ລາວ ເນັ້ນ "ເອົາປະຊາຊົນເປັນກົກ, ເອົາຊົນນະບົດ ເປັນເປົ້າໝາຍ" ໃນການລົບລ້າງຄວາມທຸກຍາກ
|
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
ທ່ານ ນາຍົກ ໄດ້ໃຫ້ຮູ້ວ່າ: ໃນປີ 2003 ພວກເຮົາໄດ້ລະດົມທຶນຈາກ ຕ່າງປະເທດ ໂດຍແມ່ນທະນາຄານໂລກ ແລະ ຫລາຍປະເທດ ເຂົ້າມາສະໜັບສະໜູນ ແລະ ກໍ່ຕັ້ງກອງທຶນລົບລ້າງຄວາມທຸກຍາກຂຶ້ນ ເຊິ່ງເປັນຈຸດເລີ່ມຕົ້ນທີ່ດີ ແລະ ກອງທຶນດັ່ງກ່າວ ນີ້, ໄດ້ສ້າງລະບົບການນຳໃຊ້ກອງທຶນ ແລະ ກຳນົດພາລະບົດບາດຂອງການນຳໃຊ້ກອງທຶນຢ່າງຈະແຈ້ງ, ກອງທຶນລົບລ້າງຄວາມທຸກຍາກໄດ້ເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ,ເຊິ່ງລັດຖະບານໄດ້ລົງທຶນຢ່າງມະຫານສານ ເຂົ້າໃນການພັດທະນາຊົນນະບົດ ເປັນຕົ້ນແມ່ນການສ້າງຖະໜົນຫົນທາງ, ສ້າງໃຫ້ປະຊາຊົນໄດ້ຊົມໃຊ້ໄຟຟ້າ, ສ້າງຊົນລະປະທານຖ້າບ່ອນໃດມີເງື່ອນໄຂ ແລະ ເຮັດໃຫ້ເຂົາເຈົ້າສາມາດຜະລິດສິນຄ້າ ນັບມື້ນັບຫລາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນແຕ່ລະຄອບຄົວມີລາຍຮັບ, ສາມາດລ້ຽງຕົນເອງໄດ້ ແລະ ຜະລິດເປັນສິນຄ້າເພື່ອສົ່ງອອກ ເພື່ອໃຫ້ມີກຳໄລ່ໄດ້ເທື່ອລະກ້າວ ເຊິ່ງຈຳນວນໂຕເລກໄດ້ສະແດງໃຫ້ເຫັນວ່າ ປັດຈຸບັນນີ້ ມາຮອດປີ 2018 ຈີດີພີ ຫລື ລາຍຮັບຕໍ່ຫົວຄົນຂອງປະເທດເຮົາແມ່ນ 2.500 ກວ່າໂດລາສະຫະລັດ ຕໍ່ຄົນຕໍ່ປີ ເຫັນໄດ້ວ່າເພີ່ມຂຶ້ນຫລາຍເມື່ອທຽບໃສ່ໃນເມື່ອກ່ອນ, ນອກຈາກນີ້ ລາຍຮັບແຫ່ງຊາດແມ່ນບັນລຸ 2.209 ໂດລາສະຫະລັດ ຖ້າທຽບໃສ່ມາດຕະຖານ ຂອງການຈະເອົາປະເທດອອກຈາກສະຖານະພາບດ້ອຍພັດທະນາ ຖ້າຄິດໄລ່ ຈີເອັນໄວ ຫລື ລາຍຮັບແຫ່ງຊາດ ພວດເຮົາລື່ນຄາດໝາຍໜ້ອຍໜຶ່ງ ແຕ່ເງື່ອນໄຂອື່ນໆພວກເຮົາຍັງຕ້ອງໄດ້ສູ້ຊົນ.
