົດ​ປ່ອຍລາວ ເປີດ​ບັ້ນ​ຮົບພາກ​ເໜືອລາວ ເພື່ອ ທໍາລາຍກອງກໍາລັງຫຼັກ​ຂອງ​ສັດຕູ, ການປົດປ່ອຍ​ພື້ນ​ທີ່, ກໍ່ສ້າງຖານທີ່​ໝັ້ນ, ​ສ້າງ​ເງື່ອນ​ໄຂຍູ້​ແຮງໃຫ້​ການ​ຕໍ່​ສູ້​ຂອງ ຝ່າຍ​ລາວ; ເຮັດ​ໃຫ້​ກອງ​ກຳ​ລັງຕໍ່​ຕ້ານ​ຂອງ​ທະ​ຫານ ຝ​ລັ່ງ​ ຖຶກ​ແບ່ງ​ແຍກ. ຈັກ​ກະ​ພັດ​ຝ​ລັ່ງ ໄດ້​ເລືອກ ເມືອງ​ຊຳ​ເໜືອ ເປັນ​ທີ່​ໝັ້ນສຳ​ຄັນ, ມີ 3 ກອງ​ທະ​ຫານ, ເພື່ອ​ສ້າງ​ເປັນ ກອງ​ບັນ​ຊາ​ການ​ໃຫຍ່, ພ້ອມ​ກັນ​ນັ້​ນ ສັດ​ຕູກໍ່​ຍັງ​ເພີ່ມ​ທະ​ວີ​ກຳ​ລັງ​ໄປ​ສູ່​ເຂດ ທົ່ງ​ໄຫ​ຫີນ, ຊຽງ​ຂວາງ, ແຕ່​ລະ​ບ່ອນໜື່ງ​ກອງ​ພົນ. ບັນ​ດາ​ຜູ່​ນຳ ລັດ​ຖະ​ບານ​ຕໍ່​ຕ້າ​ນາ ແລະ ແນວ​ໂຮມ​ລາວ ອິດ​ສະ​ຫຼະ ເຫັນ​ດີ​ເປັນ​ເອກ​ກະ​ພາບ​ກັບ​ນະ​ໂຍ​ບາຍດັ່ງ​ກ່າວ​ຢ່າງ​ສຸດ​ໃຈ, ຍ້ອນ ເປົ້າ​ໝາຍ​ການ​ຕໍ່​ສູ້​ເໝ​າ​ະ​ສົມ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ການ​ປະ​ຕິ​ວັດ​ລາວ,… ພາຍຫຼັງບັ້ນ​ຮົບ, ຊຳ​ເໜືອ​ຈະ​ເປັນ ນະ​ຄອນ​ຫຼວງ​ຕໍ່​ຕ້ານ​ຂອງ​ລາວ ແລະ ພາກ​ເໜືອ​ລາວ ຈະ​ເປັນ​ຖານ​ທີ່​ໝັ້ນ ແລະ ການ​ປະ​ຕິ​ວັດ ລາວ" . ວັນທີ 3 ກຸມພາ 1953 ລັດຖະບານຫວຽດ​ນາມ ແລະ ລັດຖະບານລາວຕໍ່ຕ້ານໄດ້ຕັດສິນໃຈປະສານກັນເປີດບັ້ນຮົບ​ພາກ​ເໜືອລາວ. ກອງກໍາລັງ​ທີ່​ເຂົ້າ​ຮ່ວມ​ແມ່ນກອງ​ພົນ​ໃຫຍ່ຂອງ​ທະ​ຫານ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ທະ​ຫານ​ປະ​ເທດ​ລາວ. " ນີ້ແມ່ນຄັ້ງທໍາອິດທີ່ທະ​ຫານ​ປະ​ສົມ ປະ​ຕິ​ວັດ ຫວຽດ-ລາວ, ປະ​ກອບ​ມີ ທະ​ຫານກອງ​ພົນໃຫຍ່​ຂອງ(ຫວຽດນາມ) ແລະ ກອງພັນໃຫຍ່ທີ່ກຳ​ລັງ​ເຕີບ​ໃຫຍ່​ຂອງອ້າຍ​ນ້ອງ (ລາວ) ​ປະ​ສານ​ກັນ​ຕາມຍຸດ​ທະ​ວິ​ທີ​ຂອງການສູ້ຮົບຂະ​ໜາດ​ໃຫຍ່, ຈະ​ບໍ່​ແມ່ນ​ກອງ​ກຳ​ລັງ​ກອງ​ຫຼອນ​ທີ່​ນ້ອຍ​ອີກ​ແລ້ວ". ເນື່ອງຈາກຄຸນລັກສະນະ ແລະ ຄວາມສໍາຄັນຂອງບັ້ນ​ຮົບ​ຕໍ່​ກັບການຕໍ່ຕ້ານ ຈັກ​ກະ​ພັດຝຣັ່ງ ຂອງປະຊາຊົນບັນ​ດາ​ເຜົ່າສອງປະເທດຫວຽດນາມ-ລາວ, ມັນແມ່ນຄັ້ງທໍາອິດທີ່ກອງທັບໃຫຍ່ ໄປ​ຕໍ່​ສູ້ຮ່ວມ​ກັບ​ກຳ​ລັງ​ຂອງ​ທະ​ຫານ​ລາວ, ສະ​ນັ້​ນ ທ່ານ ພົນ​ເອກ, ຜູ່​ບັນ​ຊາ​ການ​ສູງ​ສຸດ ຫວໍ໋​ຫງວຽນ​ຢາບ ໄດ້ຮັບການແຕ່ງຕັ້ງໃຫ້ເປັນຜູ້ບັນຊາການ ການ​ສູ້​ຮົບ​ຮ່ວມ​ກັບ​ບັນ​ນ​ດາ​ພະ​ນັກ​ງານ​ລະ​ດັບ​ສູງ​ຂອງທະ​ຫານ​ປະ​ຊາ​ຊົນ ຫວຽດ​ນາມ. ສ່ວນ​ທາງ​ຝ່າຍລາວ, ທ່ານ​ສົມ​ເດັດ ສຸ​ພາ​ນຸ​ວົງ ນາຍົກລັດຖະມົນຕີ ລັດ​ຖະ​ບານ​ຕໍ່​ຕ້ານລາວ ແລະ ສະ​ຫາຍ ໄກ​ສອນ​ ພົມ​ວິ​ຫານ ລັດຖະມົນຕີປ້ອງກັນປະເທດຮ່ວມກັນຊີ້​ນຳ​ການ​ຕໍ່​ສູ້​ຄັ້ງ​ນີ້.

