ຫວຽດນາມ: 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
35 ມື້ແລ້ວ ທີ່ຫວຽດນາມ ບໍ່ພົບຜູ້ ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກໃນຊຸມຊົນ | |
ເປັນມື້ທີ 31 ທີ່ ຫວຽດນາມ ບໍ່ມີກໍລະນີຕິດໂລກລະບາດໂຄວິດ-19 ໃນຊຸມຊົນ |
![]() |
ພາບປະກອບ |
ໄລ່ຮອດປັດຈຸບັນ, ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ. ສະນັ້ນ, ໄດ້ 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ຜູ້ຕິດເຊື້ອຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີແມ່ນ 1.024/1.105 ຄົນ, ມີຜູ້ເສຍຊີວິດແມ່ນ 35 ຄົນ. ທົ່ວໂລກ ມີຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 36.837.069 ຄົນ ແລະ ມີຜູ້ເສຍຊີວິດຈາກໂລກລະບາດ Covid – 19 ແມ່ນ 1.068.139 ຄົນ. ຜູ້ຕິດໂລກລະບາດ Covid – 19 ໄດ້ຮັບການປິ່ນປົວຫາຍດີແມ່ນ 27.711.683 ຄົນ.
ໃນເຫດການທີ່ກ່ຽວຂ້ອງ, ວັນທີ 07 ຕຸລາ, ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອົດສະຕາລີ ແລະ ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ປະເທດປະຈຳຖິ່ນ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 350 ຄົນຈາກ ອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ.
![]() | ອາເມລິກາ ກາຍເປັນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ໃນຕອນຄ່ຳວັນທີ 9 ຕຸລາ2020, ຢູ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງ 44 ປີແຫ່ງວັນຊາດ ສະຫະລັດ ອາເມລິກາ ແລະ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ອາເມລິກາ ໂດຍສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ. |
![]() | ຫວຽດນາມ ໄດ້ສົ່ງໂທລະເລກຢ້ຽມຢາມຖາມຂ່າວ ມຽນມາ ກ່ຽວກັບສະພາຍການໂລກລະບາດ COVID-19 ຍສໝ - ໃນໂທລະເລກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ເນັ້ນ ໜັກວ່າ: ບົນຈິດໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານ, ສອງປະເທດຈະຮ່ວມມືກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຕ້ານການລະບາດຂອງໂລກລະບາດ COVID-19. |
![]() | ວິສາຫະກິດຫວຽດນາມ ມອບສັນຍາລັກເຂົ້າສານ 100 ໂຕນໃຫ້ແກ່ທ່ານໝໍ, ນາງພະຍາບານຢູ່ດ່ານໜ້າໃນການຕ້ານພະຍາດໂຄວິດ-19 ຂອງກູບາ ຍສໝ - ທ່ານ Luis Fernando Navarro Martínez ຮອງລັດຖະມົນຕີກະຊວງສາທາລະນະສຸກກູບາ ຢັ້ງຢືນວ່າ, ກູບາ ຍາມໃດກໍເຄົາລົບນັບຖືຕໍ່ບັນດາອາລົມຈິດ ແລະກິລິຍາມິດຕະພາບຈາກພັກ, ລັດ ແລະປະຊາຊົນຫວຽດນາມ. |
ໄຊພອນ