15:27 | 13/11/2019

U-19 ລາວ ຜ່ານ​ສູ່​ຮອບ​ສຸດ​ທ້າຍ ບານເຕະ​ຊີງ​ແຊັມ​ອາຊີ 2020

U-19 ລາວ ຜ່ານ​ສູ່​ຮອບ​ສຸດ​ທ້າຍ ບານເຕະ​ຊີງ​ແຊັມ​ອາຊີ 2020

U-19 ລາວ ຜ່ານ​ສູ່​ຮອບ​ສຸດ​ທ້າຍ ບານເຕະ​ຊີງ​ແຊັມ​ອາຊີ 2020

ນີ້​ເປັນ​ປະຫວັດສາດ​ໜ້າ​ໃໝ່​ຂອງ U-19 ປະເພດ​ຊາຍ​ທີມ​ຊາດ​ລາວ ເນື່ອງ​ຈາກ​ນັບ​ແຕ່​ມີ​ການ​ຄັດ​ເລືອກ U-19 ທີມ​ຊາດ​ລາວ ບໍ່​ເຄີຍ​ຜ່ານ​ການ​ຄັດ​ເລືອກ​ຈັກ​ເທື່ອ ຜົນງານ​ດີ​ທີ່​ສຸດ​ແມ່ນ​ສາມາດ​ເຂົ້າ​ຮອບ 8 ທີມ​ສຸດ​ທ້າຍ ໃນ​ປີ 1970 ເສຍ​ໃຫ້ ອິນ​ໂດ​ເນ​ເຊຍ 1-3 ປະຕູ.

ຜົນງານ 3 ນັດ​ຂອງ U-19 ລາວ ການ​ຄັດ​ເລືອກ​ໄປ​ຊີງ​ແຊັມ​ປີ 2020 ກຸ່ມ H ຢູ່​ໄຕ້​ຫວັນ ວັນ​ທີ 6-10 ພະຈິກ 2019 ນັດ​ທີ 1 ວັນ​ທີ 6 ພະຈິກ 2019 ລາວ ສະເໝີ ​ອົສ​ຕຣາ​ລີ 2-2 ປະຕູ ນັດ​ທີ 2 ວັນ​ທີ 8 ພະຈິກ 2019 ລາວ ຊະນະ ໄຕ້​ຫວັນ 2-1 ປະຕູ ນັດ​ທີ 3 ວັນ​ທີ 10 ພະຈິກ 2019 ລາວ ຊະນະ ມາ​ເກົາ 6-0 ປະຕູ.

ສຳລັບ​ຮອບ​ສຸດ​ທ້າຍ ປະເທດ​ອຸດ​ສະ​ເບ​ກິດ​ສະຖານ ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຈະ​ແຂ່ງຂັນ​ວັນ​ທີ 14-31 ຕຸລາ 2020 3fpມີ 16 ທີມ​ຜ່ານ​ການ​ຄັດ​ເລືອກ​ເຂົ້າ​ຮ່ວມ ທີມ​ທີ່​ຕິດ 1 ໃນ 4 ໄດ້​ສິດ​ເປັນ​ຕົວ​ແທນ​ທະວີບອາຊີ ໄປ​ຮ່ວມ​ແຂ່ງຂັນ ຢູ-20 ຊີງ​ແຊັມ​ໂລກ ປີ 2021 ຢູ່​ປະເທດ​ອິນ​ໂດ​ເນ​ເຊຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-723.html

In bài biết