ເອດີບີ ສະໜອງທຶນ 40 ລ້ານກວ່າໂດລາ ສົ່ງເສີມທຸລະກິດ ກະສິກຳແບບຍືນຍົງ ແທດເໝາະກັບສະພາບແວດລ້ອມ
![]() |
ທະນາຄານພັດທະນາອາຊີ (ເອດີບີ) ສະໜອງທຶນ 40,5 ລ້ານໂດລາສະຫະລັດ ຊ່ວຍເຫລືອ ສປປ ລາວ.
ທະນາຄານພັດທະນາອາຊີ (ເອດີບີ) ສະໜອງທຶນ 40,5 ລ້ານໂດລາສະຫະລັດ ຊ່ວຍເຫລືອ ສປປ ລາວ ເພື່ອນຳໃຊ້ເຂົ້າໃນໂຄງການສົ່ງເສີມ ລະບົບຕ່ອງໂສ້ການຜະລິດກະສິກຳ ເປັນສິນຄ້າ ທີ່ເປັນມິດກັບສິ່ງແວດລ້ອມ. ພິທີລົງນາມສັນຍາທຶນຊ່ວຍເຫລືອລ້າດັ່ງກ່າວ, ໄດ້ມີຂຶ້ນໃນວັນທີ 6 ກັນຍາ 2018, ລະຫວ່າງ ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ຢາຊູຊິ ເນກິຊິ ຜູ້ຕາງໜ້າທະນາຄານພັດທະນາອາຊີ ປະຈຳ ສປປ ລາວ, ມີບັນດາເຈົ້າໜ້າທີ່ອາວຸໂສ ຈາກກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອ້ອມຂ້າງ ເຂົ້າຮ່ວມ ເປັນສັກພິຍານ.
ໃນໂອກາດດັ່ງກ່າວ, ທ່ານ ເນກິຊິ ກ່າວວ່າ: ໂຄງການດັ່ງກ່າວ, ຈະຊ່ວຍບັນດາຊາວກະສິກອນ ແລະ ບັນດາຜູ້ປະກອບການທຸລະກິດກະສິກຳ ໃນການປັບປຸງລະບົບຕ່ອງໂສ້ ການຜະລິດກະສິກຳ ທີ່ຮອງຮັບກັບສະພາບແລດລ້ອມຢ່າງຖືກຕ້ອງ ແລະ ຍືນຍົງ, ເຊິ່ງໂຄງການນີ້ ແມ່ນຄວາມພະຍາຍາມທີ່ມີຮ່ວມກັນ ລະຫວ່າງ ລັດຖະບານຂອງ ສປປ ລາວ ແລະ ເອດີບີ ທີ່ຈະຮັບມືຕໍ່ກັບບັນຫາດັ່ງກ່າວ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອຫັນການຜະລິດກະສິກຳໃຫ້ເປັນສິນຄ້າ, ມີຄວາມຍືນຍົງ ແລະ ສອດຄ່ອງ ຕໍ່ກັບສະພາບແວດລ້ອມໃຫ້ດີຂຶ້ນ. ໂຄງການດັ່ງກ່າວນີ້, ຍັງຈະຊ່ວຍສ້າງສະມັດຕະພາບ ຂອງການຜະລິດພືດສິນຄ້າ, ສ້າງຜະລິດຕະພັນກະສິກຳ ໃຫ້ມີຄວາມ ຫລາກ ຫລາຍ ແລະ ເພີ່ມທະວີຄວາມສອດຄ່ອງ ຕໍ່ສະພາບແວດລ້ອມໃນ ສປປ ລາວ ໃນການສົ່ງເສີມການນຳໃຊ້ຝຸ່ນຊີວະພາບ ແລະ ການເຮັດກະສິກຳອິນຊີ ພ້ອມທັງການແຈກຍາຍແນວພັນພືດສິນຄ້າ ຫລາກຫລາຍຊະນິດ ທີ່ທົນຕໍ່ສະພາບນ້ຳຖ້ວມ ແລະ ແຫ້ງແລ້ງ. ພ້ອມນັ້ນ, ໂຄງການຍັງຈະສະໜັບສະໜູນ ການສ້າງນະໂຍບາຍສົ່ງເສີມການລົງທຶນ ຂອງພາກເອກະຊົນ ໃນຂະແໜງກະສິກຳ, ໂດຍຜ່ານຮູບແບບການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ພາກເອກະຊົນ, ການເຮັດສັນຍາຜູກພັນສອງສົ້ນ ແລະ ການສ້າງຕັ້ງກຸ່ມການລົງທຶນຮ່ວມ ເພື່ອຜະລິດກະສິກຳເປັນສິນຄ້າ.
ທ່ານ ເນກິຊິ ໃຫ້ຮູ້ຕື່ມວ່າ: ຕາມການຄາດຄະເນ ປະຊາຊົນຢ່າງໜ້ອຍ 1 ແສນຄົນ ຫລື 20 ພັນຄອບຄົວໃນລາວ ຈະໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ, ເຊິ່ງຈະຊ່ວຍໃຫ້ເຂົາເຈົ້າ ມີລາຍຮັບເພີ່ມຂຶ້ນຢ່າງໜ້ອຍ 30% ແລະ ທັງສົ່ງເສີມການຮ່ວມມື ແລະ ການເຊື່ອມໂຍງ ໃນອານຸພາກພື້ນແມ່ນ້ຳຂອງ ໂດຍການ ເປັນເອກະພາບກັນ ທາງດ້ານມາດຕະຖານຄຸນນະພາບ, ຄວາມປອດໄພ ແລະ ສະໜັບສະໜູນ ບັນດາຂໍ້ຕົກລົງຕ່າງໆ ກັບການຄ້າແນວພັນອານຸພາກພື້ນແມ່ນ້ຳຂອງ.
ການລິເລີ່ມດັ່ງກ່າວ ແມ່ນສອດຄ່ອງກັບແຜນຍຸດທະສາດ ຂອງລັດຖະບານໃນການພັດທະນາກະສິກຳ ຮອດປີ 2025 ເຊິ່ງແຜນຍຸດທະສາດດັ່ງກ່າວ, ໄດ້ແນ່ໃສ່ເພື່ອສົ່ງເສີມລະບົບຕ່ອງໂສ້ ຂອງການຜະລິດເຂົ້າ ໃນບັນດາແຂວງເປົ້າໝາຍ ເຊັ່ນ: ແຂວງຄຳມ່ວນ, ສາລະວັນ ແລະ ແຂວງສະຫວັນນະເຂດ. ພ້ອມນັ້ນ, ກໍແນ່ໃສ່ການສົ່ງເສີມລະບົບຕ່ອງໂສ້ ການຜະລິດພືດສິນຄ້າກະສິກຳ ໃນນະຄອນຫລວງວຽງຈັນ, ແຂວງຈຳປາສັກ ແລະ ແຂວງເຊກອງ ສິ່ງດັ່ງກ່າວນີ້ ຈະຊ່ວຍເຮັດໃຫ້ສາມາດບັນລຸເປົ້າໝາຍການຜະລິດ ພືດສິນຄ້າກະສິກຳ ແລະ ເຂົ້າ ທີ່ມີຄຸນນະພາບ ເພື່ອສົ່ງຂາຍທັງຕະຫລາດພາຍໃນ ແລະ ຕ່າງປະເທດ.
(ແຫຼ່ງຂໍ້ມູນ: ຂປລ)