ການນຳແຂວງຫລວງພະບາງ ມອບເງິນຊ່ວຍເຫລືອ ປະຊາຊົນ ທີ່ຖືກຜົນກະທົບໄພພິບັດທາງທຳມະຊາດ ຢູ່ ສສ ຫວຽດນາມ
ກ່າວມອບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ພ້ອມຄະນະ ແລະ ຮັບໂດຍ ທ່ານ ຫງຽວນ ດັ່ງ ຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອ ພ້ອມຄະນະ.
![]() |
ການນຳແຂວງຫລວງພະບາງ ມອບເງິນຊ່ວຍເຫລືອ ປະຊາຊົນ ທີ່ຖືກຜົນກະທົບໄພ ພິບັດທາງທຳມະຊາດ ຢູ່ ສສ ຫວຽດນາມ (ພາບ: KPL) |
ທ່ານ ຄໍາຂັນ ຈັນທະວີສຸກ ກ່າວວ່າ: ການມອບເງີນຊ່ວຍເຫລືອໃນຄັ້ງນີ້, ເປັນການຊ່ວຍແບ່ງເບົາຄວາມທຸກໂສກ ແລະ ຟື້ນຟູຊີວິດການເປັນຢູ່ ຜູ້ທີ່ໄດ້ປະສົບກັບເຄາະຮ້າຍ ຈາກໄພທາງທຳມະຊາດ ຢູ່ພາກກາງ ແລະ ພາກໃຕ້ ຂອງ ສສ ຫວຽດນາມ ໃນເດືອນຕຸລານີ້, ໂດຍສະເພາະ ແມ່ນແຂວງທີໄດ້ຮັບຜົນກະທົບໜັກ ເຊັ່ນ: ກວາງນາມ, ກວາງງາຍ, ບິງດິງ, ຟູເຢັນ, ເວ້, ກວາງບິງ, ກວາງຈິ ແລະ ຫາຕິ້ງ. ທັງເປັນການປະກອບສ່ວນອັນສຳຄັນ ໃນການຮັດແໜ້ນສາຍພົວພັນ ການຮ່ວມແບບພິເສດ ປະຊາຊົນສອງຊາດລາວ-ຫວຽດນາມ, ໂດຍສະເພາະແມ່ນ ແຂວງຫລວງພະບາງ ກັບ ບັນດາແຂວງ ຂອງ ສສ ຫວຽດນາມ ນັບມື້ໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກ.
ໂອກາດນີ້, ຫົວໜ້າກົງສູນໃຫຍ່ຫວຽດນາມ ໄດ້ສະແດງຄວາມໃຈ ຕໍ່ອົງການປົກຄອງ ແຂວງຫລວງພະບາງ ທີໄດ້ເປັນຫ່ວງເປັນໄຍ ແລະ ໄດ້ໃຫ້ການຊ່ວຍເຫລືອ ປະຊາຊົນຫວຽດນາມ ອ້າຍນ້ອງ ດ້ວຍດີຕະຫລອດມາ ແລະ ພ້ອມຈະນຳເອົາເງິນທີ່ໄດ້ຮັບ ໄປມອບຕໍ່ໃຫ້ຊາຊົນ ທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ.
![]() | ເລຂາທິການໃຫຍ່, ປະທານປະເທດ ລາວ ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້ ຍສໝ - ວັນທີ 19 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ຝາກຄຳຢື້ຢາມຖາມຂ່າວຢ່າງໃຈຈິງມາຍັງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ພ້ອມດ້ວຍບັນດາຄອບຄົວທີ່ຖືກຜົນສະທ້ອນຈາກໄພນ້ຳຖ້ວມຄັ້ງນີ້. |
![]() | ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະ ກໍາປູເຈຍ ຍສໝ - ຫວ່າງແລ້ວນີ້, ໂຮງຮຽນນາຍທະຫານສື່ສານ ຢູ່ ແຂວງແຄ໋ງຮວ່າ ສສ.ຫວຽດນາມ ໄດ້ຈັດຕັ້ງພິທີຮຽນຈົບໃຫ້ແກ່ບັນດານາຍທະຫານລາວ ແລະກໍາປູເຈຍ. |
![]() | ແຂວງ ກຽນຢາງ ສສ.ຫວຽດນາມ ໄດ້ໜູນຊ່ວຍຊາວຫວຽດນາມ ຢູ່ ກຳປູເຈຍດ້ວຍຈຳນວນເງິນກວ່າ 200 ລ້ານດົ່ງເພື່ອຕ້ານພະຍາດ COVID-19 ຍສໝ - ຫວ່າງມໍ່ໆມານີ້, ແຂວງ ກຽນຢາງ ໄດ້ ໜູນຊ່ວຍຊາວຫວຽດນາມ ທີ່ປະສົບສະພາບການຫຍຸ້ງຍາກທີ່ສຸດຢູ່ ແຂວງ Preah Sihanouk (ກຳປູເຈຍ) ດ້ວຍຈໍານວນເງິນ 217.200.000 ດົ່ງ ເພື່ອເອົາຊະນະຜົນສະທ້ອນຂອງໂຄງການ COVID-19. |