ກອງປະຊຸມລັດຖະບານເປີດກວ້າງ ເນັ້ນໃສ່ການປຶກສາຫາລືການແກ້ໄຂ ໄພພິບັດນ້ຳຖ້ວມ ແລະ ແຜນພັດທະນາເສດຖະກິດ-ສັງຄົມ
![]() |
ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ II ປີ 2018.
ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ, ໂດຍມີບັນດາສະມາຊິກລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
![]() |
ທ່ານ ທອງລຸນ ສີສຸລິດ ກ່າວເປີດກອງປະຊຸມ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ທອງລຸນ ສີສຸລິດ ກ່າວວ່າ: ມື້ນີ້ ພວກເຮົາດຳເນີນກອງປະຊຸມລັດຖະບານ ເປີດກວ້າງຄັ້ງທີ II ປີ 2018 ເພື່ອຕີລາຄາສະພາບການ, ຄົ້ນຄວ້າ ແລະ ປຶກສາຫາລື ບັນດາວຽກງານທີ່ສໍາຄັນຕ່າງໆ. ກອງປະຊຸມຄັ້ງນີ້, ຈະດຳເນີນໄປເປັນເວລາ 2 ວັນເຕັມ ໂດຍຈະສຸມໃສ່ພິຈາລະນາໃນ 3 ຫົວຂໍ້ທີ່ສຳຄັນ ຄື: ສະຫລຸບສະພາບ ແລະ ການແກ້ໄຂໄພພິບັດ ໃນຂອບເຂດທົ່ວປະເທດ; ສະຫລຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 8 ເດືອນຕົ້ນປີ, ຄາດຄະເນໝົດປີ 2018 ແລະ ທິດທາງແຜນປີ 2019; ສະ ຫລຸບສັງລວມຕີລາຄາຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ກາງສະໄໝ ແລະ ກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ພ້ອມດຽວກັນນີ້, ທ່ານນາຍົກລັດຖະມົນຕີ ກໍໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມທັງໝົດໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນດ້ວຍຄວາມຮັບຜິດຊອບສູງ, ສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກ ເພື່ອເຮັດໃຫ້ກອງປະຊຸມມີປະສິດທິຜົນ, ບັນລຸຕາມຈຸດປະສົງ ແລະ ຄາດໝາຍ.
ໃນໄລຍະກອງປະຊຸມ, ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ໂດຍຕາງໜ້າຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດແຫ່ງຊາດ ໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ການປະຕິບັດໃຫ້ການຊ່ວຍເຫລືອສຸກເສີນ ແລະ ແຜນການຟື້ນຟູຜົນກະທົບຫລັງໄພພິບັດຢູ່ ບັນດາແຂວງໃນທົ່ວປະເທດ.
![]() |
ບັນຍາກາດກອງປະຊຸມ.
ໄພນ້ຳຖ້ວມໃນຄັ້ງນີ້, ໂດຍນັບແຕ່ກາງເດືອນກໍລະກົດເປັນຕົ້ນມາ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຊີວິດ, ຊັບສິນຂອງປະຊາຊົນ ແລະ ສ້າງຄວາມເສຍຫາຍຕໍ່ໂຄງລ່າງ ພື້ນຖານທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຢູ່ 17 ແຂວງ 1 ນະຄອນຫລວງວຽງຈັນ, ຊຶ່ງມີ 115 ເມືອງ, 2.409 ບ້ານ, 131.507 ຄອບຄົວ, 639.437 ຄົນ. ໃນນັ້ນ, ເສຍຊີວິດ 55 ຄົນ, ບາດເຈັບ 2 ຄົນ ແລະ ສູນຫາຍ 100 ຄົນ (ຢູ່ອັດຕະປື 97 ຄົນ, ຫລວງພະບາງ 3 ຄົນ). ແຂວງອັດຕະປື ມີຈໍານວນຜູ້ເສຍຊີວິດ ແລະ ຜູ້ສູນຫາຍຫລາຍກວ່າໝູ່, ຊຶ່ງມີຜູ້ເສຍຊີວິດເຖິງ 40 ຄົນ ແລະ ສູນຫາຍ 97 ຄົນ, ຮອງລົງມາແມ່ນ ແຂວງ ຫລວງພະບາງ ມີຜູ້ເສຍຊີວິດ 10 ຄົນ ແລະ ສູນຫາຍ 3 ຄົນ, ຊຽງຂວາງ ເສຍຊີວິດ 4 ຄົນ ແລະ ແຂວງ ບໍລິຄໍາໄຊ ເສຍຊີວິດ 1 ຄົນ. ລວມມູນຄ່າເສຍຫາຍທີ່ຄາດຄະເນຂອງແຕ່ລະຂະແໜງມີ ຄື: ດ້ານໂຍທາທິການ ແລະ ຂົນສົ່ງ 631,8 ຕື້ກີບ, ດ້ານໄຟຟ້າ 25 ຕື້ກີບ, ດ້ານທີ່ຢູ່ອາໃສຂອງປະຊາຊົນ 12,5 ຕື້ກວ່າກີບ, ດ້ານກະສິກໍາ ແລະ ປ່າໄມ້ 1.2 ຕື້ກວ່າກີບ, ສ່ວນດ້ານສຶກສາ ແລະ ສາທາລະນະສຸກ ຍັງບໍ່ສາມາດຄາດຄະເນມູນຄ່າເສຍຫາຍໄດ້ເທື່ອ.
ສຳວຽກງານທີ່ຕ້ອງໄດ້ປະຕິບັດເລັ່ງດ່ວນປະກອບມີ: ສືບຕໍ່ເບີກຈ່າຍເງິນແຮຖົງ ໃຫ້ຄອບຄົວຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ຈໍານວນ 7.095 ຄົນ (100.000 ກີບ/ຄົນ/ເດືອນ); ສືບຕໍ່ບຸກເບີກພື້ນທີ່, ດໍາເນີນການສໍາຫລວດແຜນຜັງ ແລະ ປຸກສ້າງທີ່ຢູ່ອາໃສຊົ່ວຄາວຕາມ 5 ຈຸດ; ສືບຕໍ່ຊອກຄົ້ນ ແລະ ເກັບກູ້ຊາກສົບຜູ້ສູນຫາຍ; ສືບຕໍ່ໃຫ່ການຊ່ວຍເຫລືອບັນເທົາທຸກຈໍາວັນເປັນປົກກະຕິ; ສືບຕໍ່ສໍາຫລວດຈໍານວນຄອບຄົວ, ຈໍານວນພົນ ແລະ ອອກບັດໃຫ້ສໍາເລັດໂດຍໄວ; ກະກຽມເປີດກອງປະຊຸມປະເມີນຜົນກະທົບ ດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ; ເລັ່ງຕິດຕາມຊຸກຍູ້ການນໍາເຂົ້າເຮືອນສໍາເລັດຮູບ, ພ້ອມທັງປະກອບ ແລະ ມອບໃຫ້ປະຊາຊົນເພື່ອນໍາໃຊ້ເປັນທີ່ພັກອາໃສຊົ່ວຄາວໂດຍໄວ; ເລັ່ງໃນການເປີດການຮຽນ-ການສອນ ເຂດປະສົບໄພໃຫ້ທັນກໍານົດເວລາໂດຍໄວ ແລະ ກະ ກຽມຝຶກອົບຮົມ ໃຫ້ຄະນະຄຸ້ມຄອງສູນ ແລະ ອໍານາດການປົກຄອງບ້ານ.
(ແຫຼ່ງຂໍ້ມູນ: ຂປລ)