ຄູໃນຊຸດທະຫານ ເປັນມະເຮັງເລືອດ ເປີດຫ້ອງສອນນັກຮຽນຟີຢູ່ກາງເກາະອັນຫ່າງໄກ
|
ຫ້ອງຮຽນຂອງອາຈານ ຟຸກ. (ພາບ BTC WeChoice Awards 2016)
ຮ້ອຍໂທ ເຈິ່ນນບິ່ງຟຸກ ແມ່ນ ໜື່ງໃນ 70 ຄົນທີ່ເປັນແບບຢ່າງ ຂອງປະເທດໄດ້ຮັບການຍ້ອງຍໍຊົມເຊີຍ ເນື່ອງໃນໂອກາດ ທີ່ລັດຖະບານ ສະເຫຼີມສະຫຼອງ ວັນຄົບຮອບ 70 ທີ່ ປະທານປະເທດ ໂຮ່ຈີ໋ມິງ ຮຽກຮ້ອງແຂ່ງຂັນຮັກຊາດ.
ຂຽນຄຳຮ້ອງຂໍອອກໄປເຂດໝູ່ເກາະຊາຍແດນເຖິງ 6ຄັ້ງ.
ອາຈານຟຸກ ເຈ່ຍນັກຮຽນໄປ ໂຮງຮຽນ. (ພາບ BTC WeChoice Awards 2016).
9 ປີກ່ອນ, ຕອນທີ່ຍັງມີເຮື່ອມີແຮງ ຕອນທີ່ເຂົ້າໂຮງໝໍເພື່ອຮັກສາໂລກ ທ່ານໝໍໄດ້ແຈ້ງໃຫ້ ຮ້ອຍໂທ ເຈິ່ນບິ່ງຟຸກ ວ່າລາວເປັນໂລກມະເຮັງເລືອດເນື່ອງຈາກຖືກກຳມັນຕະພາບລັງສີ. ຍ້ອນການເຮັດຕາມວິທີຮັບສາຂອງທ່ານໝໍ, ພາຍຫຼັງ 1 ປີ ຈຸລັງໂລກຮ້າຍຢຸດການພັດທະນາ, ອາຈານ ຟຸກ ໄດ້ຮັບອະນຸຍາດອອກໂຮງໝໍ, ລາວຮູ້ສຶກວ່າຕົນບໍ່ເໝາະກັບການດຳລົງຊີວິດຢູ່ໃນເມືອງ.
ຈາກນັ້ນລາວຕັດສິນໃຈໄດ້ຂຽນໃບຄຳຮ້ອງມາປະຈຳການຢູ່ ເກາະ ຮ່ອນຈ໋ວຍ ເພື່ອເຮັດວຽກ ເພາະກ່ອນໜ້ານີ້ ລາວເຄີຍມາທ່ຽວຢ້ຽມຢາມ ແລະ ຮູ້ສຶກວ່າຮັກຊີວິດການເປັນຢູ່ໃນທີ່ນີ້. ເກາະຫ່າງໄກບໍ່ມີຫົນທາງ, ບໍ່ມີໄຟຟ້າ, ບໍ່ມີນ້ຳປະປາ ສະນັ້ນການຕັດສິນໃຈຂອງລາວຖຶກຄອບຄົວ ແລະ ອົງການຈັດຕັ້ງຄັດຄ້ານ. ລາວໄດ້ຢືນໃບຄຳຮ້ອງເຖິງ 5 ເທື່ອ ແລະ ຖືກຜູ່ບັງຄັບບັນຊາປະຕິເສດ. ບໍ່ຫວັ່ນໄຫວ ລາວໄດ້ຢືນໃບຄຳຮ້ອງເທື່ອທີ 6 ແລະສຸດທ້າຍໃບຄຳຮ້ອງລາວກໍ່ໄດ້ຮັບອະນຸມັດ.
