16:37 | 07/06/2019

ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III

ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III

ສປປ ລາວ ສຳເລັດການເປັນເຈົ້າພາບ ຈັດງານ ຄ້າຍ​ນັກຮຽນ​ອາ​ຊຽນ ​ໃນ​ຍາມ​ພັກ​​ແລ້ງຄັ້ງ​ທີ III

ທ່ານ ຄຳ​ພຸດ ພົມມະ​ສອນ ຜູ້ອຳ​ນວຍ​ການ ໂຮງຮຽນ​ພອນ​ສະຫວັນ ຊົນ​ເຜົ່າ ກ່າວ​ວ່າ: ການຈັດງານໃນຄັ້ງນີ້, ໄດ້ດຳເນີນໃນ​ ລະຫວ່າງ​ວັນ​ທີ 3-7 ມິຖຸນາ 2019 ເຊິ່ງມີ​ນັກຮຽນຊັ້ນມັດທະຍົມ ແລະ ກຽມມະຫາວິທະຍາໄລ ​ຫລາຍ​ກວ່າ 60 ຄົນ ຈາກ 7 ປະ​ເທດ​ອາ​ຊຽນ ມີ ສປປ ລາວ, ຫວຽດນາມ, ໄທ, ມາເລເຊຍ, ມຽນມາ, ຟີລິບປິນ ແລະ ສິງກະໂປ ເຂົ້າ​ຮ່ວມ, ເຊິ່ງບັນດາ ນັກຮຽນຈາກ ບັນດາປະເທດ ອາຊຽນ ​ໄດ້​ຮຽນ​ຮູ້​, ແລກປ່ຽນບົດຮຽນ, ແລກປ່ຽນ​ ວັດທະນະທຳ ເຊິ່ງກັນ ແລະ ກັນ, ນອກນັ້ນ, ຍັງໄດ້​ຮຽນ​ຮູ້​ວິ​ຖີການ​ດຳລົງ​ຊີວິດ, ຮີດຄອງ​ປະ​ເພນີ, ຂອງປະຊາຊົນລາວ ບັນດາເຜົ່າ, ໄດ້ໄປທັດສະນະສຶກສາ ສະຖານທີ່ທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະນະທຳ ຢູ່ນະຄອນ ຫລວງວຽງຈັນ ແລະ ຫລິ້ນກິດຈະກຳ​ຮ່ວມກັນຢ່າງຄຶກຄື້ນມ່ວນຊື່ນ ເປັນຕົ້ນ ສະແດງສິລະປະ, ຟ້ອນ, ເຕັ້ນ ແລະ ອື່ນໆ. ໃນການຈັດກິດຈະກຳດັ່ງກ່າວ, ເປັນການປະກອບສ່ວນ ຮັດແໜ້ນ ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ກັບບັນດາປະເທດອາຊຽນ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ໃຫ້ແໜ້ນແຟ້ນຂຶ້ນໄປເລື້ອຍໆ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

Link: https://huunghivietlao.thoidai.com.vn/detail-article-674.html

In bài biết