ກອງ​ບັນ​ຊາ​ການ-​ການ​ຕໍ່​ສູ້ ໄດ້​ຕັດ​ສິນ​ໃຈ​ໂຈມ​ຕີ​ສັດ​ຕູ ສາມ​ເສັ້ນ​ທາງ : ຊຳ​ເໜືອ, ຊຽງ​ຂວາງ ແລະ ນ້ຳ​ອູ . ເສັ້ນ​ທາງ​ຫຼັກ​ຄື: ທາງ​ຊຳ​ເໜືອ, ຝ່າຍ​ຫວຽດ​ນາມ ມີ​​ບັນ​ດາກອງ​ພົນ​ໃຫຍ່ 308, 312 (2 ກອງ​ພັນ​ໃຫຍ່), 316 (1 ກອງພັນ) ແລະ ມີ​ກອງ​ທີ 80 ທ​ະ​ຫານອາສາສະຫມັກຫວຽດນາມ ​. ​ເບື້ອງລາວມີ​ທະ​ຫານທ້ອງຖິ່ນປະມານ 500 ຄົນ,​ໃນ​ນັ້ນ​ກອງ​ກຳ​ລັງ​ສ່ວນ​ໃຫຍ່​ແມ່ນ​ລວມ​ຢູ່​ແຂວງ​ຊຳ​ເໜືອ ແລະ ກຳ​ລັງ​ກອງ​ຫຼອນ ຢູ່​ບັນ​ດາ​ເມືອງ ຊຽງ​ຄໍ້, ເມືອງ​ຊອນ. ທິດ​ຮອງ​ລົງ​ມາ​ແມ່ນ ຊຽງ​ຂວາງ ພວກດ​ເຮົາ​ມີ ກອງ​ພົນ​ໃຫຍ່ 304 ແລະ ກອງທີ 81 ອາສາສະຫມັກຫວຽດນາມ. ​ເບື້ອງລາວມີກອງ​ທະ​ຫານທ້ອງຖິ່ນປະມານ 400 ຄົນ ແລະ ມີ​ກອງ​ຫຼອນ​ປະ​ຊາ​ຊົນ ເມືອງໂມກ ແລະ ບ້ານ ຖິນ ປະ​ມານ 1.400 ຄົນ. ທາງເບື້ອງເຂດ​ນ້ຳ​ອູ ຂື້ນ​ກັບ​ແຂວງ ຫຼວງ​ພະ​ບາງ, ມີ​ກອງ​ພັນ​ໃຫຍ່ 148 (ເຂດຕະ​ເວັນ​ຕົກ​ສ່ຽງເຫນືອ) ແລະ ​ກອງທີ 82 ທ​ະ​ຫານອາສາສະຫມັກຫວຽດນາມ. ເບື້ອງ​ລາວ ມີ​ໜື່ງກອງ​ຮ້ອຍລວມ​ກັນ​ຢູ້ ແລະ​ ມີ​ກອງ​ສິບ​ທະ​ຫານ​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ກຳ​ລັງ​ກອງ​ຫຼອນ​​ເມືອງງອຍ ອີກ 300 ຄົ​ນ​.

ທັງສາມທິດທາງ​ນັ້ນ, ​ໃນວັນທີ 8 ເມສາ 1953, ​ບັນ​ດາ​ກອງ​ກຳ​ລັງ​ທະ​ຫານ​ຫຼັກຂອງຫວຽດນາມ ຍົກ​ກຳ​ລັງ​ເຂົ້າ​ມາ​ລາວ. ສະ​ຫາຍ ຫວໍ໋​ຫງວຽນ​ຢາບ ຜູ່​ບັນ​ຊາ​ການ​ໃຫຍ່ ແລະ ສົມ​ເດັດ ສຸ​ພາ​ນຸ​ວົງ ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ຖະ​ບານ​ຕໍ່​ຕ້ານ​ລາວ ໄດ້​ຮ່ວມ​ກັນ​ນຳ​ພາ​ທະ​ຫານ​ແຕ່​ລະ​ກົມ​ກອງ​ໄປ​ຕາມ​ເສັ້ນ​ທາງ​ທີ່​ສຳ​ຄັນ. ຈາກ ເຫງະ​ອານ, ກອງ​ພົນ​ໃຫຍ່ 304 ໄປ​ຕາມ​ເສັ້​ນ​ທາງ​ເລກ​ທີ 7 ໄປຍັງ ຊຽງ​ຂວາງ ສະ​ກັດ​ກັ້ນ​ເສັ້ນ​ທາງ​ຖອຍ​ໜີ​ຂອງສັດ​ຕູ ຈາກ​ແຂວງ​ຊຳ​ເໜືອ; ກອງ​ພັນ​ໃຫຍ່ 148 ຈາກ​ດ໋ຽນ​ບຽນ​ຟູ້ ເຄື່ອນ​ລົງ​ມາ​ທາງທິດເຫນືອ ຂອງຊໍາເຫນືອ, ຕີ​ສັດ​ຕູ​ຢູ່ຫລວງພະບາງ.

