19:45 | 13/12/2018

ປະກາດການເລື່ອນຊັ້ນ ນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ

ປະກາດການເລື່ອນຊັ້ນ ນາຍທະຫານຂັ້ນສູງ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ

ຮອງປະທານປະເທດ ແຫ່ງ ສປປ ລາວ ທ່ານ ພັນຄໍາ ວິພາວັນ ປະດັບຊັ້ນພົນເອກ ໃຫ້ແກ່ ທ່ານ ຈັນສະໝອນ ຈັນຍາລາດ.

ອີງຕາມລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015, ອີງຕາມກົດ ໝາຍວ່າດ້ວຍ ນາຍທະຫານສະບັບປັບປຸງ ປີ 2018 ແລະ ອີງຕາມໜັງສືສະເໜີ ຂອງນາຍົກລັດຖະມົນຕີ. ດັ່ງນັ້ນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຈຶ່ງໄດ້ອອກລັດຖະດຳລັດ ເລກທີ 317/ປປທ, ລົງວັນທີ 10 ທັນວາ 2018 ວ່າດ້ວຍການເລື່ອນຊັ້ນ ນາຍທະຫານ ຊັ້ນພົນໂທ ຂຶ້ນຊັ້ນພົນເອກ.

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ເລື່ອນຊັ້ນ ຂຶ້ນເປັນພົນເອກ ຄົນຫລ້າສຸດຂອງ ສປປ ລາວ ຖັດຈາກ ທ່ານ ພົນເອກ ຄຳໄຕ ສີພັນດອນ ແລະ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ເກີດເມື່ອວັນທີ 1 ເດືອນ ມິນາ ປີ 1948 ທີ່ແຂວງ ຜົ້ງສາລີ, ຊົນເຜົ່າກຶມມຸ, ລະດັບວັດທະນະທຳ ມ6, ລະດັບວິຊາສະເພາະປະລິນຍາໂທ ການເມືອງ-ການປົກຄອງ. ທ່ານໄດ້ ເຂົ້າຮ່ວມການປະຕິວັດ ໃນວັນທີ 4 ພະຈິກ ປີ 1963 ແລະ ເປັນກຳມະການກົມການເມືອງສູນກາງພັກ ແລະ ດຳລົງຕຳແໜ່ງເປັນລັດຖະມົນຕີກະ ຊວງປ້ອງກັນປະເທດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-918.html

In bài biết