ປະຊາຊົນລາວ ເກືອບ 200 ຄົນ ໄດ້ຮັບການກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າ
ປະຊາຊົນຢູ່ເຂດຊາຍແດນລາວ ໄດ້ຮັບການກວດພະຍາດ, ແຈກຢາໂດຍບໍ່ເສຍຄ່າ. (ພາບ:baonghean.vn)
ຄ້າຍທະຫານຊາຍແດນຕາມກີ່, ທະຫານຊາຍແດນແຂວງເງ້ອານ ໄດ້ສົມທົບ ກັບ ສູນການແພດເມືອງເຕືອງເຢືອງ ແລະ ຕາແສງຕາມເຮີ້ບ ຈັດຕັ້ງການຢ້ຽມຢາມ ແລະ ກວດພະຍາດ, ແຈກຢາປົວພະຍາດໂດຍບໍ່ເສຍຄ່າໃຫ້ ປະຊາຊົນລາວເກືອບ 200 ຄົນ ຢູ່ບ້ານໂຮມຈະເລີນ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ສປປ ລາວ ມູນຄ່າກວ່າ 6 ລ້ານດົ່ງ. ນອກຈາກນັ້ນ, ປະຊາຊົນຍັງໄດ້ປະກອບບັນດາທັກສະກ່ຽວກັບການຕ້ານ ແລະ ສະກັດກັ້ນ ພະຍາດຕິດແປດຫຼາຍຊະນິດເປັນຕົ້ນຄື: ໄຂ້ເລືອດອອກ, ໄຂ້ຍຸງ ແລະ ອື່ນໆ ອີກດ້ວຍ.
(ໄຊພອນ)