ຂີດໝາຍ​ໃໝ່​ຂອງ​ການ​ບຸ​ກ​ໂຈມ​ຕີ​ສັດ​ຕູ​ຂອງ​ກອງ​ກຳ​ລັງ​ຫຼັກ​ທະ​ຫານ​ຫວຽດ​ນາມ​ທີ່​ເຄື່ອ​ນ​ທັບ​ມາ​ປະ​ເທດ​ລາວ

ຕໍ່​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ​ຫວຽດ​ນາມ, ຊາ​ລັງ- ຜູ່​ບັນ​ຊາ​ການທະ​ຫານ​ຫຸ່ນ​ຝ​ລັ່ງ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເຫັນ​ວ່າບໍ່​ສາ​ມາດ “ເອົາ​ໄຂ່​ທັບ​ຫີນ” ສະ​ນັ້ນ​ພາຍ​ໃນ​ຄືນ​ຂອງວັນ​ທີ 12 ມີ​ນາ ປີ 1953 ໄດ້​ສັ່ງ​ໃຫ້​ລວມ​ພົນ 3 ກອງ​ຮ້ອຍ​ຖອຍ​ລົງ​ມາ​ທາງ​ພາກ​ໃຕ້​.

ຕອນ​ທ່ຽງ​ຂອງວັນ​ທີ 13 ເມສາ 1953, ໄດ້ຮັບ​ຂ່າວ​ວ່າ​ສັດ​ຕູ​ໄດ້​ຖອນກຳ​ລັງ​ອອກ​ຈາກ ຊໍາເຫນືອ, ຜູ້ບັນຊາການ ບັ້ນ​ຮົບ​ຕັດ​ສິນ​ໃຈ “ໄລ່​ຕີ​ສັດ​ຕູ​ໃຫ້​ດັບ​ສູນ”; ໄດ້​ສັ່ງ​ບັນ​ດາ​ກອງ​ກຳ​ລັງ, ທຸກ​ພາກ​ສ່ວນ​ລວມ​ກຳ​ລັງ​ປະ​ກອບ​ອາ​ວຸດ, ຜ່ານ​ຜ່າ​ທຸກ​ໆ​ຄວາມ​ລຳ​ບາກ​ເພື່ອ "ດັບ​ສູນ​ກອງ​ກຳ​ລັງ​ສັດ​ຕູ ເພື່ອ​ເປັນ​ຂີດ​ໝາຍ​ສຳ​ຄັນ​ຂອງ​ການ​ບຸກ​ໂຈມ​ຕີ​ຂອງ​ທະ​ຫານ ຫວຽດ​ນາມ​ທີ່​ເຄື່ອນ​ມາ​ພາກ​ເໜືອ​ຂອງ​ລາວ"(4 ), ບໍ່​ໃຫ້​ສັດ​ຕູ​ຫຼົບ​ໜີ​ໄປ​ສູ່​ທົ່ງ​ໄຫ​ຫີນ. ເພື່ອ​ແນ​ໃສ່​ປຸກ​ລະ​ດົມ​ພະ​ນັກ​ງານ, ນັກ​ຮົບ ໃນ​ຈົດ​ໝາຍ​ສົ່ງ​ເຖິງກອງ​ກຳ​ລັງ​ທີ່​ເຂົ້າ​ຮ່ວມ​ຕໍ່​ສູ້​ໃນ​ບັ້ນ​ຮົບ, ພົນ​ເອກ ຫວໍ໋​ຫງວຽນ​ຢາບ ໄດ້​ຂຽນ: "ສັດ​ຕູ​ໄດ້​ພ່າຍ​ໜີ​ຈາກ​ຊຳ​ເໜືອ, ຊຳ​ເໜືອ​ໄດ້​ຮັບ​ການ​ປົດ​ປ່ອຍ. ແຕ່​ວ່າ​ຕ້ອງ​ການ​ທີ່​ຈະ​ຊ່ວຍ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ​ທະ​ນຸ​ບຳ​ລຸງ​ຖານ​ທີ່​ໝັ້ນ​ນັ້ນ, ພ​ວກ​ເຮົາ​ຕ້ອງ​ໄດ້​ດັບ​ສູນ​ກຳ​ລັງ​ສຳ​ຄັນ​ຂອງ​ສັດ​ຕູ…ດັບ​ສູນ​ໄດ້​ພ​ວກ​ທີ່​ປົບ​ໜີ​ດັ່ງ​ກ່າວນັ້ນ, ພວກ​ເຮົາ​ຈະ​ມີ​ໄຊ​ໃນ​ການ​ປຸກ​ລະ​ດົມ, ໄຊ​ຊະ​ນະ​ດັ່ງ​ກ່າວ​ຈະ​ໂດ່ງ​ດັງ​ໄປ​ທົ່ວ​ສະ​ໜາມ​ຮົບ​ ຫວຽດ-ລາວ ແລະ ຈະ​ອຸ້ມ​ຊູໃຫ້​ຊຳ​ເໜືອໄດ້​ຮັບ​ການ​ປົດ​ປ່ອຍ​ກາຍ​ເປັນ​ຖານ​ທີ່​ໝັ້ນ​ຕໍ່​ຕ້ານ​ຂອງ​ປະ​ເທດ​ລາວ​ອ້າຍ​ນ້ອງ(ລາວ)ເຊື່ອມ​ກັບ​ເຂດ​ເອກ​ລາດ​ຂອງ​ພວກ​ເຮົາ(ຫວຽດ​ນາມ). ໃນເວ​ລານີ້, ພວກເຮົາຕ້ອງຈື່ຈໍາຄໍາເວົ້າຂອງ ລຸງໂຮ່ ​ສັ່ງ, ຕ້ອງ​ຕັດ​ສິນ​ໃຈ​ສູງ, ທຸນ​ທ່ຽງ, ຫມັ້ນຄົງ, ເພື່ອເຮັດ​ສຳ​ເລັດ​ພາ​ລະ​ກິດ.".

