11:46 | 22/11/2018

ບັນດາການນຳ ພັກ-ລັດ ຮ່່ວມໃສ່ບາດຖວາຍສັງຄະທານ ໃນງານບຸນນະມັດສະການພະທາດຫລວງວຽງຈັນ

ບັນດາການນຳ ພັກ-ລັດ ຮ່່ວມໃສ່ບາດຖວາຍສັງຄະທານ ໃນງານບຸນນະມັດສະການພະທາດຫລວງວຽງຈັນ

ບຸ​ນນະມັດສະການພະທາດ​ຫລວງ ປີ 2018.(ພາບ:ໄອຄຳ)

ການໃສ່ບາດຖວາຍສັງຄະທານ​ໃນ​ຄັ້ງ​ນີ້, ຍັງ​ໄດ້​ຮັບ​ຟັງທຳ​ມະ​ເທ​ດສະໜາ ຕາມ​ຄຳ​ສອນ​ຂອງ​ ພະ​ສຳ​ມາສຳ​ພຸດທະ​ເຈົ້າ ​ຕໍ່​ການ​ໃຫ້​ທານ, ​ຖື​ສິນ​ພາວະນາຕາມຮີດຄອງ ປະເພນີອັນດີງາມ ທີ່ມີມາແຕ່ບູ ຮານ​ນະ​ການ. ເຊິ່ງການເຮັດບຸນສິນກິນ​ທານ, ​ແມ່ນເພື່ອລະນຶກເຖິງ ຄຸນງາມຄວາມດີ ແລະ ອຸທິດບຸນກຸສົນແດ່ພະເຈົ້າ ໄຊຍະເສດຖາທິຣາດ ທີ່ເປັນຜູ້ສ້າງ ແລະ ປະຕິສັງຂອນພະທາດ ຫລວງວຽງຈັນ.

ບັນດາການນຳ ພັກ-ລັດ ຮ່່ວມໃສ່ບາດຖວາຍສັງຄະທານ ໃນງານບຸນນະມັດສະການພະທາດຫລວງວຽງຈັນ


ບັນດາການນຳ ພັກ-ລັດ ຮ່່ວມໃສ່ບາດຖວາຍສັງຄະທານ ໃນງານບຸນນະມັດສະການພະທາດຫລວງວຽງຈັນ

ບັນດາການນຳຂອງປະເທດ ເຂົ້າຮ່ວມໃນການ ໃສ່ບາດໃນງານປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ທີ່ສືບທອດ ແລະ ປະຕິບັດກັນມາແຕ່ບູຮານ​ນະການ.(ພາບ:ໄອຄຳ)

ບຸ​ນນະມັດສະການພະທາດ​ຫລວງ ຖືເປັນປະເພນີອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ທີ່ສືບທອດ ແລະ ປະຕິບັດກັນມາແຕ່ບູຮານ​ນະການ, ນັບວ່າເປັນບຸນປາງໃຫຍ່ ອີກບຸນໜຶ່ງຂອງຊາວລາວ​ເຮົາທີ່ໄດ້ຈັດຂຶ້ນ ເປັນປະຈຳທຸກໆປີ.​​

(ແຫຼ່ງ​ຂໍ້​ມູນ​: ກິດຕາ/ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-603.html

In bài biết