09:05 | 23/07/2019

ຕິດຕາມຊົມຜົນງານ U15 ລາວເຕະບານຊາຍຊີງແຊັມອາຊຽນ

ຕິດຕາມຊົມຜົນງານ U15 ລາວເຕະບານຊາຍຊີງແຊັມອາຊຽນ

ຕິດຕາມຊົມຜົນງານ U15 ລາວເຕະບານຊາຍຊີງແຊັມອາຊຽນ

ສຳ­ລັບ​ທີມ​ຊາດ​ລາວ​ຮຸ່ນ​ອາ­ຍຸ​ບໍ່​ເກີນ 15 ປິ ເລີ່ມ​ເຝິກ­ຊ້ອມ​ວັນ​ທີ 18 ມິ­ຖຸ­ນາ 2019 ປັດ­ຈຸ­ບັນ​ສາ­ມາດ​ຄັດ​ເລືອກ​ນັກ­ກີ­ລາ​ເຂົ້າ​ສູນ​ເກັບ​ຕົວ​ເຝິກ­ຊ້ອມ 33 ຄົນ ໂດຍ​ຈະ​ຕັດ​ລາຍ​ຊື່​ໃຫ້​ເຫຼືອ 23 ຄົນ​ສຸດ​ທ້າຍ​ກ່ອນ​ອອກ​ເດີນ­ທາງ ເຊິ່ງ​ການ​ແຂ່ງ­ຂັນ​ບານ­ເຕະ​ຊາຍ​ມີ 12 ປະ­ເທດ​ເຂົ້າ​ຮ່ວມ ແບ່ງ​ອອກ​ເປັນ 2 ກຸ່ມ​ຄື: ກຸ່ມ A ອິນ​ໂດ​ເນ​ເຊຍ ແຊັມ​ເກົ່າ ມຽນ​ມາ ອະ­ດີດ​ແຊັມ 2 ສະ­ໄໝ ຫວຽດ­ນາມ ອະ­ດີດ​ແຊັມ 3 ສະ­ໄໝ ຕີ​ມໍ​ເລ​ສ​ເຕ ສິງ­ກະ­ໂປ ແລະ ຟີ​ລິບ​ປິນ ສ່ວນ​ກຸ່ມ B ໄທ ເຈົ້າ­ພາບ ອະ­ດີດ​ແຊັມ 3 ສະ­ໄໝ ມາ​ເລ​ເຊຍ ລາວ ກຳ­ປູ­ເຈຍ ບຣູ​ໄນ ແລະ ອົດ​ສະ​ຕຣາ​ລີ. ສ່ວນ​ຕາ­ຕະ­ລາງ​ການ​ແຂ່ງ­ຂັນ​ຂອງ​ທີມ​ຊາດ​ລາວ U15 ວັນ​ທີ 28 ກໍ­ລະ­ກົດ ເວ­ລາ 18:00 ໂມງ ພົບ​ໄທ ວັນ​ທີ 30 ກໍ­ລະ­ກົດ ເວ­ລາ 15:00 ໂມງ ພົບ​ອົດ​ສະ​ຕຣາ​ລີ ວັນ​ທີ 1 ສິງ­ຫາ ເວ­ລາ 15:30 ໂມງ ພົບ​ບຣູ​ໄນ ວັນ​ທີ 3 ສິງ­ຫາ ເວ­ລາ 15:30 ໂມງ ພົບ​ມາ​ເລ​ເຊຍ ແລະ ວັນ​ທີ 5 ສິງ­ຫາ ເວ­ລາ 15:00 ໂມງ ພົບ​ກຳ­ປູ­ເຈຍ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-699.html

In bài biết