ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ
ADRA ມອບຖັງນ້ຳ ເພື່ອສະໜັບສະໜູນ 200 ຄົວເຮືອນທີ່ທຸກຍາກຢູ່ຈ່າໂອນ,ວີ້ງລອງ ເພື່ອແກ້ໄຂໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ | |
CHIA ມອບຂອງຂວັນ 200 ພູດ ໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງກວາງນາມ |
![]() |
ທ່ານເອກອັກຄະລັດຖະທູດ Paul Jansen ມອບຖົງຂອງຂວັນໃຫ້ບັນດານັກຮຽນໂຮງຮຽນອະນຸບານ ຮວາມາຍ, ຕາແສງ ຈ່າມາຍ, ເມືອງ ນາມຈ່າມີ, ແຂວງກວາງນາມ (ພາບ: ສະຖານທູດແບນຊິກ ປະຈຳ ຫວຽດນາມ) |
ໂດຍຮັບຮູ້ເຖິງຜົນກະທົບທີ່ຮ້າຍແຮງຂອງການລະບາດຂອງພະຍາດ COVID-19 ຕໍ່ການສຶກສາ, ເດັກນ້ອ ຍແລະ ພໍ່ແມ່ຂອງພວກເຂົາ, ສະຖານທູດແບນຊິກໄດ້ມອບຂອງຂວັນ 6.200 ພູດປະກອບມີ: ຜ້າອັດປາກ, ສະບູ ແລະ ຜ້າເຊັດມື ໃຫ້ແກ່ເດັກອະນຸບານ ແລະຄອບຄົວຂອງພວກເຂົາຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ.
![]() |
ທ່ານເອກອັກຄະລັດຖະທູດ Paul Jansen ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ສະຖານທູດແບນຊິກ ປະຈຳ ຫວຽດນາມ) |
ທ່ານ ເອກອັກຄະລັດຖະທູດ Paul Jansen ແລະ ຄະນະໄດ້ໄປຢ້ຽມຢາມຕາແສງ ຈ່າມາຍ, ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນເຂົ້າຮວ່ມໂຄງການ BAMI ໄລຍະ 2017-2021. ໂຄງການດັ່ງກ່າວແມ່ນໄດ້ຮັບການສະ ໜັບສະໜູນ ຈາກອົງການຮ່ວມມືເພື່ອການພັດທະນາ ແລະ ການຊ່ວຍເຫລືອດ້ານວິຊາການໃນເຂດ Flambé Region, ລາຊະອານາຈັກແບນຊິກ (VVOB).
![]() |
ຂອງຂວັນປະກອບມີ: ຜ້າອັດປາກ, ສະບູ ແລະ ຜ້າເຊັດມື.(ພາບ: ສະຖານທູດແບນຊິກປະຈຳ ຫວຽດນາມ) |
ຄະນະຜູ້ແທນໄດ້ໄປຢ້ຽມຢາມໂຮງຮຽນອະນຸບານ ຮວາມາຍ, ຕາແສງ ຈ່າມາຍ, ນາມຈ່າມີ, ແຂວງກວາງນາມ ເຊິ່ງແມ່ນໜຶ່ງ ໃນບັນດາທ້ອງຖິ່ນເຂົ້າຮ່ວມໂຄງການ BAMI ໄດ້ຮັບການປະຕິບັດໂດຍ VVOB.
![]() |
ບັນດາຜູ້ແທນໄດ້ຖ່າຍຮູບທີ່ລະລຶກ.(ພາບ: ສະຖານທູດແບນຊິກ ປະຈຳ ຫວຽດນາມ) |
ຜ່ານກິດຈະກຳດັ່ງກ່າວ, ສະຖານທູດແບນຊິກຫວັງວ່າຈະປະກອບສ່ວນເຂົ້າໃນການປ້ອງກັນພະຍາດ COVID-19 ຢູ່ຫວຽດນາມ ແລະ ປ້ອງກັນໄວຣັດອັນຕະລາຍນີ້ໃນໂຮງຮຽນອະນຸບານ.
![]() |
ທ່ານເອກອັກຄະລັດຖະທູດ Paul Jansen ພ້ອມກັບເດັກນ້ອຍອະນຸບານ ຢູ່ ແຂວງກວາງນາມ (ພາບ: ສະຖານທູດແບນຊິກ ປະຈໍາຫວຽດນາມ) |
ໂຄງການການສຶກສາອະນຸບານ “ຫຼຸດຜ່ອນສິ່ງກີດຂວາງໃນກິດຈະກຳການຮຽນຮູ້ ສຳລັບເດັກນ້ອຍອະນຸບານໃນບັນດາເມືອງທີ່ມີຄວາມຫຍຸ້ງຍາກ ແລະ ຫຼາຍຊົນເຜົ່າຈໍານວນໜ້ອຍທີ່ດຳລົງຊີວິດຮ່ວມກັນ” (BAMI) ໄລຍະປີ 2017-2021, ໄດ້ຈັດຕັ້ງປະຕິບັດໃນ ແຂວງ ກອນຕູມ, ແຂວງກວາງນາມ ແລະ ແຂວງກວາງຫງາຍ. ເງິນທຶນທັງໝົດ ແມ່ນ 4,142,000 ເອີໂຣ ເຊິ່ງໄດ້ຮັບການສະໜັບສະໜູນຈາກປະເທດແບນຊິກ. ເປົ້າໝາຍຂອງໂຄງການປະກອບມີພະນັກງານຂອງຂະແໜງສຶກສາ 81 ຄົນ, ຄູອະນຸບານ 3,400 ຄົນ, ຜູ້ຈັດການອະນຸບານ 570 ຄົນ ແລະ ເດັກນ້ອຍ 62,000 ຄົນ.
![]() | ADRA ມອບຖັງນ້ຳ ເພື່ອສະໜັບສະໜູນ 200 ຄົວເຮືອນທີ່ທຸກຍາກຢູ່ຈ່າໂອນ,ວີ້ງລອງ ເພື່ອແກ້ໄຂໄພແຫ້ງແລ້ງ ແລະ ນໍ້າທະເລຊຶມ ຍສໝ - ADRA ໄດ້ປະຕິບັດງານຢູ່ຫວຽດນາມຕັ້ງແຕ່ປີ 1989. ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຫຼາຍກ່ວາ 180 ໂຄງການໃນ 37 ແຂວງ, ນະຄອນ, ໂດຍສະເພາະແມ່ນການສະໜັບສະໜູນ ໃນຂົງເຂດການດຳ ລົງຊີວິດແບບຍືນຍົງ, ສຸຂະພາບ, ການສຶກສາ, ນ້ຳສະອາດ... |
![]() | ແຂວງ ກວາງຫງາຍ ສສ.ຫວຽດນາມ ໜູນຊ່ວຍ ແຂວງ ຈຳປາສັກ ສປປ.ລາວ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຍສໝ - ກອງບັນຊາການທະຫານແຂວງ ກວາງຫງາຍ ໄດ້ສົມທົບກັບພະແນກສາທາລະນະສຸກ, ພະແນກພົວພັນຕ່າງປະເທດແຂວງ ມອບເຄື່ອງອຸປະກອນການແພດທີ່ຈຳເປັນໃຫ້ກອງບັນຊາການທະຫານແຂວງ ຈຳປາສັກ. |
![]() | HUFO ໄດ້ມອບຂອງຂວັນ 300 ພູດ ໃຫ້ແກ່ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ COVID-19 ຍສໝ - ໃນຕອນເຊົ້າວັນທີ 10 ພຶດສະພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນໄດ້ສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຢູ່ ເມືອງ 9, ນະຄອນໂຮ່ຈີ ໄດ້ຈັດຕັ້ງໂຄງການ “ມອບຂອງຂວັນ 300 ພູດ ໃຫ້ຄູອາຈານອະນຸບານ ແລະ ກຸ່ມເດັກນ້ອຍທີ່ຮຽນໃນລະບົບເອກະຊົນ ຜູ້ທີ່ປະສົບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ Covid”. |
ໄຊພອນ