16:11 | 27/10/2018

ງານປະກວດເຮືອໄຟງາມ ທີ່ນະຄອນຫລວງພະບາງ ຄຶກຄື້ນກວ່າທຸກປີ

ງານປະກວດເຮືອໄຟງາມ ທີ່ນະຄອນຫລວງພະບາງ ຄຶກຄື້ນກວ່າທຸກປີ

ການແຫ່ເຮືອໄຟ ກ່ອນຈະເອົາລົງປ່ອຍໃນແມ່ນຳ້.

ທ່ານ ສຸກັນ ບຸນຍົງ ເຈົ້ານະຄອນຫລວງພະບາງ ປະທານຈັດງານປະກວດເຮືອໄຟງາມ ມີຄຳເຫັນວ່າ: ປະເພນີການປະກວດເຮືອໄຟງາມ ເປັນປະເພນີທີ່ຊາວຫລວງພະບາງ ພ້ອມກັນປະຕິບັດມາໄດ້ຫລາຍເຊັນຄົນ ເປັນຄຸນຄ່າທາງດ້ານ ວັດທະນະທຳ ຮີດຄອງປະເພນີຂອງຊາວນະຄອນຫລວງພະບາງ ແລະ ປີນີ້ກາຍເປັນກິດຈະກຳຫລັກ ຂອງການສະເຫລີມສະຫລອງປີທ່ອງທ່ຽວ ລາວ 2018 ຢູ່ແຂວງຫລວງພະບາງ. ການປະກວດເຮືອໄຟງາມເປັນປາງບຸນໜຶ່ງ ທີ່ສືບທອດ ກັນ ມາ ແຕ່ ບູຮານນະການ ໂດຍໄດ້ຈັດຂຶ້ນໃນມື້ແຮມ 1 ຄ່ຳ ຂອງເດືອນ 11 ຂອງທຸກປີ ສຳລັບປີນີ້ມີບັນດາບ້ານໃນເທດສະບານເມືອງ, ສະຖາບັນການສືກສາ ແລະ ພາກສ່ວນຫົວໜ່ວຍທຸລະກິດຕ່າງໆ ສົ່ງເຮືອໄຟເຂົ້າປະກວດເຖິງ 51 ພາກສ່ວນ.

ງານປະກວດເຮືອໄຟງາມ ທີ່ນະຄອນຫລວງພະບາງ ຄຶກຄື້ນກວ່າທຸກປີ

ການແຂ່ງຂັນເຮືອໄຟ ຂອງແຂວງຫຼວງພະບາງ.

​ສຳລັບການເ​ລີ່ມຕົ້ນ ງານປະກວດເຮືອໄຟງາມ ໄດ້ມີພິທີທາງສາສະໜາ, ເທດສະຫ​ລອງເຮືອໄຟຢູ່ວັດປ່າຮວກ ເຂດໜ້າຫໍພິພິທະພັນແຫ່ງຊາດຫລວງພະບາງ, ຂາກນັ້ນເຮືອໄຟແຕ່ລະຂະບວນຂະບວນ ໄດ້ເຄື່ອນໄປຕາມເສັ້ນ ທາງສີ ສະຫວ່າງວົງ ຫາ ປາກແມ່ນ້ຳຄານ ແລ້ວນຳເອົາເຮືອໄຟ ໄຫລລົງແມ່ນ້ຳຂອງ ໂດຍຄະນະກຳມະການ ໄດ້ກຳນົດ 6 ມາດຖານຂອງການປະກວດຄື: ມາທັນເວລາ ແລະ ຕັ້ງຂະບວນເປັນລະບຽບ, ໂຄງສ້າງ ແລະ ສິລະປະການຕົບແຕ່ງ ເຮັດດ້ວຍວັດ ສະດຸທຳມະຊາດ ແລະ ມີຄວາມສວຍງາມ, ຮູບຮ່າງ ແລະ ແນວຄິດສ້າງສັນ. ນອກນັ້ນ, ຂະບວນແຫ່ຍັງຕ້ອງມີຄວາມເປັນລະບຽບ ແລະ ນຸ່ງຖືສຸພາບ, ແສງໄຟໃຫ້ຄວາມສະຫວ່າງດີໃນເວລາແຫ່, ແສງໄຟໃຫ້ຄວາມສະຫວ່າງ ໃນເວລາລົງນ້ຳບໍ່ ມອດ ແລະ ເຮືອໄຟບໍ່ຈົມ ເຊິ່ງແຕ່​ລະ​ຂະ​ບວນ​ຕ້ອງ​ມີ​ຈຳ​ນວນ​ຄົນ ​ບໍ່​ໃຫ້​ຫລຸດ 50 ຄົນ. ຜ່ານການກວດກາ ແລະ ລົງຄະແນນ ຂອງຄະນະກຳມະການຜົນປະກົດວ່າ: ທີ 1 ແມ່ນເຮືອໄຟຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ສົມ​ບູນ​ສັນ​ຕິ​ພາບ, ທີ 2 ເຮືອ​ໄຟ​ຂອງ​ໂຮງ​ຮຽນ​ມັນ​ທະ​ຍົມ​ປາຍ​ນາ​ຫລວງ ແລະ ທີ 3 ເຮືອ​ໄຟ​ບ້ານ​ວຽງ​ໃໝ່.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-583.html

In bài biết