15:12 | 28/09/2018

ກົມສິລະປະການສະແດງຈັດຝຶກອົບຮົມ ການຟ້ອນລຳວົງລາວ ຄັ້ງທີ I

ກົມສິລະປະການສະແດງຈັດຝຶກອົບຮົມ ການຟ້ອນລຳວົງລາວ ຄັ້ງທີ I

ການຟ້ອນລຳວົງລາວ.

ທ່ານ ຄຳພວງ ອິນທະວົງສີ ສິລະປິນແຫ່ງຊາດ, ຫົວໜ້າກົມສິລະປະການສະແດງ ໄດ້ກ່າວວ່າ: ປະເທດລາວ ເປັນປະເທດທີ່ມີຄວາມອຸດົມຮັ່ງມີ ທາງດ້ານວັດທະນະທຳ, ມໍລະດົກວັດທະນະທຳທີ່ເກົ່າແກ່ ແລະ ຕິດພັນກັບວິ ຖີຊີວິດ ການເປັນຢູ່ຂອງຄົນລາວ ຕັ້ງແຕ່ອະດີດຈົນເຖິງປັດຈຸບັນ ທີ່ບໍ່ມີວັນຈືດຈາງ ນັ້ນກໍຄື ການຂັບ-ລຳ ແຕ່ເໜືອຮອດໃຕ້, ຈັງຫວະ ແລະ ທຳນອງຂັບ-ລຳ ແມ່ນເອກະລັກສະເພາະຕົວຂອງແຕ່ລະທ້ອງຖິ່ນ, ຈະແມ່ນງານ ສັງສັນ ຢູ່ໃນລະດັບໃດກໍຕາມ ເມື່ອມີສຽງຂັບ-ລຳດັງຂຶ້ນທຸກໆຄັ້ງກໍຈະມີຜູ້ໄປຟ້ອນນຳ, ​ແຕ່​ໄລຍະ​ຜ່ານ​ມາ ລີລາທ່າຟ້ອນປະກອບໃສ່ລຳແຕ່ລະແບບ ​ແມ່ນຍັງບໍ່ທັນເປັນເອກະພາບກັນ ແລ້ວແຕ່ຜູ້ຈະຟ້ອນຕາມໃຈຂອງໃຜລາວ.

ກົມສິລະປະການສະແດງຈັດຝຶກອົບຮົມ ການຟ້ອນລຳວົງລາວ ຄັ້ງທີ I

ການຟ້ອນລຳວົງລາວ.

ສະນັ້ນເພື່ອໃຫ້ຜູ້ຮຽນບໍ່ເກີດຄວາມສັບສົນວ່າ ຈະເອົາທ່າໃດ ຫລື ແບບຟ້ອນ​ໃດ​ຈຶ່ງ​ຈະຖືກຕ້ອງ ເພື່ອຄວາມເປັນເອກະພາບກັນໃນສັງຄົມນັ້ນ, ຊຸດ​ອົບຮົມ​ຄັ້ງ​ນີ້ ຈຶ່ງໄດ້ນຳເອົາການຟ້ອນລຳວົງລາວ ຈຳນວນ 4 ຈັງຫວະ ມາຝຶກ ສອນເຊັ່ນ: ຟ້ອນລຳວົງທ່າເຊີນຊວນ, ຟ້ອນລຳວົງທ່າຕັ່ງຫວາຍ, ຟ້ອນລຳວົງທ່າສາລະວັນ ແລະ ເຕັ້ນບາສະລົບລາວ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-591.html

In bài biết