ເປົ້າໝາຍຕົ້ນຕໍຂອງພັກ ແລະ ລັດຖະບານເຮົາ ແມ່ນເລັ່ງໃສ່ ການລົບລ້າງຄວາມທຸກຍາກໃຫ້ປະຊາຊົນແຕ່ລະຄອບຄົວ, ແຕ່ລະບ້ານ, ແຕ່ລະເມືອງ ເປັນຕົ້ນຕໍ, ພາຍຫລັງມີກອງທຶນລົບລ້າງຄວາມທຸກຍາກ ແຫ່ງຊາດຂຶ້ນມາ ພວກເຮົາສາມາດຊ່ວຍເຫລືອ ປະຊາຊົນໄດ້ຫລາຍດ້ານ ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງ ໃນຊົນນະບົດ ລະຫວ່າງບ້ານຕໍ່ບ້ານໃຫ້ມີເສັ້ນທາງຕິດຈອດກັນ, ສົ່ງເສີ່ມໃຫ້ມີຊົນລະປະທານ, ໃຫ້ມີສຸກສາລາ, ໃຫ້ມີໂຮງຮຽນ ສົ່ງເສີ່ມໃຫ້ເດັກນ້ອຍໄດ້ເຂົ້າໂຮງຮຽນ ຖ້າຫາກບ້ານໃດຍັງກືກໜັງສືພະຍາມໃຫ້ປະຊາຊົນ ລົບລ້າງການກືກໜັງສື ໃນໄລຍະຜ່ານມາ ກອງທຶນລົບລ້າງຄວາມທຸກຍາກແມ່ນມີຜົນງານຫລາຍ ໃນການຊ່ວຍເຫລືອປະຊາຊົນ ເຊິ່ງປັດຈຸບັນອັດຕາການເຂົ້າໂຮງຮຽນຊັ້ນປະຖົມຂອງເດັກໃນເກນອາຍຸ 5 ປີ ຢູ່ໃນບັນດາບ້ານເປົ້າໝາຍ ຫລື ເມືອງເປົ້າໝາຍ ທີ່ຈະລົບລ້າງຄວາມທຸກຍາກບັນລຸເຖິງ 98% ຖືວ່າເປັນໂຕເລກທີ່ສູງ ເຊິ່ງກອງທຶນລົບລ້າງຄວາມທຸກຍາກນີ້ ໄດ້ເຮັດໜ້າທີ່ຂອງຕົນເອງຢ່າງເອົາໃຈໃສ່ ແລະ ຜົນງານ 15 ປີ ພາຍຫລັງກອງທຶນລົບລ້າງຄວາມທຸກຍາກ ໄດ້ສ້າງຕັ້ງຂຶ້ນນັ້ນ, ພາກສ່ວນທີ່ກ່ຽວຂ້ອງໃນການຮັບຜິດຊອບນີ້ ໄດ້ທຸ້ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການພັດທະນາຊົນນະບົດ ແລະ ຖືປະຊາຊົນ, ບ້ານ, ເມືອງ ແລະ ຄອບຄົວທຸກຍາກເປັນເປົ້າໝາຍ ແມ່ນໄດ້ຮັບຜົນດີ ແລະ ເປັນໜ້າສັນລະເສີນ; ນອກຈາກນີ້, ຍັງມີຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ເຮັດໃຫ້ຊົນນະບົດ ສາມາດລົບລ້າງຄວາມທຸກຍາກໄດ້ຢ່າງເທື່ອລະກ້າວ ເຊິ່ງຄອບຄົວທີ່ຍັງທຸກຍາກແມ່ນຍັງເຫລືອເມືອງທຸກຍາກຍັງ 15%, ບ້ານທຸກຍາກຍັງ 20%, ບ້ານທີ່ພັດທະນາແລ້ວທີ່ຢູ່ໃນເຂດຊົນນະບົດ ເມືອງເປົ້າໝາຍ ບັນລຸເຖິງ 48,38%.
ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ສະເໜີວ່າ: ສິ່ງສຳຄັນທີ່ສຸດແມ່ນ ກອງທຶນລົບລ້າງຄວາມທຸກຍາກ ຕ້ອງໄດ້ເອົາໃຈໃສ່ນະໂຍບາຍເປົ້າໝາຍທີ່ ເອົາປະຊາຊົນເປັນກົກ, ເປົ້າໝາຍໃຫ້ຖືປະຊາຊົນເປັນໃຈກາງ, ຖືເປົ້າໝາຍລົບລ້າງຄວາມທຸກຍາກທີ່ພວກເຮົາ ຈະໄປພັດທະນາເປັນໃຈກາງ ຫລືເອົາຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງປະຊາຊົນ ເປັນຈຸເລີ່ມຂອງການສະໜອງ ຄວາມຮຽກຮ້ອງຕ້ອງການຂອງເຂົາເຈົ້າ ແລະ ເອົາຈຸດພິເສດ, ຄວາມສາມາດບົ່ມຊ້ອນຂອງທ້ອງຖິ່ນເປັນທ່າແຮງຕົ້ນຕໍ ເຊິ່ງປະຊົນທ້ອງຖິ່ນມີຄວາມຊິນເຄີຍໃນການຜະລິດ ແລະ ນຳໃຊ້ມູນເຊື້ອຂອງປະຊາຊົນທີ່ມີຢູ່ ເພື່ອສ້າງລາຍຮັບຂຶ້ນມາໄດ້ໄວຂຶ້ນ. ພ້ອມນີ້, ໃຫ້ປະຊາຊົນມີສ່ວນຮ່ວມ ໃຫ້ຫລາຍເທົ່າທີ່ຈະຫລາຍໄດ້ ຖ້າຢາກໃຫ້ປະຊາຊົນມີສ່ວນຮ່ວມ ເຮົາຕ້ອງໄດ້ປຶກສາຄວາມຕ້ອງການກັບປະຊາຊົນ ໂດຍກົງ ແລະ ຕ້ອງໃຫ້ປະຊາຊົນເປັນຜູ້ເຮັດເອງເປັນຕົ້ນຕໍ, ສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ຈັດຕັ້ງປະຕິບັດເອງ; ຕ້ອງມີການຝຶກອົບຮົມໃຫ້ປະຊາຊົນຮູ້ຫັນປ່ຽນວິຖີຊີວິດ, ວິທີທຳມາຫາກິນໃໝ່ ເພື່ອຍົກລະກັບຊີວິດການເປັນຢູ່ ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ.
ລັດຖະບານມີຄວາມພະຍາຍາມຫລາຍທີ່ສຸດ ໃນການສຸມທຶນຮອນໃນການພັດທະນາຊົນນະບົດ ເພື່ອຊຸກຍູ້ໃນການລົບລ້າງຄວາມທຸກຍາກ ຂອງປະຊາຊົນ ແຕ່ວ່າລັດຖະບານມີຫລາຍງົບປະມານ, ມີຫລາຍຂະແໜງການ ທີ່ຈະສົ່ງເສີມ ຫລື ຊ່ວຍໃຫ້ຊົນນະບົດ, ບ້ານ, ເມືອງທີ່ທຸກຍາກ ໄດ້ຮບການພັດທະນາ ເປັນຕົ້ນແມ່ນສ້າງເສັ້ນທາງຄົມມະນາຄົມ ໄປເຖິງຊົນນະບົດຫລາຍເທົ່າໃດກໍຍິ່ງດີ, ສ້າງຊົນລະປະທານ ຂະຫຍາຍກະສິກໍາ-ປູກຝັງລ້ຽງລັດ, ສົ່ງເສີມໃຫ້ມີການລົງທຶນ ຂອງຕ່າງປະເທດຢູ່ໃນຊົນນະບົດ ຂອງພາຍໃນ, ສົ່ງເສີມໃຫ້ໃຫ້ມີກິດຈະກຳການລົງທຶນ ຂອງພາຍໃນ ແລະ ຕ່າງປະເທດ ກໍແມ່ນການກະທົບໂດຍກົງຕໍ່ການລົບລ້າງ ຄວາມທຸກຍາກຂອງປະຊາຊົນ ເຊິ່ງປີນີ້ໄດ້ສົ່ງເສີມ ເປັນປີທ່ອງທ່ຽວລາວ ແລະ ປີໜ້າຈະເປັນປີທ່ອງທ່ຽວລາວ-ຈີນ ຖາມີການຈັດຕັ້ງປະຕິບັດຢ່າງເປັນລະບົບດີ ນັກທ່ອງທ່ຽວຈະລົງໄປຫາຊົນນະບົດ ແລະ ປະຊາຊົນຈະໄດ້ຂາຍສິນຄ້າຂອງເຂົາເຈົ້າເອງແລະ ຈະໄດ້ລາຍຮັບຈາກນັກທ່ອງທ່ຽວ ເຊິ່ງລັດຖະບານມີຫລາຍທິດທາງທີ່ຈະສົ່ງເສີມໃນຊົນນະບົດ ເພື່ອໃຫ້ການລົບລ້າງຄວາມທຸກຍາກ ປະຊາຊົນໃຫ້ນັບມື້ນັບດີຂຶ້ນ.
(ແຫຼ່ງຂໍ້ມູນ: ສົມຫວັງ/ຂປລ)