10:14 | 12/12/2018

ລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ລາວ-ໄທ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ

ພິ­ທີ​ຕ້ອນ­ຮັບ​ເປັນ​ທາງ​ການ​ຈັດ​ຂຶ້ນ​ຢູ່​ກະ­ຊວງ​ກະ­ລາ­ໂຫມ ຣາ​ຊະ​ອາ­ນາ­ຈັກ​ໄທ .

ພິ­ທີ​ຕ້ອນ­ຮັບ​ເປັນ​ທາງ​ການ​ຈັດ​ຂຶ້ນ​ຢູ່​ກະ­ຊວງ​ກະ­ລາ­ໂຫມ ຣາ​ຊະ​ອາ­ນາ­ຈັກ​ໄທ, ໂດຍ​ທ່ານ ພົນ​ເອກ ປຣະ​ວິດ ວົງ​ສຸ­ວັນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ລັດ­ຖະ­ມົນ­ຕີ​ກະ­ຊວງ​ກະ­ລາ­ໂຫມ ຣາ​ຊະ​ອາ­ນາ­ຈັກ​ໄທ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ໄທ-ລາວ ພ້ອມ​ຄະ­ນະ.

ຈາກ​ນັ້ນ ກໍ່​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ ເຊິ່ງ​ທ່ານ ພົນ​ໂທ ຈັນ​ສະ­ໝອນ ຈັນ​ຍາ​ລາດ ໄດ້​ກ່າວ​ວ່າ: ຍາມ​ໃດ​ກອງ­ທັບ​ປະ­ຊາ­ຊົນ​ລາວ​ກໍ່​ຕີ​ລາ­ຄາ​ສູງ ແລະ ຢຶດ​ໝັ້ນ​ຕໍ່​ການ​ພົວ­ພັນ​ຮ່ວມ​ມື​ອັນ​ດີ­ງາມ​ກັບ​ປະ­ເທດ​ໃກ້​ຄຽງ ໂດຍ​ສະ­ເພາະ ຕໍ່​ກອງ­ທັບ​ໄທ, ບົນ​ຈິດ­ໃຈ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ລາວ-ໄທ​ ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ທາງ­ບົກ ແລະ ທາງ­ນ້ຳ ບໍ່​ສາ­ມາດ​ຈະ​ຍ້າຍ​ຊາຍ​ແດນ​ອອກ​ຈາກ​ກັນ​ໄດ້. ກອງ­ທັບ​ປະ­ຊາ­ຊົນ​ລາວ ພ້ອມ​ຈະ​ສືບ­ຕໍ່​ສົ່ງ­ເສີມ ນຳ​ໃຊ້​ກົນ​ໄກ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ລາວ-ໄທ, ໄທ-ລາວ ໃນ​ການ​ແກ້​ໄຂ​ບັນ­ຫາ​ຕ່າງໆ ແລະ ການ​ຮ່ວມ​ມື​ໃຫ້​ຫຼາຍ​ຂຶ້ນ, ເພື່ອ​ນຳ​ເອົາ​ຜົນ​ປະ­ໂຫຍດ​ຕົວ​ຈິງ​ມາ­ສູ່​ປະ­ຊາ­ຊົນ​ທັງ​ສອງ​ປະ­ເທດ​ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ.

ພ້ອມ​ນີ້ ຈະ​ໄດ້​ຮ່ວມ​ມື​ກັນ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ­ຕາມ​ຊາຍ​ແດນ ໂດຍ​ໃຫ້​ມີ​ການ​ແຕ່ງ­ຕັ້ງ​ຄະ­ນະ​ປະ­ຕິ­ບັດ​ງານ​ຂອງ​ຝ່າຍ​ລາວ ແລະ ຝ່າຍ​ໄທ ແຕ່​ຢູ່​ພາຍ​ໃຕ້​ຄວາມ​ຮັບ­ຜິດ­ຊອບ​ຂອງ​ຄະ­ນະ​ອະ­ນຸ​ກຳ­ມະ­ການ​ສອງ​ຝ່າຍ ກອງ­ທັບ​ປະ­ຊາ­ຊົນ​ລາວ ຍິນ​ດີ​ທີ່​ມີ​ການ​ພົບ​ປະ​ຫາ­ລື​ໃນ​ລະ­ດັບ​ຕ່າງໆ ເຊັ່ນ: ກົມ​ໃຫຍ່​ເສ­ນາ​ທິ​ການ​ກອງ­ທັບ​ປະ­ຊາ­ຊົນ​ລາວ ກັບ​ກອງ​ບັນ­ຊາ​ການ​ທະ­ຫານ​ສູງ​ສຸດ ແລະ ກອງ­ທັບ​ບົກ​ໄທ ກົມ​ສູ້​ຮົບ​ກັບ​ບັນ­ດາ​ແມ່­ທັບ​ພາກ ເພື່ອ​ສົ່ງ­ເສີມ​ສາຍ​ພົວ­ພັນ ເພີ່ມ​ຄວາມ​ເຂົ້າ­ໃຈ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊີ່ງ​ກັນ ແລະ ກັນ ເປີດ​ກວ້າງ​ການ​ຮ່ວມ​ມື​ສ້າງ​ໃຫ້​ມີ​ຜົນ​ປະ­ໂຫຍດ​ຮ່ວມ​ກັນ​ຫຼາຍ​ຂຶ້ນ​ກວ່າ​ເກົ່າ ພ້ອມ​ນີ້ ສອງ​ຝ່າຍ​ຍັງ​ໄດ້​ສະ­ແດງ​ຄວາມ​ຍິນ​ດີ ແລະ ຕີ​ລາ­ຄາ​ສູງ​ທີ່​ເຫັນ​ວ່າ​ສາຍ​ພົວ­ພັນ​ອັນ​ດີ­ງາມ​ລະ­ຫວ່າງ​ລາວ-ໄທ ໄດ້​ມີ​ການ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ.

