ສຳນັກຂ່າວຫຼາຍສຳນັກ ລາຍງານຂ່າວກ່ຽວກັບ ສະຖານະການນ້ຳຖ້ວມ ຢູ່ອັດຕະປື
ຕອນບ່າຍມື້ວານນີ້ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທອງລຸນ ສີສຸດລິດ ໄດ້ສັ່ງໂຈະ ກອງປະຊຸມລັດຖະບານ ປະຈຳເດືອນກໍລະກົດ 2018 ຢ່າງບໍ່ມີກຳນົດເພື່ອ, ເດີນທາງລົງໄປແຂວງອັດຕະປື, ເພື່ອຮ່ວມແຮງຮ່ວມຈິດເປັນໜື່ງທົ່ວປວງຊົນລາວທັງຊາດ ຊ່ວຍເຫຼືອປະຊາຊົນຍົກຍ້າຍຈາກບ້ານຫີນລາດ, ບ້ານໃໝ່, ບ້ານສະໝອງ, ບ້ານທ່າແສງຈັນ, ບ້ານທ່າຫີນ, ບ້ານໂຄກກ່ອງ ແລະ ບັນດາບ້ານລຽບຕາມສາຍເຊປຽນ ເມືອງສະໜາມໄຊ ແຂວງອັດຕະປື ສປປລາວ.
![]() |
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ລົງພື້ນທີ່ຜູ້ປະສົບໄພ.
ຕາມການລາຍງານຂອງພໍ່ແມ່ນປະຊາຊົນເຂດ ປະສົບໄພນຳຖ້ວມໄດ້ລາຍງານວ່າ: ມື້ເຊົ້ານີ້ທ່ານເຈົ້າແຂວງໆ ອັດຕະປືໄດ້ຊີ້ນຳ ແລະ ແບ່ງວຽກງານໃນການກູ້ໄພ ແລະ ໃຫ້ຄວາມຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມແລ້ວ.
![]() |
ການນຳແຂວງອັດຕະປືຊີ້ນຳ ແລະ ແບ່ງວຽກງານໃນການຊ່ວຍເຫຼືອພໍ່ແມ່ປະຊາຊົນ.
ຕອນຄ່ຳມື້ວານນີ້ ສຳນັກຂ່າວທົ່ວໂລກໄດ້ລາຍງານຂ່າວ ສະຖານນະການນ້ຳຖ້ວມຢ່າງລຽນຕິດ ຄື: ສຳນັກຂ່າວ Thai, Vietnam, CNN, BBC, China Xinhua News, Arirang News.... ພ້ອມນີ້ທຸກສຳນັກຂ່າວກໍ່ສະແດງຄວາມເສຍໃຈ ແລະ ຂໍເປັນກຳລັງໃຈເຖິງຜູ້ປະສົບໄພ ແຂວງອັດຕະປືຢ່າງຫຼວງຫຼາຍ.
![]() |
![]() |
![]() |
![]() |
ກຳລັງປ້ອງກັນປະເທດຂົນສົ່ງເຄື່ອງອຸປະໂພກ-ບໍລິໂພກເພື່ອແຈກຈ່າຍໃຫ້ຜູ້ປະສົບໄພ.
(ຫັດທະບູນ)