14:18 | 24/05/2019

ຮອງ​ລັດຖະມົນ​ຕີ ກະຊວງ​ສຶກສາ​ທິການ ລົງ​ຕິດຕາມ ການ​ຮຽນ-ການ​ສອນ​ ໂຮງຮຽນ​ນານາ​ຊາດ ຮິດຟິວວຽງ​ຈັນ

ຮອງ​ລັດຖະມົນ​ຕີ ກະຊວງ​ສຶກສາ​ທິການ ລົງ​ຕິດຕາມ ການ​ຮຽນ-ການ​ສອນ​ ໂຮງຮຽນ​ນານາ​ຊາດ ຮິດຟິວວຽງ​ຈັນ

ທ່ານ ນາງ ຂັນ​ທະ​ລີ ສິຣິພົງພັນ ຮອງ​ລັດຖະມົນຕີ ກະຊວງ​ສຶກສາ​ທິການ ​ແລະ ​ກິລາ.

​ໂອກາດ​ນີ້, ທ່ານ ສູນ​ທອນ ພົມມະ​ຈັກ ປະທານ​ໂຮງຮຽນ​ນານາ​ຊາດ ຮິດຟິວວຽງ​ຈັນ ​ໄດ້​ໃຫ້​ຮູ້​ວ່າ: ​ໂຮງຮຽນ​ແຫ່ງ​ນີ້, ​ໄດ້​ເລີ່​ມດຳ​ເນີນ​ການ​ຮຽນ-ການ​ສອນ ມາ​ແຕ່​ເດືອນ​ກັນຍາ 2018 ປະກອບ​ມີ​ ຊັ້ນ​ລ້ຽງ​ເດັກ ຈົນ​ຮອດ​ຊັ້ນ ປ3 ມີ​ນັກຮຽນ 100 ກວ່າ​ຄົນ, ​ໂດຍ​ໄດ້ນຳ​ໃຊ້​ຫລັກ​ສູນ​ການ​ຮຽນ-ການ​ສອນ ​ແລະ ​ອາຈານ​ ຈາກ​ປະ​ເທດ​ອັງກິດ​ໂດຍ​ກົງ ແລະ ​ມີ​ຊ່ຽວຊານ ​ມາ​ຊ່ວຍ​ພັດທະນາ​ທັກ​ສະ ​ທາງ​ດ້ານ​ການ​ເວົ້າ​ພາ ສາ​ອັງກິດຕື່ມ​ອີກ. ພ້ອມນີ້, ​ໂຮງຮຽນ​ຍັງ​ໃຫ້​ຄວາມ​ສຳຄັນ​ດ້ານ​ສຸຂະ​ອານາ​ໄມ, ຄວາມ​ປອດ​ໄພ ​ແລະ ຄວາມ​ສະຫງົບ ​ເພື່ອ​ຮັບປະກັນ​ໃຫ້​ນັກຮຽນ​ສາມາດ​ຮຽນ​ຮູ້, ​ເຮັດ​ກິດຈະກຳ ​ແລະ ມ່ວນ​ຊື່ນ​ ໃນ​ສະພາບ​ແວດ​ລ້ອມ​ທີ່​ດີ​ໄດ້​ຕະຫລອດ​ເວລາ.

ທ່ານ ສູນ​ທອນ ພົມມະ​ຈັກ ແຈ້ງໃຫ້​ຮູ້​ຕື່ມ​ວ່າ: ​ໃນ​ຕໍ່ໜ້າ​ນີ້ ​ໂຮງຮຽນ​ນານາ​ຊາດ ຮິດຟິວວຽງ​ຈັນ, ຈະ​ເປີດ​ສອນ​ຈົນ​ຈົບ​ຫລັກສູດ ​ຊັ້ນ​ປະຖົມ ​ແລະ ຊັ້ນ​ມັດທະຍົມ​ສົມບູນ, ​ໂດຍ​ຈະ​ເນັ້ນ​​ໃສ່​​ພັດທະນາຄຸນ​ນະພາ​ບ ການ​ສຶກສາ​ຢ່າງ​ຕໍ່​ເນື່ອງ ​ໂດຍ​ໃຊ້​ພາສາ​ອັງ​ກິດ​ເປັນ​ສື່​ກາງ​ໃນ​ທຸກ​ລະດັບ​ຊັ້ນ ​ໃຫ້​​ເດັກນ້ອຍ​ແຕ່​ເຍົາ​ໄວ ຈົນ​ເຖິງ​ໄວ​ໜຸ່ມ. ​ໂຮງຮຽນ​ນານາ​ຊາດ ຮິດຟິວວຽງ​ຈັນ, ພ້ອມ​ແລ້ວ​ທີ່​ຈະ​ມອບ​ປະສົບ​ການ​ທີ່​ດີ ​ແລະ ການ​ສຶກສາຮູບ​ແບບ​ໃໝ່ ​ໂດຍ​ເນັ້ນ​ໜັກ​ວິຊາ​ການ​ສິດສອນ ​ທີ່​ມີ​ປະສິດທິ​ຜົນ​ສູງ, ພ້ອມ​ທັງ​ເອົາ​ໃຈ​ໃສ່​ດ້ານ​ສິ ລະ​ປະ​ດົນຕີ, ກິລາ ​ແລະ ວັດທະນະທຳ ​ເພື່ອ​ສ້າງ​ໃຫ້​ນັກຮຽນ​ມີ​ທັກ​ສະ​ຄວາມ​ຮູ້​ຮອບດ້ານ ​ແລະ ກຽມພ້ອມ​ໃຫ້​ພວກ​ເຂົາ​ ກ້າວ​ສູ່​ອະນາຄົດ​ໄດ້​ຢ່າງ​ສົມບູນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-657.html

In bài biết