08:45 | 17/08/2018

ການປະຕິສັງສັງຂອນ ເດີ່ນວັດພະທາດອີງຮັງ ສະຫວັນນະເຂດ

ການປະຕິສັງສັງຂອນ ເດີ່ນວັດພະທາດອີງຮັງ ສະຫວັນນະເຂດ

ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ. (ພາບ: ຂປລ)

ທັງນີ້, ກໍ່ເພື່ອເປັນການຕ້ອນຮັບການເປີດປີທ່ອງທ່ຽວລາວ ໃນງານສະເຫລີມສະຫລອງ ບຸນທາດອີງຮັງ, ເຊິ່ງຈະໄດ້ຈັດຂຶ້ນ ໃນເດືອນທັນວາ ທີ່ຈະ ເຖິງນີ້. ໃນການລົງຕິດຕາມຄັ້ງນີ້, ໂດຍການພາ ທາງຂອງ ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກ ຖວທ ແຂວງ ສະຫວັນນະເຂດ, ມີພະນັກງານວິຊາການ, ນາຍບ້ານທາດອີງຮັງ ຕະຫລອດເຖິງ ບໍລິສັດຜູ້ຮັບເໝົາກໍ່ສ້າງ ກໍໄດ້ຮ່ວມນຳດ້ວຍ.

ໃນໂອກາດດັ່ງກ່າວ, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການປະຕິສັງຂອນຄັ້ງນີ້, ທັງນີ້ ກໍ່ເພື່ອເຮັດໃຫ້ພະທາດອີງຮັງ ກໍຄື ບໍລິເວນອ້ອມຮອບ ມີຄວາມ ສວຍງາມ, ເປັນທີ່ດຶງດູດ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເຂົ້າມາກາບໄຫວ້ຊັກກາລະບູຊາ ໃຫ້ມີຄວາມປະທັບໃຈ, ອີກຢ່າງໜຶ່ງ ກໍ່ເພື່ອເປັນການພັດທະນາ ໃຫ້ເປັນແຫລ່ງ ທ່ອງທ່ຽວ ທີ່ໃກ້ທີ່ສຸດ ສຳລັບນັກທ່ອງທ່ຽວ.

ນອກຈາກການປະຕິສັງຂອນ ບໍລິເວນອ້ອມຮອບພະທາດແລ້ວ ຢູ່ເດີ່ນຂ້າງນອກ ຍັງໄດ້ສ້າງເວທີກາງແບບຖາວອນ ເພື່ອນຳໃຊ້ເຂົ້າໃນການຈັດງານສະເຫລີມສະຫລອງ ບຸນນະມັດສະການພະ ທາດອີງຮັງປະຈຳ ປີອີກ ດ້ວຍ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-576.html

In bài biết