ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ
![]() |
ຫາດຊາຍດອນຈັນ ມີຫຼາຍກິດຈະກຳໃຫ້ທ່ຽວຊົມໃນບຸນປີໃໝ່ລາວ
ທ່ານນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ ຊີເອັນພີ ຂາເຂົ້າ-ຂາອອກ ຈຳກັດ ໃຫ້ສຳພາດວັນທີ 10 ເມາສາ 2019 ທີ່ຫາດຊາຍດອນຈັນວ່າ: ບໍລິສັດ ຊີເອັນພີຂາເຂົ້າ-ຂາອອກ ຈຳກັດ ໄດ້ຮັບຜິດຊອບຈັດກິດຈະກຳສະເຫຼີມສະຫຼອງປີໃໝ່ລາວ ທີ່ຫາດຊາຍດອນຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃນປີ 2019 ບໍລິສັດໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ແຕກຕ່າງຈາກປີຜ່ານມາ ປະກອບມີກິດຈະກຳກີລາຕີມວຍ ບ່ອນຫຼິ້ນນ້ຳເດັກນ້ອຍທີ່ປອດໄພ ຂີ່ມ້າ ແລະ ສ້າງຮູບໂຕສັດທີ່ເຮັດດ້ວຍເຟືອງ ພ້ອມນັ້ນ ຍັງມີການປະດັບປະດາດ້ວຍສວນດອກໄມ້ ແລະ ສ້າງຕູບຈໍານວນ 30 ຫຼັງ ເພື່ອໃຫ້ຜູ້ທີ່ມາທ່ຽວຫຼິ້ນບຸນທີ່ຫາດຊາຍດອນຈັນມີຄວາມເບີກບານມ່ວນຊື່ນ ແລະ ເຮັດໃຫ້ການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ຄຶກຄື້ນກວ່າປີຜ່ານມາ ທັງເປັນການສ້າງຂະບວນການຕ້ອນຮັບປີທ່ອງທ່ຽວລາວ-ຈີນ 2019 ນອກນັ້ນ ເພື່ອໃຫ້ຜູ້ທີ່ເຂົ້າມາທ່ຽວພາຍໃນຫາດດອນຈັນ ມີຄວາມສະດວກສະບາຍ ກໍໄດ້ປັບປຸງສະຖານທີ່ຈອດລົດທີ່ກວ້າງຂວາງ ແລະ ກຳນົດເສັ້ນທາງເຂົ້າ-ອອກໃຫ້ເປັນລະບຽບຮຽບຮ້ອຍ ເພື່ອແກ້ໄຂການສັນຈອນທີ່ແອອັດ ປັດຈຸບັນການປັບປຸງຫາດດອນຈັນສຳເລັດ 100% ແລະ ຄາດວ່າຈະເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 13 ເມສາ 2019.
![]() |
ໂອກາດນີ້ ທ່ານນາງ ຈັນນະພາ ວົງສະໝໍລະພູມ ໄດ້ຂໍເຊີນຊວນປະຊາຊົນລາວ ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາທ່ອງທ່ຽວຫຼິ້ນບຸນປີໃໝ່ລາວ ຢູ່ນະຄອນຫຼວງວຽງຈັນ ໃຫ້ເຂົ້າໄປທ່ຽວຊົມ ທ່ຽວຫຼິ້ນ ແລະ ສຳຜັດກັບຄວາມສວຍງາມທີ່ຫາດຊາຍດອນຈັນ ເຊິ່ງຄ່າບໍລິການເຂົ້າທ່ຽວຊົມ ຜູ້ລະ 10.000 ກີບຕໍ່ຄັ້ງ ແລະ ຄ່າບໍລິການຝາກລົດໃຫຍ່ 20.000 ກີບ ແລະ ລົດຈັກ 10.000 ກີບຕໍ່ຄັນ ເລີ່ມໃຫ້ບໍລິການແຕ່ເວລາ 9-21:00 ໂມງ ພາຍຫຼັງທີ່ສຳເລັດການສະເຫຼີມສະຫຼອງປີໃໝ່ລາວແລ້ວ ບັນດາກິດຈະກຳທີ່ຫາດຊາຍດອນຈັນຈຳນວນໜຶ່ງ ຍັງຄົງຮັກສາໄວ້ໃຫ້ໄດ້ເຂົ້າທ່ຽວຊົມຕື່ມອີກ.
(ແຫຼ່ງຂໍ້ມູນ: ຂປລ)