ມູນຄ່າການ ນໍາເຂົ້າ-ສົ່ງອອກ 3 ເດືອນຕົ້ນ ປີ2018 ລາວມີມູນຄ່າ 2,353 ລ້ານໂດລາສະຫະລັດ
![]() |
ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 2,353 ລ້ານໂດລາສະຫະລັດ.
ກົມການນໍ້ານໍາເຂົ້າ-ສົ່ງອອກ, ກະຊວງ ອຸດສາຫະກໍາ ແລະ ການຄ້າ ລາຍງານວ່າ: ໃນງວດທີ1 (ເດືອນ 1, 2 ແລະ 3) ປີ2018 ມູນຄ່າການນໍາເຂົ້າ-ສົ່ງອອກ ຂອງ ສປປ ລາວ ສາມາດບັນລຸໄດ້ທັງໝົດ 2,353 ລ້ານໂດລາສະຫະລັດ (ບໍ່ລວມເອົາຂໍ້ມູນການນໍາເຂົ້າ-ສົ່ງອອກ ໄຟຟ້າ ຍ້ອນຍັງ ບໍ່ທັນໄດ້ຮັບຂໍ້ມູນຄົບຖ້ວນຈາກຂະແໜງການທີ່ ກ່ຽວຂ້ອງ), ເພີ່ມຂື້ນ 12.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ. ການສົ່ງອອກປະຕິບັດໄດ້ 989 ລ້ານໂດລາສະຫະລັດ ເພີ່ມຂື້ນ 1.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີທີ່ຜ່ານມາ, ສ່ວນການນໍາເຂົ້າບັນລຸໄດ້1,363 ລ້ານ ເພີ່ມຂື້ນ 22.8%. ສິນຄ້າທີ່ ນໍາເຂົ້າຕໍ ແມ່ນ: ນໍ້າມັນເຊື້ອໄຟ (ນໍ້າມັນແອັດຊັງ, ກາຊວນ ແລະ ກາດ), ພາຫະນະທາງບົກ ແລະ ຊິ້ນສ່ວນອາໄຫຼ່, ອຸປະກອນກົນຈັກ, ເຫຼັກ ແລະ ອຸປະກອນ ທີ່ ເຮັດດ້ວຍເຫຼັກ, ເຄື່ອງໃຊ້ໄຟຟ້າ...
![]() |
ສິນຄ້ານຳເຂົ້າຕົ້ນຕໍ.
ສິນຄ້າທີ່ ສົ່ງອອກຕົ້ນຕໍ ແມ່ນ: ທອງ ແລະ ແຮ່ທອງ, ໂຄງຮ່າງກ້ອງບັນທຶກພາບ, ມັນຕົ້ນ, ເຄື່ ອງນຸ່ງຫົ່ ມ, ເຄື່ ອງໃຊ້ໄຟຟ້າ, ກາເຟ, ໝາກກ້ວຍ, ນໍ້າ ຕານ...
![]() |
ສິນຄ້ານສົ່ງອອກຕົ້ນຕໍ.
ປະເທດທີ່ ສປປ.ລາວ ນໍາເຂົ້າສິນຄ້າສ່ວນໃຫຍ່ຍັງແມ່ນບັນດາປະເທດທີ່ ມີຊາຍແດນຕິດຈອດເຊັ່ນ: ໄທ, ຈີນ ແລະ ຫວຽດນາມ. ນອກນັ້ນ ຍັງນໍ າ ເຂົ້າມາຈາກປະເທດຍີ່ປຸ່ນ, ເກົາຫີຼໃຕ້, ອິນໂດເນເຊຍ, ສິງກະໂປ, ອົດສະຕາລີ, ຮົງກົງ.
![]() |
ສປປ ລາວ ນຳເຂົ້າຈາກບັນດາປະເທດໄທ , ສປ ຈີນ ເປັນສ່ວນໃຫຍ່.
ປະເທດສົ່ ງອອກຕົ້ນຕໍແມ່ນ ໄທ, ຈີນ, ຫວຽດນາມ, ຍີ່ ປຸ ່ນ, ເຢຍລະມັນ ແລະ ອິນເດຍ.
![]() |
ບັນດາປະເທດທີ່ ສປປ ລາວ ສົ່ງອອກ.
(ຫັດທະບູນ)