ລາວ: ມີຜູ້ຕິດເຊື້ອໄຂ້ຍຸງລາຍກໍລະນີສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ
![]() |
ພາບປະກອບ |
ສໍາລັບຕົວເລກໄຂ້ຍຸງລາຍ ໃນວັນທີ 21 ມີນາ 2021 ສປປ ລາວ ມີລາຍງານ ຜູ້ຕິດເຊື້ອໄຂ້ຍຸງລາຍ ເພີ່ມອີກ 1 ລາຍ ແລະ ບໍ່ມີຜູ້ເສຍຊີວິດ (ມີລາຍງານຈາກ ນະຄອນຫລວງວຽງຈັນ ແລະ 11 ແຂວງ) ຕົວເລກໄຂ້ຍຸງລາຍ ນັບແຕ່ວັນທີ 26/12/2020 ເປັນຕົ້ນມາ ຮອດວັນທີ 21/03/2021 ມີຜູ້ຕິດເຊື້ອກໍລະນີ ສະສົມທັງໝົດ 161 ຄົນ ແລະ ຍັງບໍ່ມີຜູ້ເສຍຊີວິດ.
ກ່ອນໜ້ານັ້ນ, ໃນວັນທີ 19 ມີນາ 2021 ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ວ່າ: ວັນທີ 18 ມີນາ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 7 ກໍລະນີ. ນັບແຕ່ທ້າຍປີ 2020 ຮອດວັນທີ 18 ມີນາ 2021 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມທັງໝົດ 156 ຄົນ.
ຕາມ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແລ້ວ, ສຳລັບໄຂ້ຍຸງລາຍ ປະຊາຊົນລາວ ແລະ ອຳນາດການປົກຄອງທຸກຂັ້ນ ຈົ່ງຮ່ວມກັນສືບ ຕໍ່ເອົາໃຈໃສ່ ກຳຈັດແຫລ່ງເພາະພັນ ຂອງໜອນນໍ້າຍຸງລາຍ ໂດຍປະຕິບັດ 05ປ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງ ທີ່ນຳເຊື້ອພະຍາດໄຂ້ຍຸງລາຍ ຖ້າບໍ່ມີໂຕຍຸງ ທີ່ເປັນພາ ຫະນຳເຊື້ອພະຍາດ ປະຊາຊົນກໍ່ບໍ່ມີ ຄວາມສ່ຽງຕໍ່ການຕິດເຊື້ອ ແລະ ເສຍຊີວິດ ຍ້ອນພະຍາດໄຂ້ຍຸງລາຍ.
![]() | ການນຳພັກ, ລັດ ວາງພວງມະລາ ເນື່ອງໃນໂອກາດ ສະຫລອງວັນສ້າງຕັ້ງພັກ ຄົບຮອບ 66 ປີ ການວາງພວງມະລາໃນຄັ້ງນີ້, ເພື່ອເປັນການສະແດງ ເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງ ພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫລະຊີວິດ, ເລືອດເນື້ອ ເພື່ອພາລະກິດ ປະຕິວັດຢ່າງ ອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງ ແລະ ປະກາດ ເອກະລາດ, ສະຖາປະນາເປັນ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. |
![]() | ຄໍາເຫັນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 66 ປີ ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດ ອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ... |
![]() | ສະຫະພາບເອີຣົບໃຫ້ການຊ່ວຍເຫຼືອແກ່ສປປ.ລາວ 2,8 ລ້ານເອີໂຣ ເພື່ອປະເຊີນໜ້າກັບ COVID-19 ຍສໝ - ຫວ່າງແລ້ວນີ້, ລັດຖະບານສປປ.ລາວ ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໃຫ້ຄຳໝັ້ນສັນຍາສະໜັບສະໜູນປະເທດລາວ 2,8 ລ້ານເອີໂຣ (ປະມານ 32 ຕື້ກີບ) ໂດຍຜ່ານອົງການອະນາໄມໂລກ (WHO) ເພື່ອຊ່ວຍເຫຼືອປະເທດລາວຮັບມືກັບການລະບາດຂອງ COVID-19. |
ໄຊພອນ