ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຊີ້ນຳວຽກງານ ຢູ່ ເມືອງສະຫນາມໄຊ
![]() |
ທ່ານ ພົນຈັດຕະວາ ຜາລົມ ລິນທອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ລົງຕິດຕາມການປະຕິບັດງານ.
ທ່ານ ພົນຈັດຕະວາ ຜາລົມ ລິນທອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ແລະ ທັງເປັນກຳມະການໃນຄະນະຮັບຜິດຊອບພາກສະຫນາມໃນການກອບກູ້ຊອກຄົ້ນຜູ້ສູນຫາຍ ແລະ ຊ່ວຍເຫຼືອກູ້ໄພພິບັດທາງທຳມະຊາດນ້ຳຖ້ວມຢູ່ເມືອງສະໜາມໄຊ, ແຂວງອັດຕະປື ໄດ້ລາຍງານວ່າ: ຢູ່ສູນບັນຊາການພາກສະໜາມ, ກຳລັງຂອງພວກເຮົາ ໄດ້ມີການຈັດສັນແບ່ງປັນວຽກງານຢ່າງລະອຽດ ເຊິ່ງໃນແຕ່ລະວັນ ກໍ່ໄດ້ຈັດຕັ້ງກໍາລັງກອງພົນທີ 5, ທະຫານແຂວງອັດຕະປື, ແລະທະຫານເມືອງສະໜາມໄຊ ດໍາເນີນການຊອກຄົ້ນຫາຜູ້ສູນຫາຍ ໂດຍເຂົາເຈົ້າໄດ້ແບ່ງຫນ້າວຽກຄວາມຮັບຜິດຊອບກັນຢ່າງລະອຽດ, ແບ່ງກັນອອກເປັນຈຸ, ເປັນຫມວດ, ແລະ ຕີແຜ່ເປັນຫນ້າກະດານ ແລະ ຂະຫຍາຍຕາໜ່າງຄົ້ນຫາເປັນລັດສະຫມີວົງກ້ວາງອອກໄປ, ເຖິງວ່າປັດຈຸບັນນີ້ ແມ່ນ້ຳລໍາເຊຈະບົກແຫ້ງລົງແລ້ວຕາມລຳດັບກໍ່ຕາມ, ການຊອກຄົ້ນຫາຜູ້ສູນຫາຍ ກໍ່ຍິ່ງພົບຄວາມຫຍຸ້ງຍາກ ເນື່ອງຈາກວ່າສະພາບດິນຟ້າອາກາດບໍ່ເອື້ອອຳນວຍ, ບາງບ່ອນເກີດມີຂີ້ຕົມເລິກພຽງເອິກ, ພຽງແອວ ບວກກັບ ເສດຂີ້ເຫຍື້ອຮາກໄມ້ທັບຖົມ ແລະ ມີເສດແກ້ວ, ຕະປູ ເຕັມໄປຕາມພື້ນທີ່, ເຮັດໃຫ້ ການກອບກູ້ຊອກຄົ້ນຫາ ພົບກັບຄວາມຫຍຸ້ງພໍສົມຄວນ.
![]() |
ທ່ານ ພົນຈັດຕະວາ ຜາລົມ ລິນທອງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ພ້ອມຄະນະ ລົງຕິດຕາມການປະຕິບັດງານ.
ແຕ່ເຖິງຢ່າງໃດກໍ່ຕາມ ທາງຄະນະຊີ້ນຳພວກເຮົາ ກໍ່ໄດ້ສຸມທຸກສະຕິປັນຍາເຫື່ອແຮງນຳພາກຳລັງອ້າຍນ້ອງ ສືບຕໍ່ອອກຊອກຄົ້ນຫາເປັນວົງກວ້າງ ແລະ ເລິກຍິ່ງຂຶ້ນ ເຊິ່ງຕໍ່ເນື່ອງຈາກຈຸດມື້ວານນີ້ ເພື່ອກອບກູ້ຊອກຄົ້ນຫາຜູ້ສູນຫາຍຈາກໄພພິບັດໃນຄັ້ງນີ້ໃຫ້ພົບໂດຍໄວ. ຜ່ານການຊອກຄົ້ນຫາຕົວຈິງ, ມາຮອດວັນທີ 7 ສິງຫາ ແມ່ນສາມາດຄົ້ນພົບຜູ້ເສຍຊີວິດໄດ້ 35 ສົບ, ສ່ວນທີ່ຍັງເຫຼືອນັ້ນ, ກຳລັງຂອງພວກເຮົາກໍ່ຈະສຸມໃສ່ຊອກຄົ້ນຫາໃນຂັ້ນຕໍ່ໄປ. ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ກໍາລັງທະຫານກົມກອງຕ່າງໆ ທີ່ໄດ້ສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ, ດໍາເນີນການຊອກຄົ້ນຢ່າງຕໍ່ເນື່ອງ, ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບພາກສະຫນາມຕະຫລອດຮອດບັນດາພະນັກງານ-ນັກຮົບ ຈົ່ງພ້ອມກັນສືບຕໍ່ສຸມທຸກເຫື່ອແຮງຂອງຕົນເພື່ອປະກອບສ່ວນເຮັດສຳເລັດຫນ້າທີ່ການເມືອງຂອງຕົນ ຕາມທີ່ໄດ້ຮັບມອບໝາຍ ດ້ວຍຄວາມບຸກບືນຫ້າວຫັນ, ພ້ອມທັງປະຕິບັດຫນ້າທີ່ດ້ວຍຄວາມລະມັດລະວັງ, ຫຼີກລ່ຽງການເກີດອຸປະຕິເຫດ ແລະ ການສູນເສຍ, ແລະ ເດັດດ່ຽວເຮັດສຳເລັດທຸກຫນ້າທີ ທີ່ປະເທດຊາດ ແລະ ປະຊາຊົນມອບຫມາຍໃຫ້.
(ຫັດທະບູນ)