ເວລາ 10 ໂມງເຊົ້າ, ວັນທີ 13 ເມສາ 1953, ຕອນທີ່ກ​ອງ​ກຳ​ລັງ​ສຸດ​ທ້າຍ​ຂອງ​ສັດ​ຕູຖອນອອກຈາກ ຊໍາເຫນືອ, ກຳ​ລັງ​ແນວ​ໜ້າ​ຂອງ​ພວກ​ເຮົາ​ຢູ່​ຫ່າງ​ປະ​ມານ 5 ຫ​າ 10 ກມ, ແຕ່​ຍ້ອນ​ຈິດ​ໃຈ " ແຊງ​ໜ້າ, ປະ​ຊິດ​ໂຕ ແລະ ແບ່ງ​ແຍກ​ສັດ​ຕູ, ສະ​ກັດ​ກັ້ນ​ການ​ປົບ​ໜີ​ຂອງ​ພວກ​ສັດ​ຕູ, ດັບ​ສູນ​ສັດ​ຕູ​ຢ່າງ​ຮາບ​ຄາບ", ບັນ​ດາ​ກອງ​ພົນ​ໃຫຍ່ 308, 312, 316 ໄດ້​ສ້າງກອງ​ກຳ​ລັງ​ 4 ກອງພັນ (888, 23, 79, 166) ແລະ ສອງ ກ​ອງ​ຮ້ອຍ​ກະ​ກຽມ​ຕີ​ໄລ່, ຫຼອນ​ຕີ,ດັບ​ສູນ ແລະ ຈັບ​ເປັນ​ສັດ​ຕູຫຼາຍຮ້ອຍຄົນ, ບັງຄັບໃຫ້ສັດ​ຕູສ່ວນທີ່ເຫຼືອຕ້ອງ​ໄດ້ຖອຍ​ໄປ​ສູ່ ທົ່ງ​ໄຫ​ຫີນ. ເສັ້ນ​ທາງ​ສຳ​ຮອງ, ທະ​ຫານ​ປະ​ສົມ ລາວ-ຫວຽດ ບຸກ​ໂຈມ​ຕີ​ດັບ​ສູນ​ສັດ​ຕູ ຢູ່​ບ້ານ ໜອງ​ແຮດ, ບ້ານ​ບານ, ບັງ​ຄັບ​ໃຫ້​ສັດ​ຕູ​ຕ້ອງ​ໄດ້​ຖອຍ​ໄປ​ຫາ ຄັງ​ໄຂ. ຈາກນັ້ນ ກອງ​ກຳ​ລັງ​ຂື້ນ​ກັບ​ກອງ​ພົນ 304 ໄດ້​ບຸກ​ຕີ​ສັດ​ຕູ ໄດ້​ກັບ​ບ້ານ ຊາວ, ບັງ​ຄັບ​ໃຫ້​ພວກ​ສັດ​ຕູ​ຕ້ອງ​ຖອຍ​ໄປ​ສູ່​ທົ່ງ​ໄຫ​ຫີນ. ແຂວງ ຊຳ​ເໜືອ ແລະ ເຂດ​ອ້ອມ​ຂ້າງ​ໄດ້​ຮັບ​ການ​ປົດ​ປ່ອຍ. ທາງ​ທິດ​ໃຕ້​ຂອງ​ເສັ້ນ​ທາງ​ເລກ​ທີ 7, ສອງກອງ​ຮ້ອຍ ທີ່​ຂື້ນ​ກັບ​ກອງ​ພົນ 312 ໄດ້ປະສານງານກັບກອງ​ກຳ​ລັງຝ່າຍ​ລາວໄລ່​ຕີສັດຕູ ກັບ​ໄປ​ສູ່ ຊຳ​ເຕີ້. ວັນທີ 18 ເມສາ ປີ 1953, ບັນ​ດາ​ກົມ​ກ​ອງ​ທີ່​ຂື້ນ​ກັບ ກອ​ງ​ພັນ​ທີ 81 ແລະ ກຳ​ລັງ​ທະ​ຫາ​ນ​ທ້ອງ​ຖິ່ນ ເມືອງ​ໂມກ, ໂຈມ​ຕີ ສາມ​ແຈ່ ປະ​ສານ​ກັບ ກອງ​ພັນທີ 57(ກອງ​ພົນ​ໃຫຍ່ທີ 304) ບຸກ​ໂຈມ​ຕີ ແລະ ເຄື່ອນ​ໄກ້​ເຂົ້າ​ໄປ​ເຖິງ​ເມືອງ ຊຽງ​ຂວາງ, ເຮັດ​ໃຫ້​ສັດ​ຕູ​ມີ​ຄວາມ​ຢ້ານ​ກົວ ແລະ ສະ​ທົບ​ສະ​ທ້ານ​ຖອຍ​ໄປ​ສູ່ ທົ່ງ​ໄຫ​ຫີນ. ທະ​ຫານ​ຂອງ​ສັດ​ຕູ​ທີ່​ຢູ່ ເມືອງ​ຫງະ, ເມືອງ​ງານກໍ່​ໄດ້​ປົບ​ໜີ​ຕາມ​ລຳ​ດັບ​ໄປ​ຍັງ ທ່າ​ເທີນ, ທ່າ​ວຽງ . ໃນ​ຄະ​ນະ​ດຽວ​ກັນ​ນັ້ນ, ກອງ​ກຳ​ລັງ​ຂອງ ສະ​ຫາຍ ທ້າວ​ຕູ່ ໄດ້​ສັ່ງ​ໃຫ້​ເຄື່ອນ​ກຳ​ລັງ​ໄປ​ສູ່​ເສັ້ນ​ທາງ​ເລກ​ທີ 7 , ຄຸ້ມ​ຄອງ​ເສັ້ນ​ທາງ​ແຕ່​ຊາຍ​ແດນ ຫວຽດ-ລາວ ຈົນ​ຮອດ ຊຽງຂວາງ. ພາຍຫຼັງໜື່ງ​ອາ​ທິດຂອງ​ການ​ໄລ​ຕີ​ສັດ​ຕູ ບົນ​ເສັ້ນ​ທາງ​ເຖິງ 270 ກິໂລແມັດ, ຈາກ ຊຳ​ເໜືອ ໄປ​ເຖິງ ທົ່ງ​ໄຫ​ຫິນ, ບັນ​ດາ​ກອງ​ກຳ​ລັງສູ້ຮົບຂອງ​ຫວຽດ​ນາມ ແລະ ລາວ​ອ້າຍ​ນ້ອງ ດັບ​ສູນ, ຈັບ ແລະ ທໍາລາຍ ກຳ​ລັງ​ສັດ​ຕູ​ໄດ້ຫຼາຍກວ່າ 1.500 ​ຄົນ, ປົດ​ປ່ອຍ​ດິນ​ແດນ​ຢ່າງ​ກ້​ວາງ​ຂວາງ , ດັບ​ສູນ ແລະ ທີ່​ໝັ້ນ​ຂອງ​ສັດ​ຕູ​ຢ່າງ​ຫຼວງ​ຫຼາຍ, ສ້າ​ງເງື່ອນ​ໄຂ​ສະ​ດວກ​ໃຫ້​ຂະ​ບວນ​ການ​ຕໍ່​ຕ້ານ​​ຂອງລາວ​ພັດ​ທະ​ນາ .

