09:26 | 18/09/2018

ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ລັດຖະບານ ລົງທຶນໃສ່ການທ່ອງທ່ຽວແບບອະນຸລັກທຳມະຊາດ ຢູ່ແຂວງສະຫວັນນະເຂດ

ພາບກອງປະຊຸມ ປືກສາຫາລື.

ລັດຖະບານກຳລັງ ສົ່ງເສີມການລົງທຶນ ຢ່າງມີຄວາມຮັບຜິດຊອບ ໃນທົ່ວປະເທດ ເພື່ອຮັບ ປະກັນວ່າ ການລົງທຶນທີ່ມີຄຸນນະພາບ ຈະສົ່ງຜົນດີຕໍ່ສັງຄົມລາວ, ຊຸກຍູ້ການ ພັດທະນາສີຂຽວ ແລະ ການ ນໍາໃຊ້ຊັບພະຍາກອນ ທາງທຳມະຊາດ ໃນປະເທດຢ່າງມີຄວາມຍືນຍົງ ໂດຍສອດຄ່ອງກັບແຜນພັດທະນາ ເສດຖະກິດ ແລະ ສັງຄົມແຫ່ງຊາດຄັ້ງທີ 8. ນອກຈາກ​ນີ້, ເພື່ອເພີ່ມບົດບາດຂອງ ສປປ ລາວ ໃນການເປັນເປົ້າໝາຍປາຍທາງ ຂອງນັກທ່ອງທ່ຽວ.

ພະແນກແຜນການ ແລະ ການລົງທຶນ ແຂວງ ສະຫວັນນະເຂດ, ໂດຍການຮ່ວມມື ກັບໂຄງການຄຸ້ມຄອງທີ່ດິນ ແລະ ປ່າໄມ້ແບບຍືນຍົງ ຢູ່ໃນລະບົບນິເວດປ່າໂຄກ ທີ່ຢູ່ພາກໃຕ້ຂອງ ສປປ ລາວ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດໂດຍກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ​ໄດ້ຈັດກອງປະຊຸມລະດົມແນວຄິດ ເພື່ອສົ່ງເສີມການລົງທຶນ ໃນຂະແໜງການທ່ອງທ່ຽວ ແລະ ຄວາມຮັບຜິດຊອບ ຕໍ່ສັງຄົມຂອງຜູ້ປະກອບ ການໃນຂະແໜງການ ການບໍລິການທ່ອງທ່ຽວຂຶ້ນ​ ເມື່ອ​ທ້າຍ​ເດືອນ​ທີ່​ຜ່ານ​ມາ ຢູ່ເມືອງຊົນນະບູລີ, ​ເຊິ່ງໄດ້ຮັບການສະໜັບສະໜຸນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ ແລະ ກອງທຶນສິ່ງ ແວດລ້ອມໂລກ, ​ໂດຍ​ມີບັນດາຕາງໜ້າພາກເອກະຊົນ, ຜູ້ປະກອບການ, ແຂວງ ສະຫວັນນະເຂດ, ກະ ຊວງ ແລະ ກົມກອງທີ່ກ່ຽວຂ້ອງ ​ເຂົ້າຮ່ວມ.

ທ່ານ ທອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ ໄດ້ເນັ້ນໜັກເຖິງຄວາມສຳ ຄັນ ຂອງການສ້າງຂີດຄວາມສາມາດ ຂອງຊຸມຊົນໃນເຂດຊົນນະບົດ ສຳລັບການ ພັດທະນາ ການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນ ທາງທຳມະຊາດໃຫ້ມີຄວາມຍືນຍົງ ໂດຍອີງໃສ່ທ່າແຮງ ຂອງເຂດ ອະນຸລັກສັດປ່າໂອ່ງ-ມັ່ງ ຫລື ແຫ່ງອື່ນໆ ທີ່ໃກ້ກັບນະ ຄອນໄກສອນ ພົມວິຫານ.

ທ່ານ ບາລາຊູບຣາມານຽມ ມູຣາລີ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາກ່າວວ່າ: ການທ່ອງທ່ຽວອະນຸລັກທຳມະຊາດ ມີທ່າແຮງສຳຄັນ ໃນການສົ່ງເສີມ ການຂະຫຍາຍຕົວ ຂອງເສດຖະກິດຂອງແຂວງ ລວມໄປເຖິງການປ່ຽນແປງຊີວິດ ການເປັນຢູ່ຂອງຫລາຍຄົນ ໃນເຂດຊົນນະບົດ ກໍຄືເມືອງຊົນນະບູລີ. ການທ່ອງທ່ຽວແບບ ອະນຸລັກ ທຳມະຊາດ ເຮັດໃຫ້ຊຸມຊົນໃນທ້ອງຖິ່ນ ມີແຫລ່ງລາຍຮັບ ໃໝ່ ແລະ ໂອກາດສຳລັບການພັດທະນາ. ນອກຈາກນີ້, ຍັງເປັນການກະຕຸ້ນ ໃຫ້ພາກເອກະຊົນດູແລເອົາໃຈໃສ່ ຕໍ່ສິ່ງແວດລ້ອມ ຫລາຍຂຶ້ນ ເນື່ອງຈາກວ່າ ນັກທ່ອງທ່ຽວຫລາຍຄົນ ຕ້ອງການຈ່າຍເງິນເພີ່ມຂຶ້ນ ເພື່ອເຂົ້າທ່ຽວຊົມແຫລ່ງດຶງດູດ ນັກທ່ອງທ່ຽວທີ່ຮັກສາ ແລະ ອະນຸລັກຄວາມຍືນຍົງ.

​ໂອກາດ​ດຽວ​ກັນ, ບັນດາ​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ ຍັງໄດ້ຢ້ຽມຢາມແຫລ່ງທ່ອງທ່ຽວ ອະນຸລັກທຳມະຊາດ ທີ່ນະຄອນໄກສອນ ພົມມະວິຫານ ​ເປັນ​ຕົ້ນ ອ່າງເກັບນໍ້າ ນໍ້າສຸຍ, ດົງລີງ ແລະ ເຂດອະນຸລັກສັດປ່າ ໂອ່ງ-ມັ່ງ ​ແລະ ໄດ້ພົບປະໂອ້ລົມ ກັບທີມອະນຸລັກທຳມະຊາດ ຂອງບ້ານສະໜາມໄຊ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-569.html

In bài biết