ນອກ​ນີ້ ສອງ​ຝ່າຍ​ໄດ້​ສືບ­ຕໍ່​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື ຮັກ­ສາ​ຄວາມ​ສະ­ຫງົບ​ຮຽບ​ຮ້ອຍ​ຕາມ​ຊາຍ​ແດນ​ທົ່ວ​ໄປ​ລາວ-ໄທ ໄທ-ລາວ ຄັ້ງ​ທີ 25 ເຊິ່ງ​ທ່ານ​ພົນ​ໂທ ຈັນ​ສະ­ໝອນ ຈັນ​ຍາ​ລາດ ໄດ້​ຕາງ­ໜ້າ​ໃຫ້​ລັດ­ຖະ­ບານ ແລະ ກອງ­ທັບ​ປະ­ຊາ­ຊົນ​ລາວ ສະ­ແດງ​ຄວາມ​ຂອບ­ໃຈ​ມາ​ຍັງ​ພະ​ບໍ​ຣົມ​ວົງ­ສາ​ນຸ​ວົງ ລັດ­ຖະ­ບານ ແລະ ປະ­ຊາ­ຊົນ​ໄທ ທີ່​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ດ້ານ​ເຈົ້າ​ໜ້າ­ທີ່​ກູ້​ໄພ ເຈົ້າ​ໜ້າ­ທີ່​ການ​ແພດ ພາ­ຫະ­ນະ ວັດ­ຖຸ-ອຸ­ປະ­ກອນ​ຮັບ​ໃຊ້ ແລະ ເງິນ​ຈຳ­ນວນ​ໜຶ່ງ ໃນ​ກໍ­ລະ­ນີ​ຄູ​ກັນ​ນ້ຳ​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ​ແຕກ​ຢູ່​ແຂວງ​ອັດ​ຕະ​ປື ແລະ ເກີດ​ອຸ​ທົກ​ກະ​ໄພ​ຫຼາຍ​ພື້ນ​ທີ່​ຂອງ​ລາວ ເຊິ່ງ​ໄລ­ຍະ​ຜ່ານ​ມາ​ການ​ພົວ­ພັນ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ​ລາວ-ໄທ ໄດ້​ຮັບ​ການ​ພັດ­ທະ­ນາ​ໃນ​ຫຼາຍ​ຂົງ­ເຂດ ແລະ ມີ​ຜົນ­ສຳ­ເລັດ​ເປັນ​ຮູບ​ປະ​ທຳ​ຫຼາຍ​ດ້ານ ໂດຍ​ສະ­ເພາະ ການ​ປະ­ຕິ­ບັດ​ດ້ານ​ຄວາມ​ໝັ້ນ­ຄົງ​ຊາຍ​ແດນ​ລາວ-ໄທ ໄທ-ລາວ ເຮັດ​ໃຫ້​ຊາຍ​ແດນ​ກາຍ­ເປັນ​ຊາຍ​ແດນ​ແຫ່ງ​ສັນ­ຕິ­ພາບ ມິດ­ຕະ­ພາບ ພ້ອມ​ນີ້​ຍັງ​ໄດ້​ປຶກ­ສາ​ຫາ­ລື​ກັນ​ຫຼາຍ​ບັນ­ຫາ ແລະ ບັນ­ລຸ​ຕາມ​ຈຸດ­ປະ­ສົງ​ເປົ້າ​ໝາຍ ພ້ອມ​ທັງ​ໄດ້​ລົງ​ນາມ​ບົດ​ບັນ­ທຶກ​ຮ່ວມ​ກັນ ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-922.html

In bài biết