ວັນສ້າງຕັ້ງແນວລາວສ້າງຊາດ ແລະ ວັນຍຶດອຳນາດທົ່ວປະເທດ 23 ສິງຫາ
ທ່ານ ແສງທອງ ພະຄຸນທອງ ປະທານແນວລາວສ້າງຊາດແຂວງ ເຊື່ອມຊືມວັນປະຫວັດສາດ.
ແຂວງຄຳມ່ວນ ຈັດປະຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 68 ປີ ແລະ ວັນ ຢຶດອຳນາດທົ່ວປະເທດ 23 ສິງຫາ ໃນວັນທີ 16 ສິງຫາ 2018 ໂດຍການປາຖະກະຖາຂອງ ທ່ານ ແສງທອງ ພະຄຸນທອງ ປະທານແນວລາວສ້າງຊາດແຂວງ, ມີບັນດາການນຳຂອງແຂວງ, ພະແນກການ, ອົງການພຸດທະສາດະໜາ, ອົງການຈັດຕັ້ງມະຫາຊົນ, ຂົງເຂດ ປກຊ-ປກສ, ຕະຫລອດຮອດ ພະນັກງານລັດຖະກອນ ອ້ອມຂ້າງແຂວງເຂົ້າຮ່ວມ. ທັງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ -ສະມາຊິກພັກອ້ອມຂ້າງແຂວງຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນ ຂອງວັນສຳຄັນດັ່ງກ່າວ ໃຫ້ເລິກເຊິ່ງ ແລະ ເຫັນໄດ້ຜົນງານການຕໍ່ສູ້ຍາດເອົາ ຄວາມເປັນເອກະລາດແຫ່ງຊາດ.
ບັນຍາກາດກອງປະຊຸມ.
ໂອກາດນີ້, ທ່ານ ແສງທອງ ພະຄຸນທອງ ໄດ້ຍົກໃຫ້ເຫັນເຖິງຂະບວນວິວັດ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ, ຜົນງານພົ້ນເດັ່ນໃນໄລຍະແນວລາວອິດສະຫລະ, ຜົນງານຜົນເດັ່ນໃນໄລຍະແນວລາວສ້າງຊາດ ໃນປີ 1979 ຮອດປະຈຸບັນ. ສະເພາະແນວລາວສ້າງຊາດແຂວງຄຳມ່ວນໃນ 1 ປີຜ່ານມາໄດ້ຕັ້ງໜ້າເຄື່ອນໄຫວວຽກງານ ດ້ວຍຫລາຍຮູບການ ໃນການເສີມຂະຫຍາຍມູນເຊື້ອ ແນວລາວສ້າງຊາດ, ເພີ່ມຄວາມສາມັກຄີ ປອງດອງປະຊາຊົນລາວບັນດາເຜົ່າ, ສາສະໜາ, ເພດໄວ, ພາຍໃຕ້ການນຳພາຂອງພັກ, ຖືຄວາມສາມັກຄີເປັນອັນໜຶ່ງອັນດຽວ, ປຸກລະດົມປະຊາຊົນບັນດາເຜົ່າ ເຂົ້າຮ່ວມຂະບວນການສ້າງສາ ພັດທະນາປະເທດຊາດ, ເພີ່ມທະວີບົດບາດຄວາມສາມາດ ເພື່ອຕັ້ງໜ້າປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະ ນາເສດຖະກິດສັງຄົມ 5 ປີ ຄັ້ງທີ VIII, ຍຸດທະສາດໃນການພັດທະນາປະເທດຊາດ ຮອດປີ 2025, ວິໃສທັດຮອດປີ 2030 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງແນວລາວສ້າງຊາດ ໂດຍສະເພາະ ການຈັດຕັ້ງປະຕິບັດ 6 ແຜນງານ ຂອງແນວລາວສ້າງຊາດໃຫ້ເປັນໂຄງການ, ກິດຈະກຳລະອຽດສອດຄ່ອງກັບສະພາບຈຸດພິເສດ ຂອງແຕ່ລະທ້ອງຖິ່ນໃຫ້ປະກົດຜົນເປັນຈິງ.
(ຫັດທະບູນ)