ທ່ຽວສວນສີໜຸກ ທ່າມກາງຄວາມເຢັນສະບາຍ
ຄວາມຈິງແລ້ວ ທ່າແຕງເປັນ 1 ໃນ 2 ເມືອງຂອງແຂວງເຊກອງ ທີ່ອາກາດເຢັນຕະຫລອດປີກໍວ່າໄດ້ຈຶ່ງເປັນເປົ້າໝາຍປາຍທາງຂອງນັກທ່ອງທ່ຽວຕ່າງປະເທດ ເຊິ່ງຢູ່ສະຖານທີ່ນີ້ມີຫລາຍຈຸດເດັ່ນທີ່ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າໄປສຳຜັດໄປທ່ອງທ່ຽວເລາະຫລິ້ນໄປພັກຜ່ອນແຮມຄືນກັບບັນຍາ ກາດທີ່ງຽບສະຫງົບ ເຢັນສະບາຍໃນຍາມລາຕີການຢູ່ຫ້ອງພັກເຊົາທີ່ມີຫລາຍລະດັບຫລາຍລາຄາແຕກຕ່າງກັນ ໂດຍສະເພາະການເຂົ້າມາພັກຜ່່ອນແບບຄອບນຄົວເຊິ່ງເພິ່ນມີຫ້ອງຊຸດບໍລິການໂດຍສາມາດນຳເອົາຊີ້ນປາອາຫານການກິນເຂົ້າໄປປຸງແຕ່ງ ກິນເອງໄດ້ຢ່າງສະບາຍອົກສບາຍໃຈເລີຍລະ ຫລື ຖ້າບໍ່ສະນດວກແຕ່ງຢູ່ຄົວກິນເອງ ເພິ່ນກໍມີທັງອາຫານລາວ ອາຫານຕ່າງປະເທດຫລາຍເຍື່ອງບໍລິການພ້ອມເຄື່ອງດື່ມໂດຍສະເພາະກາເຟສີໜຸກສົດຈາກສວນເອງ.
ເມື່ອຕື່ນມື້ໃໝ່ມາກໍສາມາດຍ່າງທ່ຽວຊົມສວນການເຟ ສວນດອກໄມ້ນາໆຊະນິດ ຫລື ຢາກອາບນໍ້າກໍລົງລອຍໃນອ່າງນໍ້າທີ່ກໍ່ສ້າງຂຶ້ນມາເອົາໃຈນັກທ່ອງທ່ຽວທັງຫລາຍ. ນອກນຈາກນີ້ຢູ່ສະຖານທີ່ແຫ່ງນີ້ຍັງມີເຄື່ອງຫັດຖະກຳແຜ່ນແພ ຈັກສານ ທີ່ເປັນສີມືອັນປານີດຂອງປະຊາຊົນບັນດາເຜົ່າຢູ່ແຂວງເຊກອງວາງຂາຍ ໂດຍທ່ານສາມາດເລືອກຊື້ໄດ້ຕາມໃຈມັກ ຊື້ຕິດໄມ້ຕິດມືເປັນຂອງຕ້ອນ ຫລື ເອົາໄປປະດັບເອ້ໄວ້ໃນເຮືອນຂອງທ່ານກໍໄດ້.
ເອົາເປັນວ່າຖ້າທ່ານໃດມີໂອ ກາດເດີນທາງໄປແຂວງເຊກອງ ຫລື 4 ແຂວງພາກໃຕ້ລາວເຮົາ ສວນສີໜຸກ ຄືອີກໜຶ່ງທາງເລືອກສຳລັບການທ່ອງທ່ຽວທີ່ດີຂອງທາງ ເຊິ່ງຈາກນະຄອນປາກເຊ ຜ່ານເມືອງປາກຊ່ອງ ລະຫວ່າງ 70 ກວ່າກິໂລແມັດ ຫລື ຈາກເຊກອງຜ່ານເມືອງທ່າງແຕງ 60 ກວ່າກິໂລແມັດ ຫລື ຈາກສາລະວັນ ຜ່ານເມືອງທ່າແຕງໄລຍະທາງກໍຂ້າວໆດຽວກັນ ຮັບຮອງວ່າທ່ານຈະປະທັບໃຈຢ່າງແນ່ນອນ.
(ແຫຼ່ງຂໍ້ມູນ: ຂປລ)