13:44 | 20/08/2018

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ພະນະທ່ານ ບຸນຍັງ ວໍລະຈິດ ຢ້ຽມຢາມ ແລະ ມອບສິ່ງຂອງທີ່ຈຳເປັນໃຫ້ແກ່ ຜູ້ປະສົບໄພ ເມືອງສອງຄອນ ແຂວງສະຫວັນນະເຂດ.

ໂດຍມີພະນະ ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະ ສິກຳ-ປ່າໄມ້, ທ່ານ ຄຳແພງ ໄຊ ສົມແພງ ລັດຖະມົນຕີກະຊວງແຮງງານ ແລະສະຫວັດດີການສັງຄົມ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່, ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍ ບັນດາທ່ານຫົວໜ້າກົມ, ພະແນກການຕ່າງໆອ້ອມຂ້າງແຂວງ, ເຈົ້າເມືອງສອງຄອນ ຕະຫຼອດ ຮອດພໍ່ແມ່ປະຊາຊົນບ້ານລະຫານໍ້າ, ບ້ານສອງຄອນ, ດົງສະ ຫວ່າງ, ສິງທ່າ, ວິໄຊສົງ ແລະບ້ານ ໜອງເດີ່ນ ໄດ້ພ້ອມກັນມາເຕົ້າ ໂຮມກັນ ແລະເຂົ້າຮ່ວມຢູ່ທີ່ວັດປ່າຫີນສີລາມຸງຄຸນທຳມະນາຣາມ.

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ທ່ານເຈົ້າແຂວງສະຫວັນນະເຂດ ສັນຕິພາບ ພົມວິຫານ ລາຍງານສະພາບຄວາມເປັນໄປທີ່ກອງປະຊຸມ.

ໃນໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ ກ່າວຕ້ອນຮັບພະນະທ່ານເລຂາທິ ການໃຫຍ່ ຄະນະບໍລິຫານງານສູນ ກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍທ່ານຮອງນາຍົກລັດ ຖະ ມົນຕີ ແລະບັນດາແຂກທຸກທ່ານທີ່ ໄດ້ສະຫຼະເວລາອັນມີຄ່າມາຢ້ຽມ ຢາມພໍ່ແມ່ປະຊາຊົນຄັ້ງນີ້, ຈາກ ນັ້ນ ກໍ່ໄດ້ລາຍງານກ່ຽວກັບໄພພິ ບັດນ້ຳຖ້ວມຢູ່ແຂວງສະຫວັນນະ ເຂດໂດຍສັງເຂບວ່າ: ແຂວງສະ ຫວັນນະເຂດ ນອນຢູ່ໃນ 2 ອ່າງ ໂຕ່ງຄື: ອ່າງໂຕ່ງເຊບັ້ງໄຟ ແລະ ອ່າງ ໂຕ່ງເຊບັ້ງຫຽງ ແລະມີສາຍ ນ້ຳທີ່ເປັນສາຂາແມ່ນ້ຳຂອງທີ່ ນອນໃນ 2 ອ່າງໂຕ່ງຄື: ເຊບັ້ງໄຟ, ເຊບັ້ງຫຽງ, ເຊຈຳພອນ, ເຊຊັງ ຊອຍ, ເຊໂປນ, ເຊກອກ, ເຊໂຈນ ແລະສາຍນ້ຳອື່ນໆ ທີ່ເປັນສາຍນ້ຳ ໃຫຍ່ໃນການດຳລົງຊີວິດຂອງພໍ່ ແມ່ປະຊາຊົນ. ຍ້ອນສະພາບຝົນ ຕົກໜັກແກ່ຍາວໄປຫຼາຍວັນ, ບັນ ດາສາຍນ້ຳດັ່ງກ່າວນີ້ ຈຶ່ງສາມາດ ຮັບມວນນໍ້າໄດ້ໝົດ, ແມ່ນ້ຳຂອງ ໃນຕົ້ນເດືອນສິງຫາເພີ່ມຂຶ້ນຢູ່ໃນ ລະດັບ 11,64 ແມັດ, ເຂດລະ ວັງ ໄພ 12 ແມັດ, ດັ່ງນັ້ນ ສາຍນ້ຳສາ ຂາແຫ່ງຕ່າງໆກໍ່ມີການຍຶ່ງຂຶ້ນລົ້ນ ຝັ່ງ ແລ້ວໄຫຼເຂົ້າຖ້ວມເຮືອນ ແລະ ເນື້ອທີ່ການຜະລິດຂອງປະຊາຊົນ ກວມເປັນພື້ນທີ່ບໍລິເວນກວ້າງ. ໃນທົ່ວແຂວງ ມີນ້ຳຖ້ວມເຮືອນປະ ຊາຊົນທັງໝົດ 102 ຫຼັງ, ໃນ 5 ຕົວເມືອງ, ມີ 5.340 ຄອບຄົວ, ປະຊາຊົນໄດ້ຮັບຜົນກະທົບບ່ອນ ຢູ່ອາໃສ 27 ພັນກວ່າຄົນ, ໃນນີ້ ຍົກຍ້າຍຈຳນວນ 711 ຄອບຄົວ, ມີຈຳນວນ 3.777 ຄົນ ໄປຢູ່ບ່ອນ ທີ່ປອດໄພ, ໃນນັ້ນ ເນື້ອທີ່ນາຖືກ ຖ້ວມມີ 378 ບ້ານ, ໃນຈຳນວນ 15 ຕົວເມືອງ, ເນື້ອທີ່ທຳການຜະ ລິດຖືກຖ້ວມ 33.447 ເຮັກຕາ, ໜອງປາ 1.170 ໜອງ, ສັດລ້ຽງ ຕາຍ 5.200 ກວ່າໂຕ, ໃນນັ້ນ, ຄວາຍ 6 ໂຕ, ແບ້ 253 ໂຕ, ໝູ 101 ໂຕ, ສັດປີກ 4.811 ໂຕ. ສຳລັບເມືອງສອງຄອນ ເປັນເມືອງ ທີ່ມີຜົນກະທົບຂ້ອນຂ້າງໜັກສົມ ຄວນ, ເຊິ່ງຖືກຖ້ວມ 13 ບ້ານ, 842 ຄອບຄົວ, 5.242 ຄົນ, ສະ ເພາະບ້ານທີ່ຖືກຖ້ວມນາມີ 50 ບ້ານ, ສົ່ງຜົນກະທົບໃຫ້ 2.555 ຄອບຄົວ, ມີເນື້ອທີ່ຖືກຖ້ວມ 5.119 ເຮັກຕາ, ເສຍຫາຍ 4.505 ເຮັກຕາ.

ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ທ່ານຮອງນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ປະກອບຄຳເຫັນທີ່ກອງປະຊຸມ.


ຈາກນັ້ນ ທ່ານຮອງນາຍົກລັດ ຖະມົນຕີ, ບັນດາທ່ານລັດຖະມົນຕີ ກໍ່ໄດ້ຜັດປ່ຽນກັນປະກອບຄຳຄິດ ຄຳເຫັນ ເຊິ່ງແຕ່ລະທ່ານກໍ່ໄດ້ໃຫ້ ກຳລັງໃຈແກ່ພໍ່ແມ່ປະຊາຊົນຜູ້ທີ່ ໄດ້ຮັບຜົນກະທົບຈົ່ງມີກຳລັງໃຈ, ມີຄວາມຕັ້ງໃຈໃໝ່ເພື່ອສູ້ກັບໄພ ທຳມະຊາດຄັ້ງນີ້.
ໂອກາດນີ້ ທ່ານ ບຸນຍັງ ວໍລະ ຈິດ ກໍ່ໄດ້ຍົກໃຫ້ເຫັນໄພອັນຕະ ລາຍຂອງໄພພິບັດຄັ້ງນີ້ ເຊິ່ງເປັນ ໄພທຳມະຊາດທີ່ຮຸນແຮງໃນຊ່ວງ ເວລາຫຼາຍປີ ແລະອຸທົກກະໄພຄັ້ງ ນີ້ບໍ່ໄດ້ເປັນແຕ່ຢູ່ບ້ານເຮົາມັນໄດ້ ສົ່ງຜົນກະທົບກັບຫຼາຍປະເທດໃນ ໂລກ. ດັ່ງນັ້ນ ພໍ່ແມ່ນປະຊາຊົນ ພວກເຮົາ ໂດຍສະເພາະຊາວບ້ານ ລະຫານ້ຳ ແລະບ້ານໃກ້ຄຽງທີ່ໄດ້ ຮັບຜົນກະທົບຄັ້ງນີ້ຈົ່ງພ້ອມກັນ ມີສະຕິລະວັງຕົວ, ມີຄວາມສາ ມັກຄີເປັນປຶກແຜ່ນ, ມີການຊ່ວຍ ເຫຼືອເກື້ອກູນເຊິ່ງກັນ ແລະກັນເພື່ອ ໃຫ້ພົ້ນວິກິດຄັ້ງນີ້ໄປດ້ວຍກັນ, ຈາກນັ້ນ ທ່ານກໍ່ໄດ້ເນັ້ນໜັກພໍ່ແມ່ ປະຊາຊົນທຸກຖ້ວນໜ້າພາຍຫຼັງ ນ້ຳຫຼຸດລົງໃຫ້ພາກັນສ້ອມແຊມ ປັບປຸງ ໂດຍສະເພາະຄອງຊົນລະ ປະທານທີ່ມີຢູ່ກຽມເຮັດນາແຊງ ເພື່ອທົດແທນໃນເນື້ອທີ່ທີ່ເສຍຫາຍ, ເອົາໃຈໃສ່ເບິ່ງແຍງສັດລ້ຽງຂອງ ຕົນ ໃນການສັກຢາປ້ອງກັນ. ອີກ ບັນໜຶ່ງດ້ານວຽກງນສາທາລະ ນະສຸກການຮັກສາຄວາມສະ ອາດ, ການອະນາໄມ້ປ້ອງກັນພະ ຍາດກໍ່ຕ້ອງໄດ້ເອົາໃຈໃສ່ຢ່າງແຂງ ແຮງ ເພາະຫຼັງນ້ຳຖ້ວມສິ່ງທີ່ຕາມ ມາກໍ່ແມ່ນການລະບາດຂອງພະ ຍາດ. ດັ່ງນັ້ນ ທຸກຄົນຕ້ອງເອົາໃຈ ໃສ່ໃຫ້ຖືເປັນບັນຫາສຳຄັນ. ບັນຫາ ການສຶກສາຂອງລູກຫຼານກໍ່ຕ້ອງ ເອົາໃຈໃສ່ເຊັ່ນດຽວກັນ.


ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ມອບເຮືອໜຶ່ງລຳໃຫ້ແກ່ອຳນາດການປົກຄອງເມືອງໃຊ້ໃນການຊ່ວຍເຫຼືອຜູ້ປະສົບໄພ.


ຈາກນັ້ນ ກໍ່ໄດ້ມີການມອບ ເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ແລະໄດ້ມອບເຮືອ 1 ລຳ ໃຫ້ກັບອຳ ນາດການປົກຄອງເມືອງເພື່ອນຳ ໃຊ້ເຂົ້າໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ.


ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ


ພະນະທ່ານ ປະທານປະເທດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພ ເຂດບ້ານລະຫານໍ້າ ແຂວງ ສະຫວັນນະເຂດ

ທ່ານປະທານປະເທດມອບ ສິ່ງຂອງທີ່ຈຳເປັນໃຫ້ແກ່ຜູ້ປະສົບໄພນຳ້ຖ້ວມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-846.html

In bài biết