ການປະສານງານກັບທະ​ຫານປະຊາຊົນຫວຽດນາມ, ປະຊາຊົນລາວ​ບັນ​ດາເຜົ່າ ຂອງ ຊໍາເໜືອ, ຊຽງຂວາງ, ຫຼວງພະບາງ ... ໄດ້​ປຸກ​ລະ​ດົມປະຊາຊົນຊາວ​ຜູ່​ອອກ​ແຮງ​ງານຫລາຍພັນຄົນ, ເຂົ້າ ແລະ ອາຫານຫລາຍຮ້ອຍໂຕນ. ນອກຈາກນັ້ນ, ປະຊາຊົນຍັງເປັນ​ຜູ່​ນຳ​ທາງ, ຮັກສາຄວາມລັບ, ເປັນ​ກອງ​ໜຸນ ແລະ ຮ່ວມກັບກອງທັບເພື່ອສືບ​ເສາະ​ຫາ ແລະ ຈັບສັດຕູ.

ສືບຕໍ່ບຸກ​ໂຈມ​ຕີທໍາລາຍສັດຕູ, ເປີດ​ທາງ​ໃຫ້​ເຂດປົດປ່ອຍ ໃຫ້ປະເທດລາວ, ກອງ​ບັນ​ຊາ​ການບັ້ນ​ຮົບ​ໄດ້​ຕັດ​ສິນ​ໃຈ ູ​ຍ້​ແຮງ​ການໂຈມຕີຢູ່ເຂດ ນ້ຳ​ອູ. ຫຼັງຈາກທໍາລາຍສັດ​ຕູ ຢູ່​ຈຸດຢູ່ເມືອງງອຍ (21 ເມ​ສາ), ​ປາກ​ຊ່າງ (26 ເມສາ), ​ເມືອງ ຂົວ (18 ພຶດສະພາ), ກອງ​ບັນ​ຊາ​ການຕັດສິນໃຈສິ້ນສຸດບັ້​ນ​ຮົບ, ແບ່ງ​ແຍກກອງ​ກຳ​ລັງ, ປະ​ສານ​ຮ່ວມ​ກັບ ທະ​ຫ​ານ ລາວ ກວດ​ລ້າງ ກຳ​ລັງ​ສັດ​ຕູ, ກໍ່​ສ້າງ​ທີ່​ໝັ້ນ ແລະ ກອງ​ພົນ​ບາງ​ສ່ວນ​ກັບ​ຄືນ​ບ້ານ.

