ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ
ກອງທັບອາກາດ ບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື | |
ອາຊຽນ ໜູນຊ່ວຍແຂວງເທື່ອທຽນ-ເຫວ້ ແລະກວ໋າງຈິ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ |
![]() |
ກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ |
ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ຕອນບ່າຍວັນທີ 03 ພະຈິກ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ສົມທົບກັບຄະນະກຳມະການແຫ່ງຊາດກ່ຽວກັບຊາວໜຸ່ມຈັດຕັ້ງກອງປະຊຸມທາງອອນລາຍການນຳຊາວໜຸ່ມ ອາຊຽນ. ເຂົ້າຮ່ວມກອງປະຊຸມມີການນຳບັນດາກະຊວງ, ຂະແໜງການໂດຍລັດຖະບານບັນດາປະເທດຈັດງານຮັບຜິດຊອບວຽກງານຊາວໜຸ່ມ, ຮ່ວມມືຊາວໜຸ່ມອາຊຽນ ແລະ ອາຊຽນ +.
ທີ່ກອງປະຊຸມ, ການນຳຊາວໜຸ່ມບັນດາປະເທດ ອາຊຽນ ໄດ້ປຶກສາຫາລືກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການດຳເນີນງານຊາວໜຸ່ມ ອາຊຽນ ໄລຍະ 2016 – 2020 ແລະ ບັນດາເນື້ອໃນຈຸດສຸມຂອງແຜນການດຳເນີນງານຊາວໜຸ່ມອາຊຽນ ໄລຍະ 2020 – 2025, ການເຄື່ອນໄຫວຮ່ມມືຊາວໜຸ່ມອາຊຽນ ໃນໄລຍະຈະມາເຖິງໃນຂົງເຂດ, ຊາວໜຸ່ມອາສາສະໝັກ, ຊາວໜຸ່ມເລີ່ມຕົ້ນການດຳເນີນທຸລະກິດ, ແລະ ພັດທະນາທັກສະຊາວໜຸ່ມເພື່ອຕອບສະໜອງໄດ້ຄວາມຮຽກຮ້ອງຂອງການປະຕິວັດອຸດສາຫະກຳ 4.0 , ຊາວໜຸ່ມອາຊຽນຜ່ານຜ່າບັນດາຄວາມຫຍຸ້ງຍາກສິ່ງທ້າທາຍໂດຍໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ອ້າຍ ຫງວຽນແອັງຕ໊ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເນັ້ນໜັກວ່າ: “ປີ 2020 ແມ່ນປີພິເສດສຳລັບ ອາຊຽນ ເມື່ອເປັນຂີດໝາຍ 5 ປີປະຊາຄົມ ອາຊຽນ ປະກົດຜົນເປັນຈິງຢ່າງເປັນທາງການ, ແມ່ນປີເກີດໂລກລະບາດໂຄວິດ-19 ແລະ ສົ່ງຜົນສະທ້ອນຢ່າງເລິກເຊິ່ງ, ກ້ວາງຂວາງຕໍ່ເສດຖະກິດສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາປະເທດໃນພາກພື້ນ ແລະ ໃນໂລກ. ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ຊາວໜຸ່ມ ອາຊຽນ ໄດ້ສະແດງໃຫ້ເຫັນຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງ.ພ້ອມທັງສະມັກຄີໜູນຊ່ວຍເຊິ່ງກັນແລະກັນ ສະກັດກັ້ນໂລກລະບາດ, ຟຶ້ນຟູການຜະລິດດຳເນີນທຸລະກິດ ແລະ ຊີວິດດ້ານເສດຖະກິດສັງຄົມຂອງແຕ່ລະປະເທດ ແລະ ພາກພື້ນ”.
ການນຳຊາວໜຸ່ມ ອາຊຽນ ໄດ້ຮັບຮອງເອົາຖະແຫຼງການຮ່ວມການນຳຊາວໜຸ່ມ ອາຊຽນ ດ້ວຍຫົວຂໍ້ວ່າ “ເພີ່ມທະວີການຮ່ວມມືຊາວໜຸ່ມເພືຶ່ອ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ເພື່ອຍື່ນສະເໜີຕໍ່ການນຳຂັ້ນສູງ ອາຊຽນ ຮັບຮູ້ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37.
![]() | ກອງທັບອາກາດ ບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ກອງປະຊຸມຜູ້ບັນຊາການກອງທັບອາກາດບັນດາປະເທດ ອາຊຽນ ຄັ້ງທີ 17 (AACC – 17) ດ້ວຍຫົວຂໍ້ “ກອງທັບອາກາດບັນດາປະເທດ ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ຖືກດຳເນີນໃນວັນທີ 22 ຕຸລາ ຕາມຮູບການທາງອອນລາຍ. |
![]() | ອາຊຽນ ໜູນຊ່ວຍແຂວງເທື່ອທຽນ-ເຫວ້ ແລະກວ໋າງຈິ້ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ ຈໍານວນສິນຄ້າອຸປະຖໍານີ້ໄດ້ສົ່ງຈາກສາງຂອງອາຊຽນ ຢູ່ມາເລເຊຍ ແລະຈະດຳເນີນການມອບ-ຮັບຢູ່ສະໜາມບິນດ່ານັ້ງ... |
![]() | ຫວຽດນາມພ້ອມທີ່ຈະຮ່ວມມືກັບອາຊຽນ ແລະ ຄູ່ຮ່ວມມືເພື່ອຟື້ນຟູພາຍຫຼັງ ໂຄວິດ-19 ຍສໝ - ຫວຽດນາມ ພ້ອມທີຈະຮ່ວມມືກັບອາຊຽນ ແລະ ບັນດາຄູ່ຮ່ວມມື ເພື່ອປະຕິບັດການຟື້ນຟູເສດຖະກິດ, ເຮັດໃຫ້ຊິວິດການເປັນຢູ່ປົກກະຕິໃຫ້ປະຊາຊົນ ເພື່ອອາຊີ - ປາຊີຟິກ ເປັນສັນຕິພາບ, ໝັ້ນຄົງ, ພັດທະນາ ແລະ ວັດທະນາຖາວອນ. |
ບຸນຄົງ