ລາວແຟຊັ້ນວີກ ຈະຈັດຂຶ້ນໃນຕົ້ນເດືອນກັນຍາ 2019
ພາບປະກອບ
ລາວແຟຊັ້ນວີກ 2019 ຈະຈັດຂຶ້ນໃນລະຫວ່າງວັນທີ 2-6 ກັນຍາ 2019 ທີ່ ໂຮງແຮມ ແລນມາກ ນະຄອນຫລວງວຽງຈັນ, ໂດຍຈະມີຫລາຍກວ່າ 50 ນັກອອກແບບ ທີ່ມີຊື່ສຽງຈາກລາວ ແລະ ຕ່າງປະເທດ ເຂົ້າຮ່ວມສະແດງຜົນງານ. ພ້ອມກັນນີ້, ພາຍໃນງານຍັງຈະມີການ ຈັດສຳມະນາດ້ານແຟຊັ້ນຈາກວິທະຍາກອນທີ່ມີຊື່ສຽງ, ມີຫ້ອງຂາຍສິນຄ້າ ແລະ ຜະລິດຕະພັນ ຂອງນັກອອກແບບເພື່ອເປີດໃຫ້ມວນຊົນໄດ້ເຂົ້າຊົມ ແລະ ຊື້ຜະລິດຕະພັນດັ່ງກ່າວ, ເຊິ່ງຍອດຂາຍ 20% ແມ່ນຈະປະກອບສ່ວນໃຫ້ໂຄງການສົ່ງເສີມນັກອອກແບບໝຸ່ມນ້ອຍຂອງລາວ.
(ໄຊພອນ)