ປະຫວັດສາດແຫ່ງຄວາມສາມັກຄີຕໍ່ສູ້ ອັນ​ສະ​ໜິດ​ແໜ້ນ ຂອງຫວຽດນາມ - ລາວ

ພາຍຫຼັງການບຸກ​ໂຈມ​ຕີ​ຢ່າງຕໍ່ເນື່ອງເປັນ​ເວ​ລາ​ຫຼາຍ​ວັນ, ​ກອງ​ທະ​ຫານທີ່ເຂົ້າຮ່ວມໃນບັ້ນ​ຮົບ, ໄດ້ທຳ​ລາຍ​ກຳ​ລັງ​ສັດ​ຕູ​ໄດ້ ເຖິງ 2.800ຄົນ,ກວມ 1/5 ຂອງ​ລູກ​ແຫຼ້ງ​ຕີ​ມື​ຂອງ​ຈັກ​ກະ​ພັດ ຢູ່​ລາວ, ໃນ​ນັ້ນ ດັບ​ສູນສັດ​ຕູໄດ້ 500 ຄົນ, ຈັບ​ກຸມ​ໂຕ ໄດ້ 1.800 ຄົນ, ມ້າງ​ເພ​ທຳ​ລາຍກຳ​ລັງ​ສັດ​ຕູ​ໄດ້ອີກ 500 ຄົນ (​ປະ​ກອບ​ມີ ລະບົບການ​ປົກ​ຄອງ ຂອງ​ຈັກ​ກະ​ພັດ ທີ່​ຢູ່ ຊຳ​ເໜືອ); ຕີ​ແຕກ 3 ກອງ​​ພັນ ແລະ 3 ກອງ​ຮ້ອຍ ຢູ່ ຊໍາເຫນືອ, 8 ກອງ​ຮ້ອຍ ຢູ່​ແມ່​ນ້ຳ​ອູ ແລະ ລູກ​ແຫຼ່ງ​ຕີ​ມື​ຂອງ​ສັດ​ຕູ​ອີກ​ຫຼາຍ​ຮ້ອຍ​ຄົນ ຢູ່​ບັ້ນ​ຮົບ​ເສັ້ນ​ທາງເລກ​ທີ 7, ຊຽງ​ຂວາງ; ມ້າງ​ເພ​ທຳ​ລາຍ ເຂດ​ທີ່​ໝັ້ນ​ສັດ​ຕູ​ຢູ​ເຂດ: ເມືອງງອຍ, ນ້ໍາບາກ, ເມືອງ​ຂໍ, ເມືອງ​ປາກ​ຊ່າງ, ເມືອງ​ໜອງ​ແຮດ. ຕີ​ຖອຍສັດ​ຕູ​ອີກ 25 ແຫ່ງຄື: ​ຊຳ​ເໜືອ, ຊຽງ​ຂວາງi, ເມືອງ​ໂຊຍ, ​ຄັງ​ໄຂ, ​ເມືອງ​ຫງາດ, ​ເມືອງ​ໂມ, ​ບ້ານ​ແສ້, ​ເມືອງ​ສູງ ... ; ​ປົດ​ປ່ອຍ​ດິນ​ແດນຫຼາຍກວ່າ 35,000 ຕາກິໂລແມັດ, ແຂວງ​ຊໍາເຫນືອທັງ​ໝົດ, ສ່ວນຫນຶ່ງຂອງຊຽງຂວາງ ແລະ ຫຼວງພະບາງ 1/5 ເນື້ອ​ທີ່​ທາງ​ພາກ​ເໜືອ​ຂອງລາວ ແລະ ປົດ​ປ່ອຍ​ປະ​ຊາ​ຊົນ​ໄດ້​ເຖິງ 40,000 ຄົນ, ໃນ​ນັ້ນ​ມີ​ ແມ່ນ້ໍາອູ ເປັນ​ເຂດ​ທີ່​ມີ​ຄວາມ​ສຳ​ຄັນ​ຍຸດ​ທະ​ສາດ, ເຂດ​ທີ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ຂອງ​ພາກ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ລາວ.

ໄຊຊະນະຂອງບັ້ນ​ຮົບ ພາກ​ເໜືອ​ຂອງ​ລາວ ໄດ້ສ້າງໂສມຫນ້າໃຫມ່ຂອງການຕໍ່ສູ້​ກູ​ຊາດ​ຂອງປະຊາຊົນລາວ. ໄຊຊະນະນີ້ໄດ້​ສ້າງໃຫ້ການປະຕິວັດລາວ ມີຖານທີ່​ໝັ້ນ​ອັນ​ກ້​ວາງ​ຂວາງ ແລະ ຕິດ​ແທດ​ກັບ​ເຂດ​ປົດ​ປ່ອຍ​ຂອງ​ຫວຽດ​ນາມ. ລັດຖະບານຕໍ່ຕ້ານລາວ ແລະ ແນວ​ໂຮມ​ເອກ​ກະ​ພາບ​ລາວ ຈາກນັ້ນ​ໄດ້​ມີ​ເບື້ອງ​ຫຼັງ​ທີ່​ແໜ້ນ​ໜາ​ເພື່ອ​ການ​ເຄື່ອນ​ໄຫວ. ທະ​ຫານປົດປ່ອຍປະເທດລາວ ມີ​ຮາກ​ຖານ, ທີ່​ຕັ້ງ, ກໍ່​ສ້າງ ແລະ ພັດ​ທະ​ນາ​ກອງ​ກຳ​ລັງ. ຮາກ​ຖານ​ການ​ຕໍ່​ຕ້ານ​ຂອງ​ການ​ປະ​ຕິ​ວັດ​ລາວ ໄດ້​ເຊື່ອມ​ໂຍງກັບ​ເຂດ​ເອກ​ກະ​ລາດ​ຂອງ​ຫວຽດ​ນາມ, ສ້າງ​ການ​ປະ​ສານ​ງານ​ຍຸດ​ທະ​ສາດ ລະ​ຫວ່າງ ການ​ປະ​ຕິ​ວັດ ຂອງ​ສອງ​ປະ​ເທດ ຄື:​ຫວຽດ​ນາມ-ລາວ, ນຳ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊົນ​ເຜົ່າ​ຂອງ​ສອງ​ຝ່າຍພັດ​ທະ​ນາ​ເງື່ອນ​ໄຂ​ສະ​ດວກ.