ຄວາມທຸກຍາກລຳບາກ ນຳຕົວໜັງສືມາສູ່ເກາະຫ່າງໄກ
ອາຈານຟຸກ ໄດ້ຂໍອະນຸຍາດຜູ່ບັງຄັບບັນຊາ ອະນຸຍາດໃຫ້ສອນໜັງສືໃຫ້ນ້ອງນ້ອຍຢູ່ເກາະດັ່ງກ່າວ. ທຳອິດ ຄວາມມຸ້ງມາດປາດຖະໜາຂອງອາຈານທີ່ມີຊັ້ນຕິດບ່າຖືກປະຕິເສດຈາກຄອບຄົວນ້ອງນ້ອຍນັກຮຽນຄັດຄ້ານ , ຍ້ອນວ່າພວກເຂົາຄິດວ່າ ພຽງແຕ່ຮູ້ມຸດນ້ຳ, ຮູ້ການເດີນທະເລແມ່ນວ່າພຽງພໍເພື່ອການດຳລົງຊີວິດແລ້ວ.
|
ຮ້ອຍໂທ ເຈິ່ນບິ່ງຟຸກ (ກາງ) ແບ່ງປັນທີ່ງານສະເຫຼີມສະຫຼອງ ວັນຄົບຮອບ 70 ທີ່ ປະທານປະເທດ ໂຮ່ຈີ໋ມິງ ຮຽກຮ້ອງແຂ່ງຂັນຮັກຊາດ.()
ຫ້ອງຮຽນທໍາອິດປະກອບມີເດັກນ້ອຍພຽງແຕ່ 5 ຄົນ ທີ່ມາຮຽນນຳ ມີຄົບທຸກໄວ. ພື້ນຖານໂຄງລ່າງຂາດເຂີນທີ່ສຸດ, ນັກຮຽນຕ້ອງໄດ້ນັ່ງຕັ່ງຢາງເກົ່າໆ. ຫ້ອງຮຽນເຮັດດ້ວຍຂັ້ນໄດໄມ້ ແລະ ສັງກະສີເກົ່າໆ.
ຄວາມຫຍຸ້ງຍາກລຳບາຄືແນວນັ້ນ ແຕ່ທັງອາຈານແລະນັກຮຽນກໍ່ຮ່ວມກັນຜ່ານຜ່າ. ໃນປັດຈຸບັນ, 100% ຂອງເດັກນ້ອຍໃນອາຍຸທີ່ຕ້ອງໄປໂຮງຮຽນ ລ້ວນແລ້ວແຕ່ໄດ້ເຂົ້າຮຽນ, ຮູ້ອ້ານ, ຮູ້ຂຽນ, ມີຄວາມຮູ້ພື້ນຖານ ຕາມລະບົບສຶກສາປະຈຸບັນ. ເຖິງຕອນນີ້, ມີນັກຮຽນ 4 ຄົນ ຈົບການສຶກສາຈາກ ມະຫາວິທະຍາໄລ ແລະ ມີວຽກທີ່ຫມັ້ນຄົງ.
ຕໍ່ຄຳຖາມວ່າລາວໄດ້ຖືກມອບຫມາຍໃຫ້ໄປຮັບພາລະກິດຢູ່ບ່ອນອື່ນ, ຄວາມຮູ້ສຶກຂອງລາວຈະເປັນແນວໃດ, ຮ້ອຍໂທ ເຈິ່ນບິ່ງຟຸກ ກ່າວວ່າ: "ລາວເອງເປັນທະຫານ ພະລະກິດແມ່ນຕ້ອງມາກ່ອນສະເໝີ. ຖ້າໄດ້ຮັບມອບຫມາຍ, ຂ້າພະເຈົ້າກໍ່ຈະຈັດຕັ້ງປະຕິບັດຫນ້າທີ່ໄດ້ຮັບມອບໝາຍ ແຕ່ຄວາມເປັນຈິງລາວ ຈະຕິດພັນ ກັບ ເກາະ ຮ່ອນຈ໋ວຍ ຕໍ່ໄປ, ຮ່ວມກັບ ນ້ອງນ້ອຍ, ຊ່ວຍເຫຼືອພວກເຂົາກ້າວໄປໄກກວ່ານີ້ ບົນເສັ້ນທາງຂອງການຮຽນຮູ້. "
(ຫັດທະບູນ)