ແລກປ່ຽນບົດຮຽນວຽກງານສະກັດກັ້ນ ຕ້ານການສໍ້ລາດບັງຫລວງ
ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີບັນດາພະນັກງານ ຫລັກແຫລ່ງ ກົມກວດກາທົ່ວກະຊວງແຜນການ ແລະ ການລົງທຶນ
ກະຊວງແຜນການ ແລະ ການລົງທຶນ, ກົມກວດກາ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມ ສຳມະນາ ແລກປ່ຽນບົດຮຽນ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ ແລະ ຄຳຮ້ອງຄຳສະເໜີ ຂອງກະຊວງ ແຜນການ ແລະ ການລົງທຶນຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ຄຳລຽນ ພົນເສນາ ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ມີບັນດາພະນັກງານ ຫລັກແຫລ່ງ ກົມກວດກາທົ່ວກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມ.
ທ່ານ ຄຳລຽນ ພົນເສນາ ກ່າວວ່າ: ພັກ-ລັດ ຍາມໃດກໍຖືເອົາການຕ້ານ ການສໍ້ລາດບັງຫລວງເປັນໜ້າທີ່ສຳຄັນ, ຮີບດ່ວນ ແລະ ຍາວນານ ຕະຫລອດໄລຍະ ແຫ່ງການພັດທະນາເສດຖະກິດສັງຄົມ ແລະ ການກໍ່ສ້າງລັດປົກປ້ອງ ດ້ວຍກົດໝາຍ, ການຕ້ານ ການສໍ້ລາດບັງຫລວງ ເປັນບັນຫາລວມ ຂອງສາກົນ ແລະ ພາກພື້ນ, ທັງເປັນປັດໄຈສຳຄັນ ເພື່ອໃຫ້ສັງຄົມ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທຳ ປະຊາຊົນມີຄວາມເຊື່ອໝັ້ນ ຕໍ່ພັກ-ລັດ ແລະ ຕໍ່ລະບອບປະຊາທິປະໄຕ ປະຊາຊົນ. ການຕ້ານ ການສໍ້ລາດບັງຫລວງ ແມ່ນຄວາມຮັບຜິດຊອບ ຂອງການຈັດຕັ້ງທຸກຂັ້ນ ໃນລະບົບການເມືອງ, ການຈັດຕັ້ງສັງຄົມ, ການຈັດຕັ້ງ ຂອງບັນດາລັດວິສາຫະກິດ, ຜູ້ປະກອບການ ແລະ ພົນລະເມືອງພາຍໃຕ້ ການນຳພາຂອງພັກ, ເປັນຄວາມຮັບຜິດຊອບໂດຍກົງ ຂອງການນຳທຸກຂັ້ນ, ໂດຍສະເພາະ ແມ່ນ ຜູ້ເປັນຫົວໜ້າແຕ່ລະບ່ອນ ເປັນເຈົ້າການສະກັດກັ້ນເດັດຂາດ ໃນການແກ້ໄຂ ແລະ ແກ້ໄຂຢ່າງທັນການ. ໃນນັ້ນຖືເອົາການສະກັດກັ້ນ ແຕ່ຫົວທີເປັນຕົ້ນຕໍ ເປັນບັນຫາທີ່ຕ້ອງປະຕິບັດ ຢ່າງເຂັ້ມງວດ, ຕິດພັນກັບການປະຕິບັດ ນະໂຍບາຍການປະຢັດ ແລະ ຕ້ານການຟຸມເຟືອຍ.
ທີ່ກອງປະຊຸມສຳມະນາ ວ່າດ້ວຍ ແລກປ່ຽນບົດຮຽນ ວຽກງານສະກັດກັ້ນ, ຕ້ານການສໍ້ລາດບັງຫລວງ
ທ່ານ ຄຳລຽນ ພົນເສນາ ເນັ້ນໜັກຕື່ມວ່າ: ໃຫ້ພະນັກງານທຸກຂັ້ນ ຍົກສູງຄຸນນະພາບຂອງວຽກງານຕ້ານ ການສໍ້ລາດບັງຫລວງ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ໃຫ້ດີກວ່າເກົ່າ ສາມາດ ຕອບສະໜອງໄດ້ ກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງໃນໄລຍະໃໝ່ ແລະ ເປັນການຊຸກຍູ້ການເຄື່ອນໄຫວວຽກງານ ກວດກາພັກ, ກວດກາລັດ, ສະກັດກັ້ນຕ້ານ ການສໍ້ລາດບັງຫລວງ, ຄົ້ນຄວ້າຄຳຮ້ອງ-ຄຳສະເໜີ ຂອງບັນດາກົມ, ຫ້ອງການ, ສະຖາບັນ, ສູນສະຖິຕິແຫ່ງຊາດ ແລະ ສູນຝຶກອົບຮົມ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງ ກະຊວງແຜນການ ແລະ ການລົງທຶນ ໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານຂອງຕົນ ຕາມແນວທາງນະໂຍບາຍ ຂອງພັກ ແລະ ສອດຄ່ອງກັບ ກົດໝາຍຂອງລັດ ເຮັດໃຫ້ການເຄື່ອນໄຫວວຽກງານ ມີຄວາມໂປ່ງໄສ ແລະ ສາມາດກວດກາໄດ້.
(ແຫຼ່ງຂໍ້ມູນ: ຂປລ)