ພາຍໃຕ້ການຊີ້ນໍາຂອງສູນ​ກາງພັກກຳ​ມະ​ກອນ ຫວຽດນາມ, ຂອງ​ແນວ​ໂຮມ ແລະ ລັດຖະບານຫວຽ​ດ​ນາມ ສາ​ທາ​ລະ​ນດ​ລັດ ປະ​ຊາ​ທິ​ປະ​ໄຕ​ ແລະ ລັດຖະບານຕໍ່​ຕ້ານລາວ, ໄຊຊະນະພາກ​ເໜືອແມ່ນ ໄຊຊະນະຂອງ​ຈິດ​ໃຈ​ກຳ​ມະ​ກອນສາ​ກົນສູງ​ສຸດ, ໄຊ​ຊະ​ນະ​ແຫ່ງ​ການ​ຮ່ວມ​ມື​ຕໍ່​ສູ້​ລະ​ຫວ່າງ ທະ​ຫານ​ປະ​ຊາ​ຊົນ ຫວຽດ​ນາມ ແລະ ທະ​ຫານ​ປົດ​ປ່ອຍ​ລາວ, ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫວຽດ​ນາມ-ລາວ. ໃນ​ການບັ້ນ​ຮົບ​ພາກ​ເໜືອ​ລາວ, ການປະສານການ​ຕໍ່​ສູ້ ທາງ​ດ້ານ​ການ​ທະ​ຫານ ສອງ​ປະ​ເທດ ໄດ້​ພັດ​ທະ​ນາ​ຂື້ນ​ບົນ​ໃບ​ໜ້າ​ໃໝ່, ເປັນ​ຂີດ​ໝາຍ​ໃໝ່​ຂອງ​ການ​ປະ​ສາ​ນ​ສົມ​ທົບ​ຕໍ່​ສູ້​ລະ​ຫວ່າງ​ທະ​ຫານ ແລະ ປະ​ຊາ​ຊົນ​ສອງ​ຊາດ ນັບ​ມື້​ນັບ​ຮັດ​ແໜ້ນ, ມີ​ປະ​ສິ​ດ​ທິ​ຜົນ ແລະ ມີ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່, ນຳ​ພາ​ລະ​ກິດ​ຕໍ່​ສູ້​ຕ້ານ​ຈັກ​ກະ​ພັດ ຂອງ​ສອງ​ປະ​ເທດ ມີ​ຄວາມ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ກ້າວ​ສູ່​ຄວາມ​ມີ​ໄຊ​ຊະ​ນະ​ອັນ​ໃໝ່ ແລະ ຍິ່ງ​ໃຫຍ່ກວ່າ​ເກົ່າ.

ວັນທີ 19 ພຶດສະພາປີ 1953, ໃນງານ​ໂຮມ​ຊຸມ​ນຸມ​ມິງ​ຕິ້ງ ຊົມ​ເຊີຍ​ໄຊ​ຊະ​ນະ, ສົມ​ເດັດ​ ສຸ​ພາ​ນຸ​ວົງ ກ່າວວ່າ "ຊຳ​ເໜືອ​ໄດ້​ຮັບການປົດປ່ອຍ ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ລາວ... ແມ່ນຜົນສຳ​ເລັດຂອງນ້ຳໃຈສາ​ມັກ​ຄີ​ຕໍ່​ສູ້ ຂອງປະ​ຊາ​ຊົນ​ອ້າຍ​ນ້ອງ ສອງ​ຊາດ​ ຫວຽດ​ນາມ-ລາວ, ແຫ່ງການຊ່ວຍເຫລືອໂດຍບໍ່ມີເງື່ອນໄຂຂອງປະຊາຊົນ, ທະ​ຫານ​ຫວຽດນາມ ເພື່ອດັບ​ສູນທໍາລາຍສັດຕູໂຕ​ດຽວ​ກັນ". ຄວາມສາມັກຄີດັ່ງ​ກ່າວເປັນ​ຮາກຖານ, ຫົວ​ວ​ຂໍ້​ເຮັດ​ໃຫ້​ທະ​ຫານ ປະ​ຊາ​ຊົນ​ສອງ​ຊາດ ບຸກ​ເອົາ​ໄຊ​ຊ​ະ​ນະ ອັນ​ຍິ່ງ​ໃຫຍ່ ໃນ​ສົງ​ຄາມ​ຕ້ານ​ສັດ​ຕູ​ໂຕ​ດຽວ​ກັນ, ສຳ​ເລັດ​ໜ້າ​ທີ່ ພາ​ລະ​ກິດ ຍາດ​ເອົາ ເອກ​ກະ​ລາດ ໃຫ້​ສອງ​ຊົນ​ເຜົ່າ ຫວຽດ-ລາວ. ຫວນ​ຄືນ​ໄຊ​ຊະ​ນະ​ຂອງ​ບັ້ນ​ຮົບ, ໃນ​ປື້ມ​ປະ​ຫວັດ​ສາດ " ເສັ້ນ​ທາງ​ສູ່ ດ໋ຽນ​ບຽນ​ຟູ້" ໂດຍ​ສຳ​ນັກ​ພິມ ກອງ​ທັບ ຈັດ​ພິມ​ ປິ 1999, ອິກ​ເທື່ອ​ໜື່ອງ, ທ່ານ​ພົນ​ເອກ ຫວໍ໋​ຫງວຽນ​ຢາບ ໄດ້​ຢ໊ນ​ຢືນ​ວ່າ: "ບັ້ນ​ຮົບ​ພາກ​ເໝືອ​ລາວ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທຸກ​ໆ​ເປົ້າ​ໝາຍ​ທີ່​ວາງ​ອອກໃນ​ເບື້ອງ​ຕົ້ນ. ລະ​ດູ​ບານ​ໃໝ່ ປີ 1953 ເປີດ​ສາກ​ຄວາມ​ຫັວງ​ທີ່​ຍິ່ງ​ໃຫຍ່​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຂອງ​ສອງ​ຊາດ ຫວຽດ​ນາມ-ລາວ ໃນ​ສົງ​ຄາມ, ດ້ວຍ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ໃໝ່ ລະ​ຫວ່າງ ການ​ປະ​ຕິ​ວັດ​ຂອງ​ສອງ​ຊາດ. ນັ້ນແມ່ນເຄື່ອງຫມາຍໃໝ່​ໃນ​ປະ​ຫວັດ​ສາດ​ແຫ່ງ​ຄວາມ​ສາ​ມັກ​ຄີ ສະ​ໜິດ​ແໜ້ນ ຫວຽດ-ລາວ. ທັງ​ເພື່ອນ ແລະ ເຮົາ​ຍັງ​ບໍ່​ເຄີຍມີ​ຈັກ​ເທື່ອ ທີ່​ຈຳ​ນວນ​ພົນ​ຖືກ​ບາດ​ເຈັບ ແລະ ເສຍ​ສະ​ຫຼະ​ຊີ​ວິດ ຂອງ​ທະ​ຫານ ພຽງ​ເລັກ​ໜ້ອຍ​ຄືໄຊ​ຊະ​ນະໃນ​ບັ້ນ​ຮົບ​ນີ້,… ກອງ​ທັບ​ຂອງ​ພວກ​ເຮົາ​ນຳ​ໄຊ​ຊະ​ນະ​ກັບ​ບ້ານ, ຍັງ​ເຕັມ​ໄປ​ດ້ວຍ​ພະ​ລະ​ກຳ​ລັງ​ຄື​ກັບ​ວ່າ​ຍັງ​ບໍ່​ທັນ​ໄດ້​ຜ່ານ​ການ​ສູ້​ຮົບ​ມາ​ກ່ອນ. ແຕ່​ລະ​ຄົນ​ຍັງ​ຮັກ​ສາ​ໄວ້ ເຖິງ​ຄວາມ​ຮູ້​ສືກ, ຮູບ​ພາບ​ອັນດີ​ງາມຂອງ​ໝູ່​ເພື່ອນ​ທີ່​ເຮົາ​ຕໍ່​ສູ້, ປ​ະ​ຊາ​ຊົນ ແລະ ດິນ​ແດນ​ລາວ. ບັນ​ດາ​ບ້ານ​ນ້ອຍໆ ກັບ​ບັນ​ດາ​ເຮືອນ ຮ້ານ​ອັນ​ສະ​ຫງົບ​ງຽບ, ປະ​ຊາ​ຊົນ ລູກຊາຍໃນປະຫວັດສາດຂອງການຕໍ່ສູ້ກັບຄວາມສາມັກຄີຂອງຫວຽດນາມ - ລາວ. ທ່ານບໍ່ເຄີຍໄດ້ຮັບໄຊຊະນະອັນໃຫຍ່ຫຼວງກັບການເສຍຊີວິດຈໍານວນຫນ້ອຍເຊັ່ນນີ້? ທີມງານຂອງພວກເຮົາກ່ຽວກັບເສັ້ນທາງກັບຄືນສູ່ໄຊຊະນະ, ຍັງເຕັມໄປດ້ວຍຜົນບັງຄັບໃຊ້ຊີວິດໃນເວລາທີ່ເລີ່ມຕົ້ນການສູ້ຮົບ. ແຕ່ລະຄົນຮັກສາຄວາມຮູ້ສຶກ, ຮູບພາບທີ່ດີກ່ຽວກັບການຕໍ່ສູ້, ປະຊາຊົນ​ເອື້ອ​ເຝື້ອ​ເພື່ອແຜ່, ພິ​ທີ​ຜູກ​ແຂນ, ຈັງ​ຫວະ​ຟ້ອນ ລຳ​ວົງ, ບົດ​ເພງ ຈຳ​ປາ…"

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-93.html

In bài biết