11:02 | 15/11/2018

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ຕຳໝາກຮຸ່ງ ແມ່ນ ອາຫານທີ່ມີເອກະລັກໂດດເດັ່ນ ຂອງດິນແດນລາວລ້ານຊ້າງ. ອາຫານປະເພດນີ້ຂ້ອນຂ້າງຄືກັນ ກັບ ຍຳ ໝາກຮຸ່ງ (nộm đu đủ) ຂອງຫວຽດນາມ. ເຄື່ອງປຸງປະກອບມີ: ກະທຽມ, ໝາກເຜັດ, ນໍ້າຕານ, ໝາກນາວ,... ຕຳລວມກັນໃນຄົກ. ຕຳໝາກຮຸ່ງຈະຕຳເມື່ອມີແຂກມາສັ່ງ, ແມ່ຄ້າຕຳໝາກຮຸ່ງ ຈະໃສ່ເສັ້ນໝາກຮຸ່ງທີ່ຊອຍກຽມໄວ້ແລ້ວ ຕຳກັບ ໝາກເລັ່ນ ຊອຍນ້ອຍໆ ທີ່ຂາດບໍ່ໄດ້ແມ່ນນຳ້ປາແດກລາວ ຕຳຈົນເຂົ້າກັນ. ສຸດທ້າຍ ກໍ່ຕັກໃສ່ຈານ ພ້ອມຜັກສົດ , ໂຮຍໜ້າດ້ວຍ ຖົ່ວດິນ ເພື່ອເພີ່ມກິ່ນຫອມຕຳ, ບາງຄັ້ງກໍ່ມີ ຂຽບໝູນຳ.

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ຕຳໝາກຮຸ່ງ.

ລາບຊີ້ນ ແມ່ນ ອາຫານໄດ້ຮັບການຂະໜານນາມວ່າເປັນ ອາຫານປະຈຳຊາດລາວ, ຄົນລາວໃຜໆກໍ່ຕ້ອງເຄີຍໄດ້ກິນ ເຊິ່ງມີເຄືື່ອງປຸງ ທີ່ສຳຄັນແມ່ນ ຊີ້້ນສົດ. ລາບຊີ້ນ ສາມາດກິນກັບເຂົ້າໜຽວ ແລະ ຜັກສົດ, ແຊບສຸດແມ່ນ ລາບຊີ້ນທີ່ມີລົດອອກຂົມໆເລັກໜ້ອຍ (ສຳລັບລາບຊີ້ນງົວ).

ລາບ ມີຫຼາຍປະເພດ ເຊິ່ງຈະມີ: ຊີ້ນໝູ, ຊີ້ນໄກ່, ຊີ້ນງົວ ຫຼື ຊີ້ນປາ... ນຳຊີ້ນມາຟັກໃຫ້ມຸ່ນ, ຄົນປົນກັນກັບຜັກຫອມເປ, ຜັກບົວລະພາ, ຫ້ອມຫໍ້, ໝາກເຜັດ...ເຂົ້າຂົ້ວ ເປັນເຄື່ອງປຸງທີ່ຂາດບໍ່ໄດ້ໃນການເຮັດໃຫ້ອາຫານມີກິນຫອມ ເປັນເອກກະລັກສະເພາະ.

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ລາບຊີ້ນ.

ໜຶ້ງປາ ເອືອບດ້ວຍເຄື່ອງເທດຫຼາຍຊະນິດຄື: ໝາກນາວ, ບົວລະພາ, ຜັກບົ່ວ, ໝາກເຜັດດີບ, ນໍ້າປາ ແລະ ເກືອ ຈາກນັ້ນຮໍ່ໃສ່ໃບກ້ວຍແລ້ວ ເອົາໄປໜຶ້ງໃນຊຶງທີ່ເຮັດດ້ວຍໄມ້ໄຜ່. ປາໜຶ້ງ ແມ່ນອາຫານທີ່ກິນກັບເຂົ້າໜຽວ/ເຂົ້າຈ້າວ ກໍ່ໄດ້.

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ໜື້ງປາ.

ໄສ້ອົ່ວປີ້ງ ມີລັກສະນະຄ້າຍຄືກັນ ກັບ ໃສ່ກ້ອກ ຫວຽດນາມ. ຊີ້ນໝູບົດ ຈາກນັ້ນ ປະສົມກັບເຄື່ອງປຸງ ແລະ ເຄື່ອງຫອມຫຼາຍຊະນິດ ຫຼັງຈາກນັ້ນຈະນຳໄປຍັດໃສ່ ໄສ້ໝູ, ແລ້ວປີ້ງໃສ່ເຕົາຖ່ານຈົນກວ່າຈະສຸກ ສີເປັນສີເຫຼືອງ. ໄສ້ອົ່ວເວລາສຸກ ກ່ອນຈຳນຳມາເສີບ ແມ່ນຈະຕັດເປັນຕ່ອນນ້ອຍໆ ຈໍ້າກັບແຈ່ວໝາກເຜັດສູດສະເພາະ.

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ໄສ້ອົ່ວ.

ເຂົ້າປຸ້ນນຳ້ກະທິ ໂດ່ງດັງໄປຮອດ ປະເທດ ມາເລເຊຍ, ປະເທດໄທ, ປະເທດ ອິນໂດເນເຊຍ, ກຳປູເຈຍ, ສິງກະໂປ...ເຂົ້າປຸ້ນມີ ສ່ວນປະກອບ ສອງຢ່າງຄື ນຳ້ເຂົ້າປຸ້ນ(ນຳ້ເຂົ້າປຸ້ນກະທິ) ແລະ ເຂົ້າປຸ້ນ.

ນໍ້າເຂົ້າປຸ້ນເຮັດຈາກ ຊີ້ນໄກ່, ຊີ້ນປາ ຫຼື ຊີ້ນໝູຕົ້ມ ກັບ ເຄືື່ອງປຸງຄື: ນໍ້າປາ, ໃບຂີ້ຫູດ, ຫົວຂ່າ, ກະທຽມ, ໝາກເຜັດ,... ນອກຈາກເຂົ້າປຸ້ນແລ້ວ ກໍ່ສາມາດ ໃຊ້ເສັ້ນໝີ່ມາກິນໄດ້, ປະກອບມີຜັກຫອມຫຼາຍຊະນິດ ກິນກັບຄື: ຖົ່ວງອກ, ກະຫຼຳ່, ຫອມປ້ອມ, ໝາກນາວ....

ອາຫານ ປະຈຳຊາດລາວ ທີ່ບໍ່ຄວນພາດ ເມືອມາທ່ຽວ

ເຂົ້າປຸ້ນນຳ້ກະທິ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-579.html

In bài biết