ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ
ໃນເວລາ 2 ວັນຂອງວັນທີ 7-8 ທັນວານີ້, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມ ຢູ່ UAE ແລະ ອິນເດຍ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ເກືອບ 360 ຄົນ ກັບຄືນປະເທດດ້ວຍຄວາມປອດໄພ.
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ. (ພາບ: baoquocte) |
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ. ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.
ທັນທີຫຼັງຈາກເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຮັງ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳສິງກະໂປ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.
![]() | ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 450 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດດ້ວຍຄວາມປອດໄພ ຜູ້ໂດຍສານໃນຖ້ຽວບິນລວມມີເດັກນ້ອຍໃນເກນຕ່ຳກວ່າ 18 ປີ, ແມ່ຍິງຖືພາ, ຜູ້ເຈັບປ່ວຍ, ແຮງງານໝົດອາຍຸສັນຍາ, ນັກສຶກສາບໍ່ມີບ່ອນຢູ່ອາໄສ. |
![]() | ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນຈາກເອີຣົບ, ອາເມລິກາລາຕິນ ແລະ ອາຟຼິກກາ ກັບຄືນປະເທດ ຍສໝ - ໃນເວລາ 2 ມື້ ວັນທີ 11 - 12 ພະຈິກ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ເອີຣົບ, ອາເມລິກາແລະອາຟຼິກາ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 280 ຄົນ ໄດ້ກັບຄືນປະເທດບ້ານຢ່າງປອດໄພ. |
![]() | ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມ 340 ຄົນຈາກ ຍີ່ປຸ່ນ ກັບຄືນປະເທດຢ່າງປອດໄພ ຍສໝ - ໃນວັນທີ 12 ພະຈິກ 2020, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າ ຫວຽດນາມຢູ່ຍີ່ປຸ່ນ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກປະເທດຍີ່ປຸ່ນ ກັບຄືນປະເທດບ້ານຢ່າງປອດໄພ. |
ຄຳຮຸ່ງ