17:27 | 30/09/2019

ເຢຍລະມັນ ແລະ ສປປ ລາວ ປະສານສົມທົບ ພັດທະນາພື້ນຖານໂຄງລ່າງຊົນນະບົດ

ການ​ຊ່ວຍ­ເຫຼືອ​ລ້າ​ຂອງ​ລັດ­ຖະ­ບານ​ເຢຍ​ລະ​ມັນ​ສຳ­ລັບ​ສອງ​ໂຄງ­ການ ມູນ​ຄ່າ 18 ລ້ານ​ເອີ​ໂຣ ແລະ ລັດ­ຖະ­ບານ​ລາວ​ໄດ້​ປະ­ກອບ­ສ່ວນ​ສົມ­ທົບ 9 ແສນ​ເອີ​ໂຣ ເຊິ່ງ​ທັງ​ສອງ​ໂຄງ­ການ​ຄາດ​ວ່າ​ຈະ​ເລີ່ມ​ໃນ​ໄຕ​ມາດ​ສຸດ​ທ້າຍ ປີ 2019 ແລະ ຈະ​ໃຫ້​ສຳ ເລັດ​ປີ 2022 ຈັດ​ຕັ້ງ​ປະ­ຕິ­ບັດ​ໂດຍ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ ເຊິ່ງ​ຈະ​ໄດ້​ຮັບ​ການ​ສະ­ໜັບ­ສະ­ໜູນ​ທາງ​ດ້ານ​ເຕັກ­ນິກ​ວີ​ຊາ​ການ ຈາກ​ບໍ­ລິ­ສັດ​ທີ່​ປຶກ­ສາ​ສາ­ກົນ ນັບ​ຕັ້ງ­ແຕ່​ປີ 2003 ປະ­ເທດ​ເຢຍ​ລະ​ມັນ​ສືບ­ຕໍ່​ໃຫ້ການ​ສະ­ໜັບ­ສະ­ໜູນ ສຳ­ລັບ​ຂະ­ແໜງ ການ​ພັດ­ທະ­ນາ​ຊົນ­ນະ­ບົດ​ເປັນ​ເວ­ລາ​ດົນ​ນານ ເຮັດ​ໃຫ້­ການ​ປະ­ກອບ­ສ່ວນ​ທັງ​ໝົດ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 70 ລ້ານ​ເອີ​ໂຣ.

ເຢຍລະມັນ ແລະ ສປປ ລາວ ປະສານສົມທົບ ພັດທະນາພື້ນຖານໂຄງລ່າງຊົນນະບົດ

ທ່ານ ວຽງສະຫວັດ ສີພັນດອນ ແລະ ທ່ານ ຢັນ ວີເກວມັນ ຜູ້ອຳນວຍການທະນາຄານພັດທະນາເຢຍລະມັນປະຈຳລາວ ໃນພິທີເຊັນສັນຍາ. (ພາບ: vientianemai.net)

ທັງ​ສອງ​ໂຄງ­ການ​ໃໝ່​ນີ້ ຈະ​ນຳ​ໃຊ້​ທຶນ​ຊ່ວຍ­ເຫຼືອ​ລ້າ​ຈາກ​ລັດ­ຖະ­ບານ​ເຢຍ​ລະ​ມັນ​ໃນ​ການ​ຟື້ນ​ຟູ ແລະ ປັບ­ປຸງ​ເສັ້ນ­ທາງ​ຊົນ­ນະ­ບົດ ຂົວ​ຂ້າມ​ນ້ຳ ແລະ ພື້ນຖານ​ໂຄງ​ລ່າງ​ອື່ນໆ​ເພີ່ມ​ຕື່ມ ຢູ່​ເມືອງ​ໄຊ​ບົວ­ທອງ ເມືອງ​ບົວ­ລະ­ພາ ແຂວງ​ຄຳ​ມ່ວນ ແລະ ຫຼາຍ​ເມືອງ​ໃນ​ແຂວງ​ພາກ​ໃຕ້​ຂອງ​ລາວ ໂດຍ​ສະ­ເພາະ ເມືອງ​ສະ­ໜາມ​ໄຊ ແຂວງ​ອັດ​ຕະ​ປື ໂຄງ­ການ​ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ​ຢູ່​ພາກ​ໃຕ້​ຂອງ​ລາວ ເປັນ​ໂຄງ­ການ​ພິ­ເສດ​ເພື່ອ​ຟື້ນ​ຟູ​ເສັ້ນ­ທາງ ແລະ ກໍ່­ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ທີ່​ປະ­ສົບ​ໄພ​ນ້ຳ​ຖ້ວມ​ທາງ​ພາກ​ໃຕ້​ຂອງ​ລາວ ແລະ ຍັງ​ສະ­ໜັບ­ສະ­ໜູນ​ລັດ­ຖະ­ບານ​ລາວ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຄວາມ​ຕ້ອງການ​ຫຼັງ​ໄພ­ພິ­ບັດ​ຫຼັງ​ຈາກ​ການ​ແຕກ​ຂອງ​ສັນ​ເຂື່ອນ​ໄຟ­ຟ້າ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ແລະ ຈະ​ປັບ­ປຸງ​ເສັ້ນ­ທາງ​ເພື່ອ​ສະ­ໜອງ​ການ​ເຂົ້າ​ເຖິງ​ຕະ­ຫຼາດ ໂຮງຮຽນ­ຮຽນ ສາ­ທາ­ລະ­ນະ​ສຸກ ແລະ ສະ­ຖານ­ທີ່​ອຳ­ນວຍ​ຄວາມ​ສະ­ດວກ​ອື່ນໆ ໂດຍ​ສະ­ເພາະ ໂຄງ­ການ​ຟື້ນ​ຟູ​ພື້ນ­ຖານ​ໂຄງ​ລ່າງ​ຢູ່​ພາກ​ໃຕ້​ຂອງ​ລາວ​ອາດ​ຈະ​ໃຫ້­ການ​ຊ່ວຍ­ເຫຼືອ​ພື້ນ­ຖານ​ໂຄງ​ລ່າງ​ທາງ​ສັງ­ຄົມ ເຊັ່ນ: ກໍ່­ສ້າງ​ໂຮງ­ຮຽນ ສຸກ­ສາ­ລາ ຫຼື ການ​ສະ­ໜອງ​ນ້ຳ ແລະ ຊົນ­ລະ­ປະ­ທານ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-703.html

In bài biết