12:04 | 24/09/2018

ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2018

ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2018

ການສະແດງ ສິລະປະ ທີ່ເປັນມູນເຊື້ອເອກະລັກຂອງສອງຊາດ ລາວ-ຈີນ.

ໃນພິທີສະເຫລີມສະຫລອງຄັ້ງນີ້, ໄດ້ມີຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນ ການສະແດງ ສິລະປະ ທີ່ເປັນມູນເຊື້ອເອກະລັກຂອງສອງຊາດ ລາວ-ຈີນ, ບົດຟ້ອນ ແລະ ຮ້ອງເພງ, ຖາມ-ຕອບຄຳຖາມ ແລະ ອື່ນໆ ຈາກນ້ອງນັກຮຽນ ມສ ລຽວໂຕ, ເຊິ່ງການສະແດງດັ່ງກ່າວ ແມ່ນສ່ອງແສງໃຫ້ເຫັນ ເຖິງວັດທະນະທຳ, ຮີດຄອງປະເພນີ ອັນໄດ້ສ້າງຄວາມປະທັບໃຈ, ສຽງຫົວ ແລະ ຮ້ອຍຍິ້ມ ໃຫ້ກັບຜູ້ເບິ່ງຜູ້ຊົມ ໂດຍສະເພາະແມ່ນນ້ອງນັກຮຽນ.

ບຸນໄຫວ້ພະຈັນກົງກັບ ມື້ຂຶ້ນ 15 ຄໍ່າເດືອນ 8 ຂອງທຸກປີ ແລະ ຍັງເປັນບຸນ ປະເພນີໜຶ່ງ ທີ່ ສຳຄັນຂອງຊາວຈີນ ຢູ່ປະເທດອາຊຽນ. ນັບແຕ່ປີ 2011 ເປັນຕົ້ນມາ ຊາວຈີນ ທີ່ອາໃສຢູ່ຕ່າງປະເທດ ກໍໄດ້ຈັດງານບຸນດັ່ງກ່າວ, ໃນຫົວຂໍ້ “ອຸ​ທິດຄວາມ ຮັກພາຍໃຕ້ດວງຈັນດຽວກັນ” ຈົນກາຍເປັນກິດຈະກຳ ແລກປ່ຽນວັດທະນະທຳ ລະຫວ່າງ ເຂດກວາງຊີ ສປ ຈີນ ກັບປະເທດອາຊຽນ, ເຊິ່ງໄດ້ສ້າງເປັນເວທີ ເຊື່ອມໂຍງສາຍພົວພັນໄມຕິຈິດ ລະຫວ່າງ ເຂດກວາງຊີ ກັບບັນດາປະເທດອາຊຽນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

Link: https://huunghivietlao.thoidai.com.vn/detail-article-568.html

In bài biết