ໂອກາດການສົ່ງອອກນໍ້າຕານຂອງລາວໄປຫວຽດນາມ
![]() |
ພາບປະກອບ
ໃນປີ 2018, ລາວ ສົ່ງອອກນໍ້າຕານໄດ້ພຽງແຕ່ 63,5 ລ້ານໂດລາສະຫະລັດ, ບໍ່ບັນລຸຄາດໝາຍທີ່ວາງອອກ 92,4 ລ້ານໂດລາສະຫະລັດ, ເພາະສະນັ້ນ, ລາວ ຈຶ່ງປັບຄາດໝາຍລົງແມ່ນ 85,5 ລ້ານໂດລາສະຫະລັດ ໃນປີ 2019, ລາຄານໍ້າຕານໃນຕະຫຼາດໂລກຫຼຸດລົງຈາກ 500 ໂດລາສະຫະລັດ/ໂຕນໃນປີ 2017 ລົງເຫຼືອພຽງ 300 ໂດລາ/ໂຕນໃນປີ 2018.
ເຖິງວ່າທ່າແຮງໃນການສົ່ງອອກນໍ້າຕານໄປຫວຽດນາມ ກຳລັງຂະຫຍາຍຕົວ, ແຕ່ວິສາຫະກິດລາວກໍ່ຄວນເອົາໃຈໃສ່ຕໍ່ການປະກາດຂອງກະຊວງອຸດສາຫະກຳ ແລະການຄ້າ, ໂດຍຢືນຢັນວ່າຈະສືບຕໍ່ປະສານສົມທົບກັບກະຊວງກະສິກຳ ແລະພັດທະນາຊົນນະບົດ, ບັນດາອົງການຄຸ້ມຄອງລັດທີ່ກ່ຽວຂ້ອງ.
ສະມາຄົມອ້ອຍຫວຽດນາມ ຄົ້ນຄວ້າພິຈາລະນາ ແລະ ເປັນເສນາທິການ ໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ນຳໃຊ້ວິທີແກ້ໄຂການຄ້າ ແລະ ການຄຸ້ມຄອງນຳເຂົ້າເໝາະສົມກັບຄຳໝັ້ນສັນຍາສາກົນເພື່ອຮັບປະກັນການແຂ່ງຂັນທີ່ຍຸດຕິທຳ. ການປົກປ້ອງການຜະລິດພາຍໃນຢ່າງສົມເຫດສົມຜົນຖ້າມີການນຳເຂົ້າເພີ່ມຂື້ນຢ່າງກະທັນຫັນສົ່ງຜົນກະທົບໃນທາງລົບໃຫ້ວິສາຫະກິດຫວຽດນາມ.
(ໄຊພອນ)