00:54 | 15/05/2019

ນະຄອນຫຼວງ​ວຽງ​ຈັນຈັດກິດຈະກຳລ່ອງເຮືອ ສົ່ງເສີມການທ່ອງທ່ຽວຕາມລຳນ້ຳງື່ມ

ນະຄອນຫຼວງ​ວຽງ​ຈັນຈັດກິດຈະກຳລ່ອງເຮືອ ສົ່ງເສີມການທ່ອງທ່ຽວຕາມລຳນ້ຳງື່ມ

ນະຄອນຫຼວງ​ວຽງ​ຈັນຈັດກິດຈະກຳລ່ອງເຮືອ ສົ່ງເສີມການທ່ອງທ່ຽວຕາມລຳນ້ຳງື່ມ

ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ ຖວ​​ທ ນວ ກ່າວ​ວ່າ: ກິດຈະກຳ​ຄັ້ງ​ນີ້ ແມ່ນ​ສືບຕໍ່​ໂຄງການ​ພັດທະນາ​ການທ່ອງທ່ຽວ​ຕາມ​ລຳ​ນ້ຳ​ງື່ມ ຕິດ​ພັນ​ກັບ​ການ​ພັດທະນາ​ແຫຼ່ງ​ທ່ອງ​ທ່ຽວ​ເຂດ​ພູເຂົາ​ຄວາຍ ເຊິ່ງ​ເປັນ 1 ໃນ 15 ໂຄງການ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ຂອງ​ນະຄອນຫຼວງ​ວຽງ​ຈັນ ການ​ພັດທະນາ​ໂຄງການ​ດັ່ງກ່າວ ແມ່ນ​ຈະ​ນອນ​ໃນ​ຮູບ​ແບບ​ອະນຸ​ຮັກ ແລະ ປະຊາຊົນ​ມີ​ສ່ວນ​ຮ່ວມ ປັດຈຸບັນ​ທາງ​ພະ​ແນກ ຖວ​​ທ ນວ ແລະ ເມືອງ​ໄຊ​ທານີ ໄດ້​ສຳເລັດ​ການ​ສຳ​ຫຼວດ​ຄວາມ​ເປັນ​ໄປ​ໄດ້​ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ ດັ່ງນັ້ນ ຈຶ່ງ​ໄດ້​ເຊື້ອ​ເຊີນ​ເອົາ​ບັນດາ​ຫົວໜ່ວຍ​ທຸລະ​ກິດ​ທີ່​ລົງທຶນ​ຕາມ​ລຳ​ນ້ຳ​ງື່ມ ແລະ ສື່​ມວນ​ຊົນ​ນະຄອນຫຼວງ​ວຽງ​ຈັນ ລົງ​ມາ​ສຳຜັດ​ກັບ​ສະພາບ​ຕົວ​ຈິງ ແນໃສ່​ເພື່ອ​ໃຫ້​ປະກອບ​ເຂົ້າ​ໃນ​ການ​ລົງທຶນ ໃນ​ການ​ດຶງ​ດູດ​ການ​ລົງທຶນ​ໃນ​ເຂດ​ດັ່ງກ່າວ ຜ່ານ​ການ​ລົງ​ສຳ​ຫຼວດ​ມາ​ເປັນ​ຄັ້ງ​ທີ 3 ເຫັນ​ໄດ້​ວ່າ ໂຄງການ​ພັດທະນາ​ດັ່ງກ່າວ​ມີ​ຄວາມ​ເປັນ​ໄປ​ໄດ້ ແລະ ພ້ອມ​ທີ່​ຈະ​ໄດ້​ຮັບ​ການ​ພັດທະນາ​ໃຫ້​ເປັນ​ອີກ​ແຫຼ່ງ​ທ່ອງ​ທ່ຽວ ຂອງ​ນະຄອນຫຼວງ​ວຽງ​ຈັນ.

ທ່ານ ບຸນ​ວັນ ຈະ​ສົ໋ວ​ເກົ້າ ຮອງ​ເຈົ້າເມືອງ​ໄຊ​ທານີ ໃຫ້​ສຳພາດ​ວ່າ: ກິດຈະກຳ​ຄັ້ງ​ນີ້ ເລີ່ມ​ແຕ່​ຂົວ​ທ່າ​ງ່ອນ ໄປ​ຫາ​ບ້ານ​ເວີນ​ແຖ່ນ ມີ​ໄລຍະ​ທາງ 30 ກວ່າ​ກີ​ໂລ​ແມັດ ເຊິ່ງ​ຕະຫຼອດ​ໄລຍະ​ການ​ລ່ອງ​ເຮືອ ແມ່ນ​ໄດ້​ສຳຜັດ​ກັບ​ວິຖີ​ຊີວິດ​ຂອງ​ພໍ່​ແມ່​ປະຊາຊົນ ທີ່​ອາໄສ​ລຽບ​ຕາມ​ແຄມ​ນ້ຳ​ງື່ມ ຊົມ​ດົງ​ສະຫງວນ ບ້ານ​ເວີນ​ແທ່ນ ທີ່​ມີ​ຕົ້ນໄມ້​ອາຍຸ​ຫຼາຍ 100 ປີ ນອກ​ນັ້ນ ກິດຈະກຳ​ຄັ້ງ​ນີ້ ຍັງ​ມີ​ຄະນະ​ວິຊາ​ການ​ລົງ​ມາ​ສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ຕາມ​ລ່ອງ​ນ້ຳ​ງື່ມ ເພື່ອ​ໃຫ້​ເປັນ​ອີກ​ທ່າແຮງ​ໜຶ່ງ ໃນ​ການ​ພັດທະນາ​ວຽກ​ງານ​ທ່ອງ​ທ່ຽວ​ພາຍ​ໃນ​ເມືອງ​ໄຊ​ທານີ.

ກິດຈະກຳ​ດັ່ງກ່າວ ຈັດ​ຂຶ້ນ​ໃນ​ວັນ​ທີ 20 ມີນາ 2019 ໂດຍ​ມີ​ທ່ານ ຄຳ​ປະດິດ ເຂັມ​ມານິດ ຫົວໜ້າ​ພະ​ແນກ ຖວ​​ທ ນວ ທ່ານ ຄຳ​ຄູນ ໃບ​ລາຕີ ຮອງ​ຫົວໜ້າ​ພະ​ແນກ ຖວ​​ທ ນວ ທ່ານ ບຸນ​ວັນ ຈະ​ສົ໋ວ​ເກົ້າ ຮອງ​ເຈົ້າເມືອງ​ໄຊ​ທານີ ພ້ອມ​ພາກສ່ວນ​ກ່ຽວຂ້ອງ​ຫົວໜ່ວຍ​ທຸລະ​ກິດ ແລະ ສື່​ມວນ​ຊົນ​ເຂົ້າ​ຮ່ວມ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

Link: https://huunghivietlao.thoidai.com.vn/detail-article-645.html

In bài biết