21:33 | 07/09/2018

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ WEF ASEAN 2018 ຢູ່ ຫວຽດນາມ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມ WEF ASEAN 2018 ຢູ່ ຫວຽດນາມ

ທ່ານນາຍົກລັດຖະມົນຕີ ແຫ່ງສປປ ລາວ ທອງລຸນ ສີສຸລິດ.

ສຳນັກຂ່າວຫວຽດນາມ ປະຈຳລາວ ໄດ້ອີງໃສຂໍ້ມູນດັ່ງກ່າວ ສະແດງລາຍລະອຽດວ່າ ກອງປະຊຸມ WEF ASEAN 2018 ແມ່ນ ກອງປະຊຸມປະຈຳປີ ໂດຍມີການເຂົ້າຮ່ວມຂອງຜູ້ນຳລະດັບສູງຂອງປະເທດ ນັກທຸລະກິດ ໃນທົ່ວໂລກ ບັນດານັກວາງແຜນ-ນະໂຍບາຍ ໃນຂະແຫນງອຸດສາຫະກຳ ອົງການສາກົນ ແລະ ນັກວິຊາການອັນດັບຕົ້ນໆຂອງໂລກ.

WEF ASEAN 2018 ຈະແລກປ່ຽນຄຳຄິດຄຳເຫັນ ແລະ ວິໄສທັດ ໃນຫົວຂໍ້ “ASEAN 4.0 : ຈິດໃຈຂອງນັກທຸລະກິດ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ ສີ່,” ກ່ຽວກັບການຮ່ວມມືລະຫວ່າງ ລັດ ແລະ ເອກກະຊົນ ໃນການພັດທະນາ ເສດຖະກິດ-ສັງຄົມ ໃນພູມມິພາກ ແລະ ສາກົນ.

ໃນຂອບເຂດການເຂົ້າຮ່ວມກອງປະຊຸມ WEF ASEAN 2018 ເທື່ອນີ້ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ຈະມີການພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວ໋ຽນຊົນ ຟຸ໋ກ ແລະ ການນຳອື່ນໆຂອງຫວຽດນາມ. ນອກນັ້ນ ນາຍົກລັດຖະມົນຕີ ສປປ ລາວ ກໍ່ຈະພົບປະກັບ ປະທານບໍລິຫານ ເວທີເສດຖະກິດໂລກ ແລະ ບາງບໍລິສັດສາກົນທີ່ລົງທືນຢູ່ລາວ.

(​ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-854.html

In bài biết