ADRA ມອບຂອງຂວັນ 250 ພູດເພື່ອຊ່ວຍປະຊາຊົນເອົາຊະນະ COVID-19
ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ | |
ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ |
![]() |
ADRA ມອບຂອງຂວັນ 250 ພູດເພື່ອຊ່ວຍປະຊາຊົນເອົາຊະນະ COVID-19.(ພາບ:ADRA) |
ໃນລະຫວ່າງແຕ່ວັນທີ 29 - 30 ເດືອນກໍລະກົດ, ອົງການ Adventist ແລະ ອົງການ Adventist Development and Relief Agency International (ADRA) ຫວຽດນາມ ໄດ້ສົມທົບກັບ ອຳ ນາດການປົກຄອງທ້ອງຖິ່ນເພື່ອມອບຂອງຂວັນ 250 ພູດລວມທັງເຂົ້າສານ, ໝີ່ສໍາເລັດຮູບ ແລະ ບັນດາເຄື່ອງໃຊ້ຈໍາເປັນໃນຊິວີດປະຈໍາວັນ ໃຫ້ແກ່ປະຊາຊົນໃນເມືອງບາວຫຼາກ, ແຂວງ ກາວບັ່ງ ເພື່ອເອົາຊະນະຄວາມຫຍຸ້ງຍາກທີ່ເກີດຈາກໄພພິບັດ Covid - 19.
ບໍ່ພຽງແຕ່ສຸມໃສ່ການສະໜັບສະໜູນ ປະຊາຊົນ ຢູ່ ບັນດາແຂວງເຂດພູດອຍທາງພາກເໜືອເທົ່ານັ້ນ, ADRA ຍັງເອົາໃຈໃສ່, ຮ່ວມມືໃນຫຼາຍຂົງເຂດ, ແຜ່ຂະຫຍາຍໄປໃນຫຼາຍທ້ອງຖິ່ນ. ADRA ໄດ້ຈັດຕັ້ງການມອບຖັງເກັບນໍ້າ ເພື່ອສະໜັບສະໜູນໃຫ້ແກ່ 200 ຄອບຄົວທຸກຍາກຢູ່ເມືອງ ຈ່າໂອນ, ຫວີງລອງ ເພື່ອຜ່ານຜ່າຄວາມແຫ້ງແລ້ງເຄັມ; ມອບທຶນໃຫ້ແກ່ 5 ໂຄງການເລີ່ມຕົ້ນທຸລະກິດຂອງຊາໜຸ່ມຮ່າໂນ້ຍ; ຊ່ວຍເຫຼືອພໍ່ແມ່ປະຊາຊົນ 200 ຄົນ ຢູ່ເທື່ອທຽນເຫວ້ ເພື່ອຟື້ນຟູຊີວິດການເປັນຢູ່ຂອງເຂົາເຈົ້າຫລັງຈາກພະຍຸ Damrey…
ADRA ໄດ້ດຳເນີນງານຢູ່ປະເທດຫວຽດນາມຕັ້ງແຕ່ປີ 1989. ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຫຼາຍກ່ວາ 180 ໂຄງການໃນ 37 ແຂວງ, ນະຄອນ, ໂດຍສະເພາະແມ່ນການສະໜັບສະໜູນໃນຂົງເຂດການດຳ ລົງຊີວິດແບບຍືນຍົງ, ສຸຂະພາບ, ການສຶກສາ, ນ້ຳສະອາດແລະ ສຸຂາພິບານ, ການປ່ຽນແປງດິນຟ້າອາກາດ ແລະ ການຄຸ້ມຄອງໄພພິບັດ. ບັນດາເປົ້າໝາຍທີ່ໄດ້ຮັບການຊ່ວຍເຫຼືອຂອງ ADRA ລວມມີປະຊາຄົມຊົນເຜົ່າສ່ວນໜ້ອຍ, ຄົນພິການ ແລະ ຄອບຄົວທີ່ມີຄວາມຫຍຸ້ງຍາກ.
![]() | WHO ຕີລາຄາວ່າ ຫວຽດນາມ ຮັບມືກັບໂລກລະບາດ Covid – 19 ໂດຍໄວ ແລະ ທັນການ ຍສໝ - ທີ່ກອງປະຊຸມ, ທ່ານ ຫວຸດຶກດາມ - ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນສະກັດກັ້ນໂລກລະບາດໃຫ້ຮູ້ວ່າ: ແຕ່ລະເທື່ອເມື່ອໂລກລະບາດ ມີການປ່ຽນແປງ, ຫວຽດນາມ ມີຄວາມຫວັງຢາກປຶກສາຫາລືຄຳເຫັນຂອງ WHO ແລະ ບັນດາອົງການຈັດຕັ້ງສາກົນ, ນັກຊ່ຽວຊານສາກົນ. |
![]() | ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ. |
![]() | ສະຖານທູດຫວຽດນາມ ປະຈຳ ຈີເລ ມອບຂອງຂວັນ ໃຫ້ແກ່ເມືອງ Cerrro Navia ເພື່ອຕ້ານ Covid-19 ຍສໝ - ທີ່ພິທີ, ທ່ານເຈົ້າຄອງນະຄອນ Mauro Tamayo ໄດ້ຂອບອົກຂອບໃຈການສະໜັບສະໜູນ ຢ່າງທັນການຂອງຫວຽດນາມ, ຕີລາຄາສູງການພົວພັນມິດຕະພາບທີ່ເປັນມູນເຊື້ອຂອງບັນດາເພື່ອນມິດຫວຽດນາມ ທີ່ສະຫງວນ ໃຫ້ແກ່ Cerro Navia. |
ໄຊພອນ