ແຂວງໄຊຍະບູລີ ກໍາລັງຊອກຫາແຫຼ່ງທຶນເພື່ອກໍ່ສ້າງ ຫໍຫຼັກເມືອງ
![]() |
ແຂວງໄຊຍະບູລີ.
ທ່ານ ນາງ ບົວຈັນ ພັນທະວົງ ຮອງຫົວໜ້າພະແນກຖະແຫ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂື້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 527/ຈຂ.ຊຍ ລົງວັນທີ 01 ມີຖຸນາ 2018 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລະດົມແຫຼ່ງທຶນ ເພື່ອກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ, ຮ່າງຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະກໍາມະການລະດົມທຶນ ກໍ່ສ້າງຫໍຫຼັກເມືອງ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງກອງເລຂາຊ່ວຍວຽກ ຄະນະກໍາມະການລະດົມທຶນ ກໍ່ສ້າງຫໍຫຼັກເມືອງ ແຂວງໄຊຍະບູລີ.
![]() |
ກອງປະຊຸມປຶກສາຫາລື ໃນການຈັດສັນງົບປະມານ ລະດົມທຶນກໍ່ສ້າງ ຫໍຫຼັກເມືອງ ແຂວງໄຊຍະບູລີ.
ຫໍຫຼັກເມືອງຕັ້ງຢູ່ ບ້ານທ່ານາ ເມືອງໄຊຍະບູລີ ແຂວງໄຊຍະບູລີ ເພື່ອເປັນບ່ອນສັກກະບູຊາ, ບ່ອນຈາລືກ, ສຶກສາຄົ້ນຄວ້າໃຫ້ພໍ່ແມ່ປະຊາຊົນ ເຫັນໄດ້ຄຸນຄ່າ ແລະ ຄວາມຊົງຈໍາກ່ຽວກັບປະຫວັດຄວາມເປັນມາຢ່າງຍາວນານຂອງແຂວງ ຫໍຫຼັກເມືອງມີຮູບຊົງຫໍປະສາດ ມີ 4 ໜ້າ, 4 ດ້ານ ປະດັບປະດາໄປດ້ວຍດວງ, ລວດລາຍ ເຊິ່ງສະແດງໃຫ້ເຫັນເຖິງການດໍາລົງຊີວິດ, ຮີດຄອງປະເພນີອັນດີງານ ທີ່ນໍາເອົາສະຖາປັດຕະຍະກໍາສິນ ທີ່ເປັນເອກະລັກທາງດ້ານວັດທະນະທໍາມາລວມຢູ່ຫໍຫຼັກເມືອງ ສູງ 19 ແມັດ, ແຕ່ລະດ້ານມີຄວາມກ້ວາງ 9 ແມັດ ໂດຍມີເສົາຫຼັກເມືອງທີ່ເຮັດດ້ວຍໄມ້ຈັນຫອມອາຍຸຫຼາຍຮ້ອຍປີ ຈໍານວນ 01 ເສົາ ປະດິດສະຖານຢູ່ພາຍໃນ ໂດຍມີເສົາຫຼັກເມືອງຂະໜາດໃຫຍ່ ສູງ 9 ແມັດ ແລະ ມີຄວາມຍາວຮອບເສົາ 60 ເຊັນຕິແມັດ ແລະ ມີ 8 ເສົາ ທີ່ຕັ້ງຢູ່ຮອບເສົາຫຼັກເມືອງ ມີຄວາມສູງ 05 ແມັດ ຊີ່ງມີມູນຄ່າ 8,390 ຕື້ກີບ ( ແປດຕື້ສາມຮ້ອຍເກົ້າສິບລ້ານກີບ ). ຈາກນັ້ນ, ຄະນະຮັບຜິດຊອບ ກໍ່ໄດ້ປະກອບຄໍາຄິດຄໍາເຫັນ ເພື່ອຄົ້ນຄ້ວາເປົ້າໝາຍການລະດົມທຶນ, ວາງແຜນການເຄື່ອນໄຫວກິດຈະກໍາແຕ່ລະໄລຍະ ເພື່ອປຸກລະດົມທຶນພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ, ຜູ້ປະກອບການທຸລະກິດພາຍໃນ ແລະ ຕ່າງປະເທດ ການຈັດຕັ້ງສັງຄົມ ເປັນເງິນ, ວັດຖຸ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງຫໍຫຼັກເມືອງໃຫ້ສໍາເລັດຕາມລະດັບຄາດໝາຍ.
(ແຫຼ່ງຂໍ້ມູນ: tonamchanews.com)