12:35 | 04/08/2018

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9.

ກອງປະຊຸມ​ໃນ​ຄັ້ງ​ນີ້, ໄດ້ທົບທວນຄືນຄວາມ​ຄືບໜ້າການຮ່ວມມື ແລະ ການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບ​ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງ​ຄາ​ ຄັ້ງທີ 8, ໂດຍສະເພາະ ຄວາມຄືບໜ້າຂອງການຈັດຕັ້ງ ປະຕິບັດໂຄງການເຫັນຜົນໄວ ຫຼື Quick Impact Project, ເຊິ່ງ ສປປ ລາວ ແມ່ນໄດ້ຮັບໂຄງການຊ່ວຍເຫລືອ ຈໍານວນ 3 ໂຄງການ ມູນຄ່າ 150.000 ໂດລາສະຫະລັດ ທີ່ນອນໃນຂົງເຂດວຽກງານກະສິກຳ, ກອງ​ປະ​ຊຸມ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ຕໍ່ ​ອິນ​ເດຍ ທີ່​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ ໜ່ວຍ​ງານ​ສາ​ທາ​ລະ​ນະ​ສຸກ ຄັ້ງ​ທີ 1 ໃນ​ຫົວ​ຂໍ້: ການ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ມາ​ເລ​ເລຍ ໃນ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ຄົງ​ຄາ (Pandamic Malaria and Dengue Management among Mekong Ganga Cooperation) ແລະ ກອງປະຊຸມ ກ່ຽວກັບວຽກງານ ວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (Micro Small and Medium Enterprise-MSME) ຄັ້ງທີ 1 ເພື່ອສົ່ງເສີມການຄ້າ ແລະ ການລົງທຶນ ສຳລັບວິສາຫະກິດ ຂະຫນາດນ້ອຍ ແລະ ຂະໜາດກາງ ຈາກບັນດາປະເທດ ສະມາຊິກຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮ່ວມກັນປືກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ, ໂດຍສຸມໃສ່ການຮ່ວມມື (1) ດ້ານການພັດທະນາຊັບພະຍາກອນມະນຸດ, ເຊິ່ງອິນເດຍ ຈະສະໜອງທຶນການສຶກສາຈຳນວນໜຶ່ງ ໃຫ້ແກ່ບັນດາ ປະເທດສະມາຊິກແມ່ນໍ້າຂອງ, (2) ການຮ່ວມມືດ້ານການທ່ອງທ່ຽວ, ໂດຍ ອິນເດຍ ແລະ ມຽນມາ ຈະພິມປື້ມຄູ່ມືສໍາລັບນັກທ່ອງທ່ຽວ ເພື່ອໂຄສະນາແຫລ່ງທ່ອງທ່ຽວ ທີ່ເປັນເອກະລັກສະເພາະຂອງ ບັນດາປະເທດສະມາ ຊິກຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃຫ້ສາມາດດຶງດູດເອົານັກທ່ອງທ່ຽວ ໃຫ້ຫລາຍຂຶ້ນໃນພາກພື້ນນີ້ ແລະ (3) ການຮ່ວມມືດ້ານວຽກງານກະສິກຳ, ເຊິ່ງ ຝ່າຍອິນເດຍ ໃນນາມປະເທດ ຄູ່ຮ່ວມພັດທະນາ ສະເໜີ ໃຫ້ມີການ ຈັດກອງ ປະຊຸມໜ່ວຍງານ ກະສິກຳ ຄັ້ງທີ 1 ຂຶ້ນ ໃນຫົວຂໍ້ (Rice Germplasm) ໃນເດືອນພະຈິກ 2018 ທີ່ ນິວເດລີ, ອິນເດຍ.

ກອງປະຊຸມໄດ້ຮ່ວມກັນຮັບຮອງ ເອົາເອກະສານສຳຄັນ 1 ສະບັບ ຄື: ຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 9 ເພື່ອໃຫ້ເປັນເອກະສານອ້າງອີງ ໃນການຈັດຕັ້ງຜັນ ຂະຫຍາຍ ການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມລັດຖະມົນຕີ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 10 ຈະຈັດຂຶ້ນ ໃນໄລຍະດຽວກັນ ກັບກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ໃນປີ 2019, ທີ່ ປະເທດໄທ, ໂດຍການເປັນປະທານຂອງ ສສ. ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-819.html

In bài biết