ກອງປະຊຸມສຸດຍອດ ສື່ສານມວນຊົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະປືກສາຫາລືກັນ 2 ບັນຫາໃຫຍ່
ເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້ ຜູ້ນຳ ກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວລາວ, ພ້ອມກັບຄະນະຜູ້ແທນຂອງບັນດາ ອົງການໜັງສືພິມ ຂອງ 6 ປະເທດ ເຂົ້າຮ່ວມກອງປະຊຸມຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ(MLC)ຄື: ກຳປູເຈຍ, ລາວ, ມ່ຽນມາ, ໄທ, ຈີນ ແລະ ຫວຽດນາມ.
ກອງປະຊຸມຄັ້ງນີ້ຈະສຸມໃສ່ເນື້ອໃນກໍ່ຄື ການຊຸກຍູ້ການຮ່ວມມືສື່ສາມວນຊົນ ລະຫວ່າງບັນດາປະເທດ ຕາມທິດທາງຂອງການສື່ສານມວນຊົນໃໝ່, ສື່ສານມວນຊົນລວມສູນ. ຜ່ານການສື່ສານມວນຊົນເພື່ອຊຸກຍູ້ ແລະ ເພີ່ມທະວີ ຮ່ວມມື ໃນຫຼາຍຂະແໜງການລະຫວ່າງບັນດາປະເທດ MLC.
![]() |
ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວຄຳປາໄສທີ່ກອງປະຊຸມ.
ກອງປະຊຸມມີຄວາມໝາຍສຳຄັນແນໃສ່ເພີ່ມທະວີຮ່ວມມືລະຫວ່າງ 6ປະເທດ MLC, ດ້ວຍເປົ້າໝາຍຊຸກຍູ້ຄວາມຮູ້ຄວາມເຂົ້າໃຈ ແລະ ນ້ຳໃຈມິດຕະພາບ.
ບັນດາປະເທດ MLC ມາຮອດປະຈຸບັນ ໄດ້ມີການຮ່ວມມືໃນຫຼາຍຂະແໜງການຄື: ເສດຖະກິດ, ວັດທະນະທຳ ແລະ ທ່ອງທ່ຽວ.
ບັນດາຜູ້ແທນທີ່ກອງປະຊຸມໄດ້ຢືນຢັນວ່າ: ກອງປະຊຸມຄັ້ງນີ້ເປັນໂອກາດດີໃຫ້ແກ່ການຮ່ວມມືເຂດລຸ່ມແມ່ນ້ຳຂອງ, ຮ່ວມສືກສາຮຽນຮູ້ເຊິ່ງກັນແລະກັນ, ກໍ່ສ້າງສະມັດຊາ 6 ປະເທດ ລຽບຕາມລຸ່ມແມ່ນ້ຳຂອງພັດທະນາຈະເລີນຮຸ່ງເຮືອງ.
ທີ່ກອງປະຊຸມ ບັນດາຜູ້ແທນໄດ້ເນັ້ນໜັກວ່າ: ທິດທາງພັດທະນາສື່ສານມວນຊົນໃໝ່ ດ້ວຍການຊ່ວຍເຫຼືອຫຼັກຂອງເຕັກໂນໂລຊີ ແລະ ເຕັກນິກ ນັບມື້ນັບທັນສະໄໝ.
![]() |
ພາບປະກອບ.
ໃນຂະແໜງສື່ສານມວນຊົນ ອົງການໜັງສືພິມຂອງບັນດາປະເທດໄດ້ຮັບການມອບໝາຍ ພາລະກິດສື່ສານມວນຊົນຮ່ວມມືຊຸກຍູ້ ການແລກປ່ຽນ, ພັດທະນາເສດຖະກິດ ແລະ ສັນຕິພາບ ຄວາມໝັ້ນຄົງໃນພາກພື້ນ.
ເວທີ MLC ຈັດຂື້ນບົນ ຫຼັກການພື້ນຖານຂອງການຮ່ວມມື ຄື: ເປັນເອກກະພາບ, ເທົ່າທຽມກັນ, ປະສານສົມທົບ, ປືກສາຫາລືເຊິ່ງກັນແລະກັນ, ສະໝັກໃຈ, ຮ່ວມກັນປະກອບສ່ວນ, ແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ. ຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໄດ້ຕັ້ງບັນຫາໃຈກາງເຂົ້າໃນ 5ຂະແໜງການ ບູລິມະສິດຄື: ຄຸມຄອງຊັບພະຍາກອນທຳມະຊາດ, ເຊື່ອມຕໍ່, ຮ່ວມມືຄວາມສາມາດໃນການຜລິດ, ຮ່ວມມືເສດຖະກິດຜ່ານຊາຍແດນ, ກະສິກຳ ແລະ ຫຼຸດຜ່ອນຄວາມທຸກຍາກ.
ຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄືການ ຊຸກຍູ້ການຮ່ວມມືຮອບດ້ານເພື່ອກໍ່ສ້າງ ມວນຊົນທີ່ມີຄວາມຮັບຜິດຊອບ ແລະ ຜົນປະໂຫຍດຮ່ວມ ໃນປະເທດລຸ່ມແມ່ນ້ຳຂອງ.
(ຫັດທະບູນ)