ກະຊວງສາທາ ຂອງລາວ ພັດທະນາຄຸນນະພາບວິຊາຊີບ ປິ່ນປົວ ແບບຍືນຍົງ
|
ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟືີນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວຄຳເຫັນທີ່ກອງປະຊຸມ.
ທ່ານ ດຣ. ບຸນໜັກ ໄຊຊະນະສົງຄາມ ຫົວໜ້າກົມປິ່ນປົວ ແລະ ຟືີນຟູໜ້າທີ່ການ ກະຊວງສາທາລະນະສຸກ ກ່າວວ່າ: ໂຄງການນີ້ເປັນໂຄງການຮ່ວມມືລະຫວ່າງ ກະຊວງສາທາລະນະສຸກ ແລະ ອົງການໄຈກາ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກລັດຖະບານຍີ່ປຸ່ນ ໂດຍມີກຳນົດການຈັດຕັ້ງປະຕິບັດ 5 ປີ ເຊິ່ງເລີ່ມຕົ້ນແຕ່ເດືອນ ກໍລະກົດ 2018 ແລະ ຈະສິ້ນໂຄງການໃນເດືອນ ກໍລະ ກົດ 2023 ເປົ້າໝາຍ ລວມຂອງໂຄງການນີ້ ແມ່ນເພື່ອປັບປຸງຄຸນນະພາບ ຂອງຜູ້ປະກອບວິຊາຊີບປິ່ນປົວ ໃນ ສປປ ລາວ ເຮັດໃຫ້ຄຸນນະພາບປິ່ນປົວດີຂຶ້ນ ໂດຍສະເພາະ ແມ່ນວິຊາຊີບພະຍາບານ.
|
ກອງປະຊຸມປຶກສາຫາລື.
ການຈັດຕັ້ງປະຕິບັດໂຄງການນີ້ ຍັງຈະມີຜົນໄດ້ຮັບດ້ານ ນິຕິກຳ ແລະ ລະບຽບການຕ່າງໆ ສຳລັບລະບົບການອອກໃບອະນຸຍາດ ແລະ ຂຶ້ນທະບຽນ ຜູ້ປະກອບການວິຊາຊີບປິ່ນປົວ ໃນ ສປປ ລາວ ໄດ້ຈັດຕັ້ງປະຕິບັດການສອບເສັງລະດັບຊາດ ເພື່ອຢັ້ງຢືນຂີດຄວາມສາມາດ ໃນການອອກໃບອະນຸຍາດ ແລະ ຮັບປະກັນຄຸນນະພາບ ຂອງວິຊາຊີບພະຍາບານ ໄດ້ຮັບການຈັດຕັ້ງ ປະຕິບັດໂຄງ ການ ຫລັກສູດຝຶກງານ ຂອງພະຍາບານຢູ່ໃນໂຮງໝໍຄູ່ຮ່ວມງານ ແລະ ປະຕິບັດຕາມຂັ້ນຕອນຕ່າງໆ ເພື່ອອອກໃບອະນຸຍາດປະກອບວິຊາຊີບປິ່ນປົວສົມບູນ ໃຫ້ແກ່ຜູ້ປະກອບວິຊາຊີບການພະຍາບານ.
(ແຫຼ່ງຂໍ້ມູນ: ຂປລ)