08:46 | 09/04/2019

ນັກສຶກສາລາວ ຕ້ອນຮັບບຸນປີໃໝ່ລາວ ຢູ່ກຸງເກົ່າເຫວ້

ມະຫາວິທະຍາໄລເຫວ້ ແລະບັນດາຫົວໜ່ວຍ, ຈັດຕັ້ງພິທີຕ້ອນຮັບບຸນປີໃໝ່ໃຫ້ແກ່ນັກສຶກສາລາວ ເພື່ອແນໃສ່ສ້າງບັນຍາກາດທີ່ເບີກບານມ່ວນຊື່ນຕ້ອນຮັບບຸນປີໃໝ່ປະຈຳຊາດຄືຢູ່ບ້ານເກີດເມືອງນອນ, ສ້າງກໍາລັງໜູນໃຫ້ພວກນ້ອງໃນການຮໍ່າຮຽນ ແລະຮັດແໜ້ນນໍ້າໃຈມິດຕະພາບ, ຄວາມສາມັກຄີລະຫວ່າງສອງປະເທດຫວຽດນາມ-ລາວ.

ນັກສຶກສາລາວ ຕ້ອນຮັບບຸນປີໃໝ່ລາວ ຢູ່ກຸງເກົ່າເຫວ້

ນັກສຶກສາລາວສະແດງຊຸດອາພອນປະຈໍາຊາດ. (ພາບ: ສໍານັກຂ່າວສານຫວຽດນາມ)

ທີ່ພິທີ, ບັນດາພິທີການທີ່ເປັນມູນເຊື້ອຂອງບຸນປີໃໝ່ໄດ້ຮັບການຈັດຕັ້ງຢ່າງສົມກຽດ ແລະອົບອຸ່ນ. ເປີດສາກແມ່ນພິທີຫົດນໍ້າ. ພາຍຫຼັງພິທີຫົດນໍ້າແມ່ນພິທີບາສີສູ່ຂວັນ, ເຊິ່ງແມ່ນວັດທະນະທໍາທີ່ເປັນເອກະລັກສະເພາະຂອງລາວ. ພາຍຫຼັງພິທີດັ່ງກ່າວ, ບັນດານັກສຶກສາລາວ ແລະຜູ້ແທນພ້ອມກັນຟ້ອນລໍາວົງ.

ນັກສຶກສາລາວ ຕ້ອນຮັບບຸນປີໃໝ່ລາວ ຢູ່ກຸງເກົ່າເຫວ້

ພິທີບາສີສູ່ຂວັນ.(ພາບ: ສໍານັກຂ່າວສານຫວຽດນາມ)

ເນື່ອງໃນໂອກາດນີ້, ສະຖານກົງສູນໃຫຍ່ແຫ່ງສປປ ລາວ ປະຈໍາ ນະຄອນດ່ານັ້ງ ໄດ້ມອບໃບຍ້ອງຍໍໃຫ້ບັນດານັກສຶກສາລາວທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ.

(ແຫຼ່ງ​ຂໍ້​ມູນ​: ກວຽດເຕິມ/ກປ.ອອນໄລ)

Link: https://huunghivietlao.thoidai.com.vn/detail-article-610.html

In bài biết