ເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ
![]() |
ກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳ ແຫ່ງຊາດລາວ.
ໃນວັນທີ 14 ພຶດສະພາ 2018 ທີ່ສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ ແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳ ແຫ່ງຊາດລາວຂຶ້ນ, ໂດຍເປັນປະທານ ຂອງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາອຸດສາຫະກຳ ແລະ ການຄ້າ ແຫ່ງຊາດລາວ, ທ່ານ Murali Balasubramaniam ຕາງໜ້າຈາກ UNDP, ທ່ານ Jens Luetkenherm ເອກອັກຄະລັດຖະທູດ ເຢຍລະມັນ ປະຈຳ ສປປ ລາວ ມີບັນດາຜູ້ຕາງໜ້າ ຈາກອົງການຈັດຕັ້ງສາກົນ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ມີຈຸດປະສົງ ເພື່ອເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບແຜນຍຸດທະສາດ 3 ປີ ຂອງສະພາອຸດສາຫະກຳແຫ່ງຊາດລາວ ໃຫ້ແກ່ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທີ່ເປັນຄູ່ຮ່ວມມືກັບ ສປປ ລາວ ໄດ້ຮັບຊາບ ເປັນຕົ້ນທະນາຄານໂລກ, ທະນາຄານພັດທະນາອາຊີ ແລະ ເພື່ອການສ້າງຄວາມເຂັ້ມແຂງ ໃຫ້ແກ່ພາກທຸລະກິດ ໃຫ້ສາມາດເປັນກ້ອນເປັນໜ່ວຍ ແລະ ຈັດຕັ້ງປະຕິບັດຕາມແຜນພັດທະນາ ແລະ ນະໂຍບາຍຂອງລັດຖະບານໃຫ້ສຳເລັດ, ໂດຍສະເພາະ ແມ່ນການຫັນສະພາອຸດສາຫະກຳ ແລະ ການຄ້າເປັນຫົວໜ່ວຍ ບໍລິການພາກທຸລະກິດ, ຊຶ່ງມີ 4 ວຽກໃຫຍ່ເປັນຕົ້ນແມ່ນ ການສ້າງແວດລ້ອມ ອຳນວຍຄວາມສະດວກ ໃຫ້ແກ່ພາກທຸລະກິດ, ໂຄງສ້າງເສດຖະກິດແມ່ນອີງໃສ່ ການພັດທະນາຂອງເສດຖະກິດຂະ ໜາດ ກາງ ແລະ ຂະໜາດນ້ອຍ, ການສົ່ງເສີມຜະລິດຕະພັນລາວ ແລະ ການສ້າງສູນຂໍ້ມູນຂອງນັກທຸລະກິດ ເພາະວ່າ ປັດຈຸບັນ ເຮົາຍັງບໍ່ສາມາດ ເກັບກຳບັນດາຫົວໜ່ວຍທຸລະກິດ ວ່າເຂົາເຈົ້າດຳເນີນທຸລະກິດແບບໃດ, ມີພະນັກງານຫລາຍໜ້ອຍປານໃດ, ບໍລິສັດມີບັນຫາບໍ່, ຊຶ່ງບໍ່ສາມາດປະເມີນໄດ້. ພ້ອມກັນນີ້, ຍັງສາມາດປ້ອນຂໍ້ມູນໃຫ້ແກ່ລັດຖະບານໄດ້.
ທ່ານ ອຸເດດ ສຸວັນນະວົງ ກ່າວວ່າ: ໄລຍະຜ່ານມາ ຂະແໜງການທຸລະກິດ ຍັງບໍ່ທັນມີຍຸດທະສາດທີ່ຊັດເຈນ, ສະພາອຸດສາຫະກຳ ແລະ ການຄ້າ ພຽງແຕ່ເປັນຜູ້ຕາງໜ້າ ແລະ ເປັນຂົວຕໍ່ໃຫ້ແກ່ນັກທຸລະກິດເທົ່ານັ້ນ ແຕ່ວ່າກິດຈະກຳທີ່ຈະຈັດຕັ້ງປະຕິບັດ ລະອຽດແມ່ນຍັງບໍ່ມີ. ສະນັ້ນ, ສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ພາຍໃຕ້ການສະໜັບສະໜູນ ຂອງລັດຖະບານ ຕ້ອງໃຫ້ມີແຜນງານທີ່ຊັດເຈນ, ຈະແຈ້ງ ແລະ ອີງໃສ່ນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຂອງລັດຖະບານເປັນຫລັກ.
(ແຫຼ່ງຂໍ້ມູນ